ເອເປັກ ຈັດກອງປະຊຸມ ຮ່ວມລັດຖະມົນຕີ ຕ່າງປະເທດ-ລັດຖະມົນຕີ ການຄ້າ ຄັ້ງທີ 37

04/11/2026 17:03
ຂປລ ກອງ​ປະ​ຊຸມ ຮ່ວມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງປະ​ເທດ ແລະ​ ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຄ້າ ​ຄັ້ງ​ທີ 37 ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ ​ປາ​ຊີ​ຟິກ ຫລື APEC ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ ປັກ​ກິ່ງຂອງ​ ສປ ຈີນ ​ຜ່ານ​ທາງວິ​ດີ​ໂອ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 3 ພະ​ຈິກ​ນີ້, ​ກອງ​ປະ​ຊຸມ ຮ່ວມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງປະ​ເທດ ແລະ​ ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຄ້າ ​ຄັ້ງ​ທີ 37 ຂອງອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ອາ​ຊີ ​ປາ​ຊີ​ຟິກ ຫລື APEC ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ ປັກ​ກິ່ງຂອງ​ ສປ ຈີນ ​ຜ່ານ​ທາງວິ​ດີ​ໂອ. ​ທ່ານ ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານ ຫວາງ​ເວີນ​ທ່າວ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຄ້າ​ຈີນ ​ໄດ້​ຮ່ວມ​ກັນ ​ເປັນ​ປະ​ທານ ກອງ​ປະ​ຊຸມຄັ້ງນີ້. ຈາກນັນ ທ່ານ​ ຫວາງ​ຢີ້ ໄດ້ກ່າວ​ວ່າ: ສປ ຈີນ​ ຍິນ​ດີ​ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສຸມຄວາມ​ພະ​ຍາ​ຍາມ​ ເພື່ອ​ຊຸກ​ຍູ້​ ໃ​ຫ້​ການ​ສ້າງ​ ປະ​ຊາ​ຄົມ ອາ​ຊີ-ປາ​ຊິ​ຟິກ​ ກ້າວ​ສູ່​ລວງ​ເລິກ ​ແລະ ​​ເປັນ​ຮູບ​ປະ​ທຳ ​ຫລາຍ​ຂຶ້ນ. ໜຶ່ງ, ຕ້ອງ​ເສີມ​ສ້າງ​ພື້ນ​ຖານ ​ແຫ່ງ​ຄວາມ​ສາ​ມັກ​ຄີ ​ໃຫ້​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ ຕາມ​ແນວ​ຄິດ​ປະ​ຊາ​ຄົມ ອາ​ຊີ-ປາ​​ຊີ​ຟິກ. ສອງ, ຕ້ອງ​ສ້າງ​​ຂອບ ແຫ່ງ​ການ​ເປີດ​ປະ​ຕູ ​ໂດຍ​ລວມ, ຮັກ​ສາ​ທ່າ​ອຽງ​ ການ​ຫັນ​ເປັນ​ ປະ​ຊາ​ຄົມ, ສ້າງ​ເສດ​ຖະ​ກິດ​ອາ​ຊີ-ປາ​​ຊີ​ຟິກ ແບບ​ເປີດ​ປະ​ຕູ. ສາມ, ຕ້ອງ​ຮ່ວມ​ກັນ ​ສ້າງ​ສະ​ພາບ​ແວດ​ລ້ອມ​ ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່, ບົ່ມ​ເພາ​ະ​ແຮງ​ຂັບ​ເຄື່ອນ ​​ການ​ເຕີບ​ໂຕໃໝ່. ສີ່, ຕ້ອງ​ເປີດ​ກວ້າງ​ເສັ້ນ​ທາງ ການຮ່ວມ​ມື ​ເພື່ອບັນ​ລຸ​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top