ຂປລ
ຂປລ. ເມື່ອບໍ່ດົນມານີ້, ໂຄງການຂະໜາດນ້ອຍ ຕາມສາຍທາງລົດໄຟລາວ-ຈີນ ຂອງບໍລິສັດ ເທັກໂນໂລຢີ ການກໍ່ສ້າງ ໂດຍແມ່ນບໍລິສັດທາງລົດໄຟຈີນເລກທີ 15 ທີ່ເປັນຜູ້ກໍ່ສ້າງ ໄດ້ຜ່ານການກວດກາຮັບຮອງສໍາເລັດຜົນ ຊຶ່ງເຮັດໃຫ້ພື້ນຖານຄວາມປອດໄພຂອງສາຍທາງ ມີຄວາມໝັ້ນຄົງຫລາຍຂຶ້ນ, ຮັບປະກັນລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າຂ້າມແດນແລ່ນຜ່ານ ດ້ວຍຄວາມປອດໄພ ແລະ ສະຫງົບ.

ໂຄງການດັ່ງກ່າວ, ປະກອບມີຫລາຍຈຸດງານ ຄື: ການປັບປຸງລະບົບອັດຕະໂນມັດທາງລະບາຍນ້ຳອຸມົງ ບ້ານຄອງຫລວງ, ການປັບປຸງພື້ນທີ່ໜ້າປາກອຸມົງ ບ້ານນາໂກທີ່ເກີດດິນເຈື່ອນ, ການປັບປຸງຄວາມເສຍຫາຍຂອງອຸມົງຫລວນຊານ, ການສ້າງຄວາມໝັ້ນຄົງພື້ນທີ່ທາງລະບາຍນ້ຳ, ກໍ່ສ້າງຫ້ອງນ້ຳສາທາລະນະໃໝ່ ສະຖານີມໍລະດານ ແລະ ອື່ນໆ, ພ້ອມທັງປັບປຸງຄວາມເສຍຫາຍໃນການດຳເນີນງານ ເຊັ່ນ: ນ້ຳຂັງໃນອຸມົງ, ດິນເຈື່ອນຕາມພື້ນທີ່ ແລະ ທາງລະບາຍນ້ຳ. ໂຄງການທັງໝົດແມ່ນການກໍ່ສ້າງໃນເສັ້ນທາງລົດໄຟທີ່ກຳລັງໃຊ້ງານ, ບວກກັບເງື່ອນໄຂທີ່ບໍ່ເອື້ອອຳນວຍໃນລາວ ຊຶ່ງການກວດກາຮັບຮອງຄັ້ງນີ້, ດຳເນີນໄປຕາມລະບຽບ ແລະ ມາດຕະຖານ.
ຫລັງຈາກໂຄງການເປີດໃຊ້ງານແລ້ວ ຈະຊ່ວຍຫລຸດຜ່ອນຄວາມສ່ຽງຈາກໄພນ້ຳຕ່າງໆ ໃນລະດູ ຝົນຢ່າງມີປະສິດທິພາບ, ຍົກລະດັບຄວາມສາມາດປ້ອງກັນ ແລະ ຕ້ານໄພພິບັດຂອງສາຍທາງ ຮັບປະ ກັນການດຳເນີນງານຂອງທາງລົດໄຟລາວ-ຈີນ ມີຄວາມປອດໄພ ແລະ ສະຖຽນລະພາບ, ເພີ່ມປະສິດທິ ພາບການຂົນສົ່ງຂອງເສັ້ນທາງຂົນສົ່ງຂ້າມຊາຍແດນ. ບໍລິສັດທາງລົດໄຟຈີນເລກທີ 15 ປົກປ້ອງເສັ້ນ ເລືອດໃຫຍ່ທາງລົດໄຟ ດ້ວຍຄວາມຕັ້ງໃຈປະຕິບັດໜ້າທີ່ ເປັນຕົວຢ່າງທີ່ແທ້ຈິງຂອງການສົ່ງເສີມການກໍ່ສ້າງຊຸມຊົນຊາຕາກຳລາວ-ຈີນ ລະຫວ່າງສອງຝ່າຍລາວ ແລະ ຈີນ. ບໍ່ພຽງແຕ່ສ້າງເສັ້ນປ້ອງກັນຄວາມປອດໄພໃນການຂົນສົ່ງ ແຕ່ຍັງປັບປຸງການບໍລິການສິ່ງອຳນວຍຄວາມສະດວກຢູ່ສະຖານີ ໃຫ້ການບໍລິ ການ ການຄ້າລະຫວ່າງລາວ-ຈີນ ແລະ ການເດີນທາງຂອງປະຊາຊົນດີຂຶ້ນ.
KPL