ຂປລ
, ລັດຖະ ມົນຕີກະຊວງ ພະລັງງານ ອາຣັບບີ ຊາອຸດິດ ຢືນຢັນວ່າ: ປະເທດນີ້ ຍັງມີສະມັດຕະພາບ ແລະ ຄວາມສາມາດ ໃນການຈັດສົ່ງ ພະລັງງານໄດ້ ຢ່າງຕໍ່ເນື່ອງ ທ່າມກາງ ສະຖານະການ ໂຈມຕີ ສະໜາມບິນ, ໂຮງກັ່ນນ້ຳມັນ ແລະ ທໍ່ສົ່ງນ້ຳມັນ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ຣິຢັດ ປະເທດ ອາຣັບບີ ຊາອຸດິດ, ລັດຖະ ມົນຕີກະຊວງ ພະລັງງານ ອາຣັບບີ ຊາອຸດິດ ຢືນຢັນວ່າ: ປະເທດນີ້ ຍັງມີສະມັດຕະພາບ ແລະ ຄວາມສາມາດ ໃນການຈັດສົ່ງ ພະລັງງານໄດ້ ຢ່າງຕໍ່ເນື່ອງ ທ່າມກາງ ສະຖານະການ ໂຈມຕີ ສະໜາມບິນ, ໂຮງກັ່ນນ້ຳມັນ ແລະ ທໍ່ສົ່ງນ້ຳມັນ.
ເຈົ້າຊາຍ ອັບດຸນອາຊິສ ບິນ ຊັນມານ ລັດຖະມົນຕີ ກະຊວງ ພະລັງງານ ອາຣັບບີ ຊາອຸດິດ ໄດ້ກ່າວໃນລະຫວ່າງ ກອງປະຊຸມສະພາ ພະລັງງານໂລກ (WPC) ຢູ່ນະຄອນຫລວງ ຣີຢັດ ວ່າ ຄວາມຢືດຢຸ່ນ ດ້ານພະລັງງານ ບໍ່ແມ່ນການວັດແທກຈາກ ປະລິມານ ນ້ຳມັນສຳຮອງ ທີ່ ພ້ອມຜະລິດ, ກຳລັງການຂົນສົ່ງ ຜ່ານທໍ່ ຫລື ກຳລັງ ການຜະລິດໄຟຟ້າເທົ່ານັ້ນ, ແຕ່ຍັງລວມເຖິງ ຄວາມສາມາດ ໃນການ ບຳລຸງ ຮັກສາ, ສ້ອມແປງ, ປ່ຽນເສັ້ນທາງຂົນສົ່ງ, ນຳໃຊ້ແຫລ່ງພະລັງງານ ທົດແທນ ແລະ ການຟື້ນຟູ ລະບົບ ລວມເຖິງ ການເດີນໜ້າ ຈັດສົ່ງພະລັງງານໄດ້ ເຖິງແມ່ນວ່າ ຈະຕ້ອງ ຜະເຊີນກັບແຮງກົດດັນກໍຕາມ.
ການເຄື່ອນໄຫວ ດັ່ງກ່າວ ໄດ້ເກີດຂຶ້ນ ຫລັງຈາກ ອາຣັບບີ ຊາອຸດິດ ໄດ້ຜະເຊີນກັບ ການໂຈມຕີ ຫລາຍຄັ້ງ ເມື່ອບໍ່ດົນມານີ້, ໂດຍສະເພາະ ແມ່ນການໂຈມຕີໃສ່ ສະໜາມບິນ ໃນນະຄອນຫລວງ ຣີຢັດ ແລະ ສະໜາມບິນໃນແຂວງອື່ນໆ ຫລາຍຄັ້ງ ເຊິ່ງສົ່ງຜົນໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ແລະ ໄດ້ຮັບບາດເຈັບ ຫລາຍຮ້ອຍຄົນ./
KPL