ອິນໂດເນເຊຍ ຮັບຄວາມຊ່ວຍເຫລືອ ຈາກຕ່າງປະເທດ

20/10/2026 13:50
ຂປລ ທ່ານ ອາມາທາ ນາຊີຣ໌ (Armanatha Nasir) ລັດຖະມົນຕີ ກະຊວງ ການຕ່າງປະເທດ ອິນໂດເນເຊຍ ເປີດເຜີຍວ່າ ປະທານາທິບໍດີ ປາໂບໂວ ຊູບຽນໂຕ (Prabowo Subianto) ໄດ້ຮັບຄວາມຊ່ວຍເຫລືອ ຈາກ ບັນດາປະເທດ ເພື່ອນບ້ານ ເພື່ອຮັບມືກັບ ສະຖານະການໄຟປ່າຢາງຮຸນແຮງທີ່ສຸດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ອາມາທາ ນາຊີຣ໌ (Armanatha Nasir) ລັດຖະມົນຕີ ກະຊວງ ການຕ່າງປະເທດ ອິນໂດເນເຊຍ ເປີດເຜີຍວ່າ ປະທານາທິບໍດີ ປາໂບໂວ ຊູບຽນໂຕ (Prabowo Subianto) ໄດ້ຮັບຄວາມຊ່ວຍເຫລືອ ຈາກ ບັນດາປະເທດ ເພື່ອນບ້ານ ເພື່ອຮັບມືກັບ ສະຖານະການໄຟໄໝ້ປ່າ ຢາງຮຸນແຮງທີ່ສຸດ ໃນຮອບກວ່າ 10 ປີ.  ໃນຂະນະນີ້ ອົງການ ບັນເທົາ ສາທາລະນະໄພແຫ່ງຊາດ ອິນໂດເນເຊຍ (BNPB) ພວມຢູ່ໃນລະຫວ່າງ ການປຶກສາຫາລື ລາຍລະອຽດໃນລະດັບປະຕິບັດການ.

ຝ່າຍຫົວໜ້າອົງການ BNPB ຄົນໃໝ່ ລະບຸວ່າ ທາງການ ກ່ຽວຂ້ອງ ພວມພິຈາລະນາ ຮູບແບບຄວາມຊ່ວຍເຫລືອ ທີ່ມີຜູ້ສະເໜີເຂົ້າມາ ກ່ອນຈະຕັດສິນໃຈວ່າ ຈະເລັ່ງດຳເນີນການພາກສ່ວນໃດໄດ້ແດ່.

ປະຈຸບັນ, ອິນໂດເນເຊຍ ພວມຜະເຊີນກັບໄຟປ່າ ທີ່ ລຸກລາມຢ່າງຕໍ່ເນື່ອງ ເປັນເວລາ ຫລາຍເດືອນ ສົ່ງຜົນໃຫ້ປະຊາຊົນ ຫລາຍແສນຄົນ ປະສົບກັບ ບັນຫາ ດ້ານລະບົບ ທາງເດີນຫາຍໃຈ, ໃນຂະນະທີ່ ໝອກວັນ ໄດ້ແຜ່ກະຈາຍ ປົກຄຸມປະເທດ ເພື່ອນບ້ານ ຈົນເຮັດໃຫ້ ມາເລເຊຍ ແລະ ຕີມໍແລັເສະຕິນ ຕ້ອງປະກາດ ສັ່ງປິດໂຮງຮຽນ./

KPL

ຂ່າວອື່ນໆ

ads
ads

Top