ສ.ເກົາຫລີ ອົບພະຍົບຄົນງານ 7.000 ຄົນ ຫລັງເກີດເຫດໄຟໄໝ້ຄັ້ງໃຫຍ່ ໃນໂຮງງານເຄມີ

16/10/2026 10:10
ຂປລ ເກີດເຫດໄຟໄໝ້ ຄັ້ງໃຫຍ່ ຢູ່ໂຮງງານຜະລິດສານເຄມີ ແຫ່ງໜຶ່ງ ໃນເມືອງອຸລຊານ (Ulsan) ເມືອງອຸດສາ ຫະກຳ ທາງຕາເວັນອອກສຽງໃຕ້ ຂອງ ສ.ເກົາຫລີ ສົ່ງຜົນໃຫ້ມີ ການອົບພະຍົບ ຄົນງານ ປະມານ 7.000 ຄົນ ອອກຈາກ ສະຖານທີ່ ກໍ່ສ້າງໂຮງງານ ປິໂຕຣເຄມີ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ໃນວັນທີ 14 ຕຸລາ, ເກີດເຫດໄຟໄໝ້ ຄັ້ງໃຫຍ່ ຢູ່ໂຮງງານຜະລິດສານເຄມີ ແຫ່ງໜຶ່ງ ໃນເມືອງອຸລຊານ (Ulsan) ເມືອງອຸດສາຫະກຳ ທາງຕາເວັນອອກສຽງໃຕ້ ຂອງ ສ.ເກົາຫລີ ສົ່ງຜົນໃຫ້ມີ ການອົບພະຍົບ ຄົນງານ ປະມານ 7.000 ຄົນ ອອກຈາກ ສະຖານທີ່ ກໍ່ສ້າງໂຮງງານ ປິໂຕຣເຄມີ ໃນບໍລິເວນໃກ້ຄຽງ ເພື່ອຄວາມປອດໄພ ເນື່ອງຈາກ ມີກຸ່ມຄວັນ ສີດຳຢ່າງໜັກ ແລະ ກິ່ນສານພິດ ປົກຄຸມ ໃນພື້ນທີ່ ໂດຍຮອບ.

ໃນນັ້ນ ພະນັກງານ 12 ຄົນ ທີ່ ພວມປະຕິບັດງານ ຢູ່ໃນໂຮງງານ ໃນຂະນະ ເກີດເຫດ ສາມາດໜີ ອອກມາໄດ້ຢ່າງປອດໄພ ແລະ ບໍ່ມີຜູ້ໄດ້ຮັບ ບາດເຈັບ ຫລື ເສຍຊີວິດ. ສ່ວນພະນັກງານ ຂອງ ສະຖານປະກອບການອື່ນໆ ໃນບໍລິເວນໃກ້ຄຽງ ກໍໄດ້ຮັບການອົບພະຍົບ ເຊັ່ນກັນ ເພື່ອປ້ອງກັນ ອັນຕະລາຍ ທີ່ອາດຈະເກີດຂຶ້ນ.

ສາເຫດໄຟໄໝ້ແມ່ນ ເກີດຈາກ ຖັງເກັບສານ ໂທລູອີນ (Toluene) ແບບກາງແຈ້ງ ເຊິ່ງມີ ສານໄວໄຟ ດັ່ງກ່າວໄດ້ບັນຈຸ 8.000 ລິດ, ຕໍ່ມາໄດ້ເກີດໄໝ້ຂຶ້ນ ອີກຈຸດໜຶ່ງ ເທິງເດີ່ນຫຍ້າ ຫລັງຈາກ ສະເກັດໄຟປິວໄປຖືກ ສະຖານປະກອບການ ໃກ້ຄຽງ. ໃນຂະນະດຽວກັນ, ແປວໄຟ ດັ່ງກ່າວ ຍັງມີຄວາມສ່ຽງ ທີ່ຈະແຜ່ລາມ ໄປຕິດຖັງ ເກັບສານເຄມີທີ່ຕັ້ງຢູ່ ຕິດກັນອີກດ້ວຍ.

ເຫດໄຟໄໝ້ ໃນຄັ້ງນີ້ ເຮັດໃຫ້ ໜ່ວຍງານ ດັບເພີງ ຕ້ອງອອກ ຄຳສັ່ງ ລະດົມກຳລັງ ດັບໄຟ ທົ່ວປະເທດ ໂດຍໄດ້ຮຽກ ລົດດັບເພີງ ສະເພາະທາງ, ເຮລິກົບແຕ້ ແລະ ເຈົ້າໜ້າທີ່ ຫລາຍກວ່າ 200 ຄົນ ຈາກໃນເມືອງ ແລະ ພາກພື້ນໂດຍຮອບເຂົ້າຮ່ວມ ປະຕິບັດການ ເຮັດໃຫ້ ເຈົ້າໜ້າທີ່ ສາມາດ ຄວບຄຸມໄຟໄວ້ໄດ້ ແລະ ດັບໄຟໄດ້ແລ້ວ./

KPL

ຂ່າວອື່ນໆ

ads
ads

Top