ກໍາປູເຈຍ ຈະກໍ່ສ້າງຂົວຂ້າມແມ່ນ້ຳຂອງເຊື່ອມຕໍ່ ນະຄອນຫລວງພະນົມເປັນ ກັບ ແຂວງກັນດານ

20/10/2026 10:36
ຂປລ ກໍາປູເຈຍ ຈະເລີ່ມ ກໍ່ສ້າງ ຂົວຂ້າມແມ່ນ້ຳຂອງ ຊຶ່ງຈະເຊື່ອມຕໍ່ ສອງເມືອງ ລະຫວ່າງ ນະຄອນຫລວງ ພະນົມເປັນ ແລະ ແຂວງກັນດານ ໃນໄລຍະຕົ້ນປີໜ້າ ໂດຍໂຄງການດັ່ງກ່າວ ຈະຊ່ວຍຍົກະດັບ ການເຊື່ອມໂຍງ ພາກພື້ນ ແລະ ຊຸກຍູ້ການເຕີບໂຕ ທາງເສດຖະກິດ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເພັງ ໂພເນຍ (Peng Ponea) ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງ ກໍາປູເຈຍ ເປີດເຜີຍວ່າ: ກໍາປູເຈຍ ຈະເລີ່ມ ກໍ່ສ້າງ ຂົວຂ້າມແມ່ນ້ຳຂອງ ຊຶ່ງຈະເຊື່ອມຕໍ່ ສອງເມືອງ ລະຫວ່າງ ນະຄອນຫລວງ ພະນົມເປັນ ແລະ ແຂວງກັນດານ ໃນໄລຍະຕົ້ນປີໜ້າ ໂດຍໂຄງການດັ່ງກ່າວ ຈະຊ່ວຍຍົກະດັບ ການເຊື່ອມໂຍງ ພາກພື້ນ ແລະ ຊຸກຍູ້ການເຕີບໂຕ ທາງເສດຖະກິດ.

ຂົວແຫ່ງດັ່ງກ່າວ ຈະເຊື່ອມຕໍ່ ລະຫວ່າງ ເມືອງເກາະໂນເລຍ (Koh Norea) ໃນເຂດບາຣ ອຳປອບ (Chbar Ampov) ຂອງ ນະຄອນຫລວງ ພະນົມເປັນ ກັບ ໂຄງການ ແມ່ນ້ຳຂອງ ຄີຊີຕີ (Mekong Key City) ໃນເມືອງອາຣິຍະກະສັດ (Arey Ksat) ຂອງ ແຂວງກັນດານ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີ ການເປີດເຜີຍ ລາຍລະອຽດ ກ່ຽວກັບຂະໜາດ ແລະ ງົບປະມານ ໃນການ ກໍ່ສ້າງທັງໝົດເທື່ອ.

ໂຄງການ ດັ່ງກ່າວ ແມ່ນລິເລີ່ມໂດຍ ທ່ານ ຮຸນ ມາເນັດ (Hun Manet) ນາຍົກ ລັດຖະມົນຕີ ກຳປູເຈຍ ເພື່ອ ສົ່ງເສີມ ການພັດທະນາ ເສດຖະກິດ, ຫລຸດຜ່ອນ ບັນຫາ ການສັນຈອນ ຕິດຂັດ, ເສີມສ້າງ ເຄືອຂ່າຍ ຖະໜົນຫົນທາງ ແລະຂົວ, ພ້ອມກັນນັ້ນ ຍັງສ້າງຜົນປະໂຫຍດ ທາງດ້ານເສດຖະກິດ ໃຫ້ແກ່ ປະຊາຊົນ ທີ່ອາໄສ ຢູ່ເຂດຝັ່ງ ຕາເວັນອອກຂອງ ນະຄອນຫລວງ ພະນົມເປັນ ແລະ ແຂວງກັນດານ./

KPL

ຂ່າວອື່ນໆ

ads
ads

Top