ຫວຽດນາມ ເຊັນສັນຍາການຄ້າ ກັບ 4 ປະເທດ ໃນເອີຣົບ

20/10/2026 13:50
ຂປລ ຫວຽດນາມ ໄດ້ລົງນາມໃນຄວາມຕົກລົງ ການຄ້າເສລີ ຫວຽດນາມ-ສະມາຄົມການຄ້າເສລີ ເອີຣົບ (ວີເອຟຕາ) ຮ່ວມກັບ ບັນດາ ປະເທດ ສະມາຄົມ ການຄ້າເສລີ ເອີຣົບ (ເອີຣົບ: EFTA) ທັງ 4 ປະເທດ ໄດ້ແກ່: ສະວິດ, ນອກແວ, ອິດສະລັງ ແລະ ເລັກເຕນສະເຕນ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອວັນທີ 18 ຕຸລາວ່າ: ຫວຽດນາມ ໄດ້ລົງນາມໃນຄວາມຕົກລົງ ການຄ້າເສລີ ຫວຽດນາມ-ສະມາຄົມການຄ້າເສລີ ເອີຣົບ (ວີເອຟຕາ) ຮ່ວມກັບ ບັນດາ ປະເທດ ສະມາຄົມ ການຄ້າເສລີ ເອີຣົບ (ເອີຣົບ: EFTA) ທັງ 4 ປະເທດ ໄດ້ແກ່: ສະວິດ, ນອກແວ, ອິດສະລັງ ແລະ ເລັກເຕນສະເຕນ.

ຂໍ້ຕົກລົງດັ່ງກ່າວ ເປັນຜົນມາຈາກ ການເຈລະຈາ ທີ່ຍາວນານກວ່າ 14 ປີ ນັບຕັ້ງແຕ່ ປີ 2012 ເປັນຕົ້ນມາ ໂດຍມີເປົ້າໝາຍ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມຮ່ວມມື ທາງເສດຖະກິດ ລະຫວ່າງ ຫວຽດນາມ ກັບກຸ່ມປະເທດ ເອີຣົບ ທີ່ມີກຳລັງຊື້ສູງ.

ພາຍໃຕ້ຂໍ້ຕົກລົງນີ້, ບັນດາປະເທດ ສະມາຄົມ ການຄ້ເສລີ ເອີຣົບ ຈະຍົກເລີກພາສີ ນຳເຂົ້າ ສິນຄ້າຫລາຍກວ່າ 90% ຂອງ ລາຍການ ພາສີທັງໝົດ ລວມເຖິງ ສິນຄ້າ ສົ່ງອອກຈາກ ຫວຽດນາມ ສູງເຖິງ 99,5% ຂອງ ມູນຄ່າການສົ່ງອອກໄປຍັງ ຕະຫລາດກຸ່ມນີ້ ໂດຍສະເພາະ ສິນຄ້າ ພາກອຸດສາຫະກຳທັງໝົດ ລວມທັງ ອາຫານທະເລ ຈະໄດ້ຮັບສິດຍົກເວັ້ນພາສີທັນທີ.

ໂດຍສິນຄ້າສົ່ງອອກສຳຄັນ ຂອງ ຫວຽດນາມ ທີ່ຄາດວ່າ ຈະໄດ້ຮັບຜົນປະໂຫຍດ ໄດ້ແກ່: ເຄື່ອງນຸ່ງຫົ່ມ ແລະ ການຕໍ່າແຜ່ນ, ເກີບ, ອາຫານທະເລ, ຄອມພິວເຕີ, ອຸປະກອນເອເລັກໂຕຣນິກ, ອຸປະກອນອາໄຫລ່, ເຄື່ອງກົນຈັກ ແລະ ອຸປະກອນຕ່າງໆ; ໃນນັ້ນ ສິນຄ້າ ກະສິກຳ ບາງລາຍການ ເຊັ່ນ: ເຂົ້າ, ນໍ້າເຜິ້ງ, ຜັກ ແລະ ໝາກໄມ້ ຈະໄດ້ຮັບການ ຫລຸດພາສີເຊັ່ນດຽວກັນ. ນອກຈາກນັ້ນ, ຫວຽດນາມ ຍັງຈະຄ່ອຍໆ ຍົກເລີກ ພາສີນຳເຂົ້າ ສິນຄ້າ ຫລາຍກວ່າ 86% ຂອງລາຍການພາສີທັງໝົດ ລວມເຖິງ ສິນຄ້າ ນຳເຂົ້າ ຈາກກຸ່ມ ເອີຣົບ  ກວມເອົາ 99,9% ໂດຍຈະດຳເນີນການ ທັນທີ ແລະ ຄ່ອຍໆຫລຸດພາສີ ໃນໄລຍະເວລາ 3-15 ປີ./

KPL

ຂ່າວອື່ນໆ

ads
ads

Top