ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ສື່ມວນຊົນ “ໜຶ່ງແລວ ໜຶ່ງເສັ້ນທາງ” 2026

04/11/2026 17:03
ຂປລ ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ສື່ມວນຊົນ “ໜຶ່ງແລວ ໜຶ່ງເສັ້ນທາງ” 2026 ໄດ້ໄຂຂຶ້ນຢູ່ນະຄອນຟູໂຈ່ວ ແຂວງ ຟູຈ້ຽນ ຂອງ ສປ ຈີນ, ທ່ານ ຊຽນຮຸ່ຍ ຮອງປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ເຂົ້າ ຮ່ວມ ແລະ ກ່າວຄຳປາໄສ ໃນພິທີໄຂ ກອງປະຊຸມຄັ້ງນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 3 ພະຈິກນີ້, ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ສື່ມວນຊົນ “ໜຶ່ງແລວ ໜຶ່ງເສັ້ນທາງ” 2026 ໄດ້ໄຂຂຶ້ນຢູ່ນະຄອນຟູໂຈ່ວ ແຂວງ ຟູຈ້ຽນ ຂອງ ສປ ຈີນ, ທ່ານ ຊຽນຮຸ່ຍ ຮອງປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໃນພິທີໄຂ ກອງປະຊຸມຄັ້ງນີ້.ບັນດາແຂກ ທີ່ເຂົ້າຮ່ວມເຫັນດີວ່າ: ສື່ມວນຊົນ ຂອງແຕ່ລະ ປະເທດ ຕ້ອງຮ່ວມມືກັນເລົ່າເລື່ອງລາວ ເສັ້ນທາງສາຍໄໝໃຫ້ດີ, ເປັນຜູ້ຊຸກຍູ້ ການແລກປ່ຽນ ດ້ານນະໂຍບາຍ ແລະ ການເຊື່ອມສານຈິດໃຈ ລະຫວ່າງ ປະຊາຊົນ ສອງຊາດທີ່ດີ, ເປັນຜູ້ບັນທຶກ ແລະ ຜູ້ເຜີຍແຜ່ເລື່ອງລາວ ເສັ້ນທາງສາຍໄໝທີ່ດີ, ເປັນຜູ້ສ້າງ ແລະ ຜູ້ປົກປັກຮັກສາສະພາບແວດລ້ອມ ດ້ານຫາງສຽງທາງບວກທີ່ດີ. ຫົວຂໍ້ ຂອງກອງປະຊຸມ ເວທີປຶກສາຫາລື ຄັ້ງນີ້ແມ່ນ “ຮ່ວມຈິດ ຮ່ວມໃຈກັນຂ້າມພູຜາ ແລະ ທະເລ ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນ ຕາມເສັ້ນທາງສາຍໄໝ”. ມີຜູ້ຕາງໜ້າ 200 ກວ່າຄົນ ທີ່ມາຈາກ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ພາກ ພື້ນ, ພ້ອມດ້ວຍສື່ມວນຊົນ ແລະ ອົງການ 182 ແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top