ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

03/11/2026 13:47
ຂປລ ຂປລ. ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ສຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຍຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫລັງ​ເຈັບ​ປ່ວຍ.






   ຂປລ. ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ສຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຍຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫລັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫລໍ່ຫລອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.

  ທ່ານອາດ​ຈະ​ຄິດ​ວ່າ “ການຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ” ແມ່ນ​ນິ​ຍາມທາງ​ການ​ເມືອງ​ທີ່​ເຂົ້າ​ໃຈ​ຍາກ, ແຕ່​ຄວາມ​ຈິງ​ແລ້ວ​ແກນ​ກາງ​ຂອງ​ມັນ​ລຽບ​ງ່າຍ​ທີ່​ສຸດ. ​ເໝືອນ​ກັບ​ການ​ອອກ​ກຳ​ລັງ​ກາ​ຍຂອງ​ມະ​ນຸດ ​​ທີ່ເປັນ​ການ​ບຳ​ລຸງ​ຮັກ​ສາ​ທຸກ​ດ້ານ​ ຊຶ່ງໄດ້​ກວມ​​ເຖິງການ​ຮັດ​ແໜ້ນ​ພື້ນ​ຖານ, ການຮັກ​ສາ​ຫຸ່ນ, ການ​ຂັບ​ສານ​ພິດ ແລະ ການ​ເສີມ​ສ້າງ​ກະ​ດູກ​ໃຫ້​ເຂັ້ມ​ແຂງ, ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ​ກໍເໝືອນກັບ “ການ​ຄຸ້ມ​ຄອງ​ສຸ​ຂະ​ພາບ” ຢ່າງ​ຮອບ​ດ້ານຕໍ່​ຖັນ​ແຖວທົ່ວ​ພັກ​. ການ​ຝຶກ​ຝົນ​ຫລໍ່ຫລອມ ​ດ້ານ​ແນວ​ຄິດ​ແມ່ນ “ການ​ຮັດ​ແໜ້ນ​ພື້ນ​ຖານ​ຂອງ​ອຸດົມ​ການ”, ເພີ່ມ​ຄວາມ​ໝັ້ນ​ໃຈ​ ທາງ​ດ້ານ​ຈິດ​ໃຈ ແລະ ປ້ອງ​ກັ​ນ​ການບັ່ນ​ທອນ​ຈິດ​ໃຈ; ການ​ປັບ​ປຸງ​ແບບ​ແຜນ ແລະ ເຂັ້ມ​ງວດລະ​ບຽບ​ວິ​ໄນ​ແມ່ນ “ປັບ​ປຸງ​ທ່າ​ທາງ”, ປັບ​ປຸງ​ແກ້​ໄຂ​ແບບ​ແຜນ​ທີ່​ບໍ່​ດີ ແລະ ດັດ​ແກ້​ການ​ປະ​ພຶດ​ຕ່າງໆ​ທີ່​ຜິດ​ເຂວ; ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ ເປັນ​ “ການ​ຂັບ​ສານພິດ​ ແລະ ປາບ​ພະ​ຍາດ”, ກຳ​ຈັດ​ພະ​ຍາດ​ຊຳ​ເຮື້ອ ແລະ ຄວາມ​ສ່ຽງ​ທີ່​ແຝງ​ຊ້ອມ​ພາຍ​ໃນຖັນ​ແຖວ; ການ​ກໍ່​ສ້າງ​ລະ​ບຽບ​ການ ເປັນ​ການ “ຫັດ​ກາຍ​ບໍ​ລິ​ຫານໃຫ້​ສຸ​ຂະ​ພາບ​​ແຂງ​ແຮງ”, ​ເພື່ອ​ເສີມ​ສ້າງ​ພື້ນ​ຖານ​ກົນ​ໄກ​ໄລ​ຍະ​ຍາວ​ ໃຫ້​ໝັ້ນ​ແກ່ນ​, ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ພັກ ແລະ ການ​ບໍ​ລິ​ຫານ​ພັກ​ ມີ​ລະ​ບຽບ​ການ​ທີ່​ເປັນ​ຫລັກ​ອ້າງ​ອີງ ແລະ ມີ​ປະ​ສິດ​ທິ​ຜົນ​​ເປັນ​ປະ​ຈຳ​ໃນ​ໄລ​ຍະຍາວ​.

ສະ​ຕິ​ປັນ​ຍາ​ແຫ່ງ​ການ​ບໍ​ລິ​ຫານໂດຍ​ຕົນ​ເອງ​ດັ່ງ​ກ່າວ ໄດ້​ຝັງ​ຮາກ​​ເລິກຢູ່​ໃນວັດ​ທະ​ນະ​ທຳ​ ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງຈີນ. ນັບ​ແຕ່​ບູ​ຮານ​ນະ​ການ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ສົ່ງ​ເສີມ “ການ​ຝຶກ​ຝົນຫລໍ່ຫລອມ​ຕົນ​ເອງ ແລະ ສຳ​ຫລວດ​ຕົນ​ເອງ, ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ”, ຄົນ​ຈີນ​ໃນ​ສະ​ໄໝ​ບູ​ຮານ ​ໄດ້ເອົາ​ໃຈ​ໃສ່​ສະ​ແຫວງ​ຫາ​ເປົ້າ​ໝາຍ “ການ​ສຳ​ຫລວດ​ກວດ​ກາ​ຕົນ​ເອງ​​ ຫລາ​ຍ​ເທື່ອ​ໃນ​ທຸກ​ມື້” ແລະ “ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ ໃຫ້​ມີ​ຄຸນ​ສົມ​ບັດກ່ອນແລ້ວ​ ຈຶ່ງ​ສາ​ມາດ​ບໍ​ລິ​ຫານ​ປະ​ເທດ”, ປະ​ຕິ​ບັດ​ຕາມ​ຫລັກ​ການ​ຄົບ​ຄ້າ​ສະ​ມາ​ຄົມ​ ແລະ​ ການ​ບໍ​ລິ​ຫານ​ປະ​ເທດ​ແບບ “​ປັບ​ປຸງກໍ່​ສ້າງ​ຕົນ​ເອງ​ໃຫ້ສຸດ​ຈະ​ລິດ​ ກ່ອນຈະ​ຮຽກ​ຮ້ອງ​ຜູ້​ອື່ນມາ​ຮຽນ​ເອົາ​ແບບ​ຢ່າງ​ນຳ”​ ຢ່າ​ງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຄົນ​ຈີນ​ບູ​ຮານ​ເຫັນ​ວ່າ: ຜູ້​ກຳ​ອຳ​ນາດມີ​ພຽງ​ແຕ່​ເຂັ້ມ​ງວດ​ຕໍ່​ຕົນ​ເອງ ແລະ ຮັກ​ສາ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ ​ຂອງ​ຕົນ​ເທົ່າ​ນັ້ນ, ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ເຊື່ອ​ຖື ແລະ ສ້າງ​ພາ​ລະ​ກິດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ນຳ​ພາ​ປະ​ເທດ​ໄປ​ສູ່​ຄວາມ​ສະ​ຫງົບ​​ ໝັ້ນ​ຄົງຖາ​ວອນ. ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ກໍ​ແມ່ນ​ການ​ສືບ​ທອດ ແລະ ປະ​ດິດ​ສ້າງແບບ​ທັນ​ສະ​ໄໝ ​ຕໍ່​ສະ​ຕິ​ປັນ​ຍາ​​ດັ້ງ​ເດີມຂອງ​ຈີນ ​ແຫ່ງ​ການ​ຝຶກ​ຝົນ​ຫລໍ່ຫລອມ​ຕົນ​ເອງ​ ໃຫ້​ມີ​ຄຸນ​ສົມ​ບັດ ແລະ ການ​ບໍ​ລິ​ຫານ​ປະ​ເທດ, ໂດຍ​ຫັນ​ແນວ​ຄິດ​ການ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ ແລະ ການ​ສຳ​ຫລວດ​ຕົນ​ເອງ​ທີ່​ສືບ​ທອດ​ມາ​ເປັນ​ເວ​ລາ​ພັນ​ປີ ​ໃຫ້​ເປັນ​ລະ​ບຽບ​ການ​ຢ່າງ​ເປັນ​ລະ​ບົບ ແລະ ​ພຶດ​ຕິ​ກຳ​ໄລ​ຍະ​ຍາວ​ຂອງ​ການ​ຄຸ້ມ​ຄອງ​ພັກ​ການ​ເມືອງ​ໃນ​ຍຸກ​ປັດ​ຈຸ​ບັນ.

​ ຍ້ອນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ ​​ຈຶ່ງຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ? ຄຳ​ຕອບ​ຢູ່​ໃນ​ຕັກ​ກະແຫ່ງ​ການ​ບໍ​ລິ​ຫານ​ປະ​ເທດ. ຂໍ​ກຸນ​ແຈສຳຄັນ ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ ​ໃຫຍ່​ແມ່ນ​ຂຶ້ນ​ກັບ​ພັກ​ກຳ​ອຳ​ນາດ. ພັກ​ໃຫຍ່​ທີ່​ມີ​ສະ​ມ​າ​ຊິກຫລາຍກວ່າ 100 ລ້ານ​ຄົນ ແລະ ນຳ​ພາ​ປະ​ຊາ​ຊົນ 1 ຕື້ 400 ລ້ານ​ຄົນ ​ເພື່ອ​ການ​ພັດ​ທະ​ນາ​ນັ້ນ, ຄວາມ​ບໍ​ລິ​ສຸດ​ ແລະ ຄວາມ​ກ້າວ​ໜ້າ​ຂອງ​ຖັນ​ແຖວ​ໄດ້​ຕັດ​ສິນ​ຊີ້​ຂາດໂດຍ​ກົງ ຕໍ່​ຄຸ​ນ​ນະ​ພາບ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ຜົນ​ສຳ​ເລັດ​ຂອງ​ການ​ຄຸ້ມ​ຄອງ​ສັງ​ຄົມ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົ​ນ. ການ​ກຳ​ອຳ​ນາດ​ເປັນ​ໄລ​ຍະ​ຍາວ ເປັນ​ການ​ທົດ​ສອບຍິ່ງເປັນ​ສິ່ງ​ທ້າ​ທາຍ, ພັກ​ກຳ​ອຳ​ນາດ​ໄລ​ຍະ​ຍາວ​ສ່ວນ​ຫລາຍ​ໃນ​ໂລກ ​ລ້ວນ​ແຕ່​ໄດ້ຜະເຊີນ​ກັບ​ບັນ​ຫາ​ຮ່ວມ​ກັນ​ຄື: ຄວາມ​ຂີ້ຄ້ານ​ມັກ​ງ່າຍ​ແບບ​ອາຍ​າ​ສິດ, ອຳ​ນາດຖືກ​ຜັນ​ແປ​ເປັນ​ເຄື່ອງ​ມື ​ໃນ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ແລະ ​ການ​ຫ່າງ​ເຫີນ​ຈາກ​ປະ​ຊາ​ຊົນ, ງ່າຍ​ທີ່​ຈະ​ຕົກ​ເຂົ້າ​ສູ່ “ວັດ​ທະ​ຈັກ​ປະ​ຫວັດ​ສາດ” ​ທີ່​​ຈາກ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງສູ່​​ຄວາມ​ຊຸດ​ໂຊມ. ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ​ກໍ​ແມ່ນ​ຄຳ​ຕອບ​ແກນ​ກາງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ການ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ ແຫ່ງ​ຍຸກ​ສະ​ໄໝ. ນັບ​ແຕ່​ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ເໜີ​ແນວ​ຄິດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ ໃນ​ປີ 2014, ຮອດ​ປີ 2022 ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ບູ​ລະ​ນະ​ລະ​ບົບ​​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ໃຫ້ສົມ​ບູນ​ຂຶ້ນ, ​ຕະ​ຫລອດຮອດກອງ​ປະ​ຊຸມ​ຄົບ​ຄະ​ນະ​ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ກອມ​ມູ​ນິດ ​ຈີນສະ​ໄໝ​ທີ 20 ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ເພື່ອ​ວາງ​ແຜນ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ​ ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ຢ່າງ​ຕໍ່​ເນື່ອງ, ​ທັງ​ນີ້ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ການ​ຄຸ້ມ​ຄອງ ແລະ ການ​ບໍ​ລິ​ຫານ​ພັກ​ຢ່າງ​ເຂັ້ມ​ງວດ ເວ​ລາ​ໃດ​ກໍ​ບໍ່​ແມ່ນ​ມາດ​ຕະ​ຖານ​ ຫລື ວິ​ທີ​ການ​ຊົ່ວ​ຄາວ​ເທົ່າ​ນັ້ນ, ຫາກ​ແມ່ນ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ​ໃນ​ການ​ປົກ​ປ້ອງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ.

ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ຄື​ຄວາມ​ກ້າ​ຫານ​ທີ່​ຫາ​ຍາກ​ທີ່​ສຸດ ທັງ​ເປັນ​ພ​ະ​ລັງ​ຊີ​ວິດ​ທີ່​ຍືນ​ຍົງ​ທີ່​ສຸດ. ມັນ​ແຕກ​ຕ່າງ​ກັນ​ກັບ​ການ​ແກ້​ໄຂ​ບັນ​ຫາ ຫລັງ​ມີ​ບັນ​ຫາ​ເກີດ​ຂຶ້ນ, ພັກ​ກອມ​ມູ​ນິດ​ຈີນ​ ເປັນ​ເຈົ້າ​ການສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ “ການ​ອອກ​ກຳ​ລັງ​ກາຍ ​​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຮ່າງ​ກາຍ” ຢ່າງ​ເປັນ​ປົກ​ກະ​ຕິ, ​ເປັນ​ເຈົ້າ​ການກວດ​ຄົ້ນ​ຫາ​ບັນ​ຫາ​ດ້ວຍ​ຕົນ​ເອງ,​ ດັດ​ແກ້ການ​ປະ​ພຶດ​ທີ່​ຜິດ​ເຂວ, ສ້າງ​ຄວາມ​ບໍ​ລິ​ສຸດ​ຂອງ​ຖັນ​ແຖວພະ​ນັກ​ງານ​ສະ​ມາ​ຊິກ​ພັກ ແລະ ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ ແລະ ​ຄວາມ​ເຂັ້ມ​ແຂງ​ຂອງ​ພັກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

 ເມື່ອ​ເບິ່ງ​ໃນ​ທົ່ວ​ໂລກ​ແລ້ວ​, ການ​ທີ່​ເຮັດ​ແນວ​ໃດ​ເພື່ອ​ຍຶດ​ໝັ້ນ​ຮັກ​ສາ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຫລີກ​ລ່ຽງ​ຄວາມ​ສ່ຽງ​ ທີ່​ຈະ​ເກີດ​ການ​ສໍ້​ລາດ​ບັງ​ຫລວງ​ ແລະ ​ຄວາມ​ປະ​ໝາດ ​ໃນ​ການ​ກຳ​ອຳ​ນາດ​ຢ່າງ​ຍາວ​ນານ​ນັ້ນ ​ເປັນ​ຫົວ​ຂໍ້​ຮ່ວມ​ຂອງພັກ​​ກຳ​ອຳ​ນາດ​ບັນ​ດາ​ປະ​ເທດ. ດ້ວຍ​ການຄວບ​ຄຸມ​ຕົນ​ເອງ ແລະ ການ​ປະ​ຕິ​ວັດໂດຍ​ຕົນ​ເອງ​ຢ່າງ​ຕໍ່​ເນື່ອງ,  ພັກ​ກອມ​ມູ​ນິດ​ຈີນ ​ໄດ້ບຸກ​ເບີກ​ເສັ້ນ​ທາງໃໝ່ ແຫ່ງ​ການ​ບໍ​ລິ​ຫານ​ພັກ ໃຫຍ່ຂອງ​ປະ​ເທດ​ໃຫຍ່.

  ເວົ້າ​ເຖິງ​ທີ່​ສຸດ​ແລ້ວ, ເນື້ອ​ໃນ​ແກນ​ກາງ​ຂອງ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ກໍ​ຄື ເຂັ້ມ​ງວດ​ຕໍ່​ຕົນ​ເອງທີ່ຕ້ອງ​ດຳ​ເນີນ​ຕະ​ຫລອດ​ໄປ ແລະ ​ປົກ​ປ້ອງ​ອຸ​ດົມ​ການ​ແຕ່​ຫົວ​ທີ​ ໃນ​ການ​ກຳ​ອຳ​ນາດ. ພັກ​ອາ​ຍຸ​ຮ້ອຍກວ່າ​ປີ ບໍ່​ໄດ້​ອາ​ໄສ​ຂໍ້​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ​ ເພື່ອ​ຮັກ​ສາພາ​ລະ​ກິດຂອງ​ຕົນ, ແຕ່​ແມ່ນອີງ​ໃສ່​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ສ້າງ​ພາ​ລະ​ກິດ​ອັນ​ໃໝ່.  ຮູບ​ແບບ​ການ​ບໍ​ລິ​ຫານໂດຍ​ຕົນ​ເອງ ​ທີ່​ກຳ​ເນີດ​ຈາກວັດ​ທະ​ນະ​ທຳ​ດັ້ງ​ເດີມ, ຕິດ​ແທດ​ກັບ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ ແລະ ອີງ​ໃສ່​ສະ​ພາບ​ຕົວ​ຈິງ​ດ້ານ​ການ​ບໍ​ລິ​ຫານໂດຍ​ຕົນ​ເອງ​ ແບບ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮັດ​ແໜ້ນ​ພື້ນ​ຖານ​ ການ​ບໍ​ລິ​ຫານ​ປະ​ເທດ​ຂອງຈີນ​ເທົ່າ​ນັ້ນ ​ຍັງ​ໄດ້ສະ​ໜອງ​ແຜນ​ການ​ແກ້​ໄຂ​ຂອງ​ຈີນ​​ ທີ່​ຕິດ​ແທດ​ຕົວ​ຈິງ ​ແລະ ​ສາ​ມາດ​ປະ​ຕິ​ບັດ​ໄດ້ໃຫ້​ແກ່​ການ​ຄຸ້ມ​ຄອງ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ​ນຳ​ອີກ.


KPL

ຂ່າວອື່ນໆ

ads
ads

Top