ຍອດການຂາຍລົດໄຟຟ້າທົ່ວໂລກ ຫລຸດລົງ 2%

20/10/2026 13:50
ຂປລ ຍອດການຂາຍລົດຍົນໄຟຟ້າ (EV) ທົ່ວໂລກ ປັບຕົວຫລຸດລົງ 2% ໃນເດືອນກັນຍາ ຕິດຕໍ່ກັນ 6 ເດືອນ ຫລັງຈາກ ຍອດການຂາຍລົດໄຟຟ້າ ໃນຈີນ ແລະ ອາເມລິກາເໜືອ ຫລຸດລົງຢ່າງໜັກ ເຖິງແມ່ນວ່າ ຍອດການຂາຍລົດໄຟຟ້າ ໃນເອີຣົບ ຈະສ້າງຕົວເລກ ສະຖິຕິສູງສຸດ ເປັນປະຫວັດສາດກໍຕາມ.

ຂປລ. ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ຍອດການຂາຍລົດຍົນໄຟຟ້າ (EV) ທົ່ວໂລກ ປັບຕົວຫລຸດລົງ 2% ໃນເດືອນກັນຍາ ຕິດຕໍ່ກັນ 6 ເດືອນ ຫລັງຈາກ ຍອດການຂາຍລົດໄຟຟ້າ ໃນຈີນ ແລະ ອາເມລິກາເໜືອ ຫລຸດລົງຢ່າງໜັກ ເຖິງແມ່ນວ່າ ຍອດການຂາຍລົດໄຟຟ້າ ໃນເອີຣົບ ຈະສ້າງຕົວເລກ ສະຖິຕິສູງສຸດ ເປັນປະຫວັດສາດກໍຕາມ.

ເບນມາກ ມິເນອຣັລ ອິນເຕວລິເຈນຊ໌ (Benchmark Mineral Intelligence: BMI) ເປັນບໍລິສັດວິໄຈຈາກ ອັງກິດ ໄດ້ເຜີຍແຜ່ ຂໍ້ມູນວ່າ ຍອດການຂາຍ EV ທົ່ວໂລກ ຫລຸດລົງ 2% ເມື່ອທຽບໃສ່ປີຕໍ່ປີ ມາຢູ່ໃນລະດັບ 2,15 ລ້ານຄັນ ເມື່ອເດືອນກັນຍາ ຜ່ານມາ. ສ່ວນການຍອດຂາຍ ສະສົມ ໃນໄລຍະ 9 ເດືອນທຳອິດ ຂອງ ປີນີ້ (ມັງກອນ-ກັນຍາ) ບັນລຸ 15,5 ລ້ານຄັນ, ເພີ່ມຂຶ້ນ 3% .

ສ່ວນໃນເອີຣົບ ມີຍອດການຂາຍ EV ເກືອບ 600.000 ຄັນ ໃນເດືອນກັນຍາ ເປັນຕົວເລກ ສະຖິຕິສູງສຸດ ເປັນປະຫວັດສາດ ແລະ ເພີ່ມຂຶ້ນ 10% ຈາກ ຕົວເລກສະຖິຕິເດີມ ທີ່ກຳນົດໄວ້ ໃນເດືອນມິຖຸນາ. ໂດຍທາງກົງກັນຂ້າມ, ຍອດການຂາຍລົດ EV ຢູ່ຈີນ ລວມມີ 1,11 ລ້ານຄັນ ຫລຸດລົງ 18%  ເມື່ອເດືອນກັນຍາ ສົ່ງຜົນໃຫ້ ຜູ້ຜະລິດ ລົດໃຫ່ຍ ໃນຈີນ ຕ້ອງຫັນມາ ເພີ່ງພາ ການສົ່ງອອກ ໃຫ້ຫລາຍຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top