ຂປລ
ລັດຖະບານ ອັງກິດ ໄດ້ເປີດຕົວ ໂຄງການໃໝ່ ເຊິ່ງຈະສ້າງມາດຕະຖານ ການປະເມີນ ຄວາມສ່ຽງ ອຸທົກກະໄພ ເພື່ອຊ່ວຍໃຫ້ເຈົ້າຂອງເຮືອນ, ບໍລິສັດ ປະກັນໄພ ແລະ ທະນາຄານ ສາມາດ ບໍລິຫານ ຈັດການ ຄວາມສ່ຽງ ໃຫ້ໄດ້ຮັບປະສິດທິພາບດີຂຶ້ນ.
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ລັດຖະບານ ອັງກິດ ໄດ້ເປີດຕົວ ໂຄງການໃໝ່ ເຊິ່ງຈະສ້າງມາດຕະຖານ ການປະເມີນ ຄວາມສ່ຽງ ອຸທົກກະໄພ ເພື່ອຊ່ວຍໃຫ້ເຈົ້າຂອງເຮືອນ, ບໍລິສັດ ປະກັນໄພ ແລະ ທະນາຄານ ສາມາດ ບໍລິຫານ ຈັດການ ຄວາມສ່ຽງ ໃຫ້ໄດ້ຮັບປະສິດທິພາບດີຂຶ້ນ.
ບົດລາຍງານ ຈາກນະຄອນຫລວງ ລອນດອນ ຂອງ ອັງກິດ ລະບຸວ່າ: ກະຊວງ ສິ່ງແວດລ້ອມ, ອາຫານ ແລະ ກິດການ ຊົນນະບົດ ຂອງ ອັງກິດ ລະບຸ ໃນຖະແຫລງການວ່າ ໂຄງການ ໃບຮັບຮອງ ປະສິດທິພາບ ການຮັບມືກັບອຸທົກກະໄພ (FPC) ຈະເລີ່ມ ດຳເນີນການ ໃນລັກສະນະ “ໂຄງການນຳຮ່ອງ” ຢູ່ໃນພື້ນທີ່ຄວາມສ່ຽງ ໄພນ້ຳຖ້ວມ ກ່ອນຈະດຳເນີນການ ໃນວົງກວ້າງໃນປີໜ້າ ເພື່ອກຳຈັດ ການປະເມີນ ກ່ຽວກັບ ຄວາມເສຍຫາຍ ທີ່ ອາດຈະເກີດຂຶ້ນຕໍ່ອະສັງຫາລິມະຊັບ.
ອຸທົກກະໄພ ໄດ້ສ້າງຄວາມເສຍຫາຍ ຢ່າງໜັກ ຕໍ່ຄອບຄົວ ແລະ ເຂດຊຸມຊົນ. ສະນັ້ນ ພວກເຮົາ ຈຶ່ງຕ້ອງການ ໃຫ້ທຸກຄອບຄົວ ໄດ້ຮັບຮູ້ເຖິງ ຄວາມສ່ຽງ ຕໍ່ໄພນໍ້າຖ້ວມ ແລະ ແນວທາງ ໃນການຫລຸດຜ່ອນ ຄວາມສ່ຽງ ດັ່ງກ່າວ ຊຶ່ງໂຄງການ FPC ຈະຊ່ວຍໃຫ້ ປະຊາຊົນ ສາມາດເຂົ້າເຖິງ ຂໍ້ມູນຢ່າງຊັດເຈນ ແລະ ເຊື່ອຖືໄດ້ ກ່ຽວກັບ ຄວາມສ່ຽງ ຂອງນ້ຳຖ້ວມ ຂອງ ບ້ານເຮືອນ ທີ່ຕ້ອງຜະເຊີນ./
KPL