ສປ ຈີນ-ຕັດຈິກິດສະຖານ ຊຸກຍູ້ການຮ່ວມມືຮອບດ້ານ

20/10/2026 13:50
ຂປລ ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ສປ ຈີນ-ຕັດຈິກິດສະຖານ ໄດ້ຮັກສາການຂະຫຍາຍຕົວ ໃນລະດັບສູງມາໂດຍ ຕະຫລອດ ເຊິ່ງ ການຮ່ວມມຶື ໃນຂົງເຂດຕ່າງໆ ລະຫວ່າງ ສອງຝ່າຍ ໄດ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາ ຢ່າງບໍ່ ຢຸດຢັ້ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ດູຊານເບ ຂອງຕັດຈິກິດສະຖານ, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານ ໂຄເຮຍ ຣາຊຸນໂຊດາ ນາຍົກລັດ ຖະມົນຕີ ຕັດຈິກິດສະຖານ.ໂອກາດນີ້,ທ່ານ ຫລີ ສຽງ ກ່າວວ່າ: ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ສປ ຈີນ-ຕັດຈິກິດສະຖານ ໄດ້ຮັກສາການຂະຫຍາຍຕົວ ໃນລະດັບສູງມາໂດຍຕະຫລອດ ເຊິ່ງ ການຮ່ວມມຶື ໃນຂົງເຂດຕ່າງໆ ລະຫວ່າງ ສອງຝ່າຍ ໄດ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາ ຢ່າງບໍ່ຢຸດຢັ້ງ. ປີໜ້າ ສອງປະເທດ ຈະຕ້ອນຮັບ ວັນຄົບຮອບ 35 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ທາງການ ທູດ, ສປ ຈີນ ຍິນດີຮ່ວມກັບ ຕັດຈິກິດສະຖານ ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ ທາງຍຸດທະສາດ, ຊຸກຍູ້ການຮ່ວມມື ຢ່າງຮອບດ້ານ ລະຫວ່າງ ສປ ຈີນ-ຕັດຈິກິດສະຖານ ໃຫ້ກ້າວສູ່່ລະດັບໃໝ່ ຢ່າງບໍ່ ຢຸດຢັ້ງ ເພື່ອຮັບເອົາຜົນສໍາເລັດຕົວຈິງ ຫລາຍກວ່າເກົ່າ. ທ່ານ ຣາຊຸນໂຊດາ ກ່າວວ່າ: ຕັດຈິກິດສະຖານ ຍິນດີຊຸກຍູ້ ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ລົງເລິກການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ໃນຂົງເຂດຕ່າງໆ ເປັນຕົ້ນ ແມ່ນເສດຖະກິດ-ການຄ້າ, ການລົງທຶນ ແລະ ກະສິກໍາ, ເປີດກວ້າງການຮ່ວມມື ໃນຂົງເຂດຈະເລີນໃໝ່, ພ້ອມທັງເພີ່ມທະວີ ການແລກ ປ່ຽນ ດ້ານວັດທະນະທໍາ, ຮັດແໜ້ນການແລກປ່ຽນ ແລະ ປະສານງານໃນເວທີ ຫລາຍຝ່າຍກັບ ສປ ຈີນ ເພື່ອຊຸກຍູ້ການພົວພັນ ລະຫວ່າງ ຕັດຈິກິດສະຖານ-ສປ ຈີນ ໃຫ້ໄດ້ຮັບຜົນສໍາເລັດ ອັນໃໝ່ຢ່າງ ບໍ່ຢຸດຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top