ຂປລ
ບໍລິສັດ ວີຊ່າ (Visa) ໄດ້ອອກ ຖະແຫລງການ ໂດຍລະບຸວ່າ ໄດ້ຮັບການ ອະນຸມັດ ຈາກໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ລັດຖະບານຈີນ ໃຫ້ເລີ່ມກະກຽມ ການຈັດຕັ້ງ ທຸລະກິດ ລະບົບຊຳລະບັນຊີ ບັດທະນາຄານໃນຈີນ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ປັກກິ່ງ ປະເທດຈີນ ວ່າ: ບໍລິສັດ ວີຊ່າ (Visa) ໄດ້ອອກ ຖະແຫລງການ ໂດຍລະບຸວ່າ ໄດ້ຮັບການ ອະນຸມັດ ຈາກໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ລັດຖະບານຈີນ ໃຫ້ເລີ່ມກະກຽມ ການຈັດຕັ້ງ ທຸລະກິດ ລະບົບຊຳລະບັນຊີ ບັດທະນາຄານໃນຈີນ ເຊິ່ງເປັນ ບາດກ້າວສຳຄັນ ທີ່ ອາດຈະເປີດທາງ ໃຫ້ບໍລິສັດ ສາມາດ ເຂົ້າສູ່ ຕະຫລາດ ການຊຳລະເງິນ ຂະໜາດໃຫຍ່ ຂອງຈີນ ຕາມຮອຍຄູ່ແຂ່ງເຊັ່ນ: ບັດມາສເຕີຄາດ (Mastercard) ແລະ ອາເມລິກາ ເອັສເພຣສ (American Express). ການອະນຸມັດ ດັ່ງກ່າວ ໄດ້ຖືເປັນເປົ້າໝາຍສຳຄັນ ໃນຂະບວນການ ເຂົ້າສູ່ ຕະຫລາດ ການຊຳລະເງິນ ພາຍໃນ ປະເທດຈີນ.
ທ່ານ ຣາຢັນ ແມັກອິນເນີຣ໌ນີ (Ryan McInerney) ປະທານ ເຈົ້າໜ້າທີ່ ບໍລິຫານ (CEO) ຂອງ ວີຊ່າ (Visa) ໄດ້ກ່າວວ່າ: ບໍລິສັດນີ້ ມີຄວາມປິຕິຍິນດີ ຕໍ່ບົດບາດ ອັນສຳຄັນ ຂອງ ຜູ້ນຳສ.ອາເມລິກາ ແລະ ຈີນ ໃນການສົ່ງເສີມ ສາຍພົວພັນ ທີ່ ສ້າງສັນ ແລະ ມີສະຖຽນລະພາບ ທາງຍຸດທະສາດ ລະຫວ່າງ ສອງຝ່າຍ. ພ້ອມດຽວກັນນີ້, ວີຊ່າ ຍັງໄດ້ມີສ່ວນຮ່ວມ ໃນລະບົບ ການຊຳລະເງິນ ທີ່ເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງວ່ອງໄວ ຂອງຈີນ ມາເປັນເວລາຍາວກວ່າ 40 ປີແລ້ວ ພ້ອມກັນນັ້ນ, ທ່ານຍັງຫວັງວ່າ ຈະໄດ້ດຳເນີນ ບັນດາ ຂັ້ນຕອນ ທີ່ຈຳເປັນ ຕາມລະບຽບການ ຂອງ ທະນາຄານ ປະຊາຊົນຈີນ (PBOC) ເພື່ອເລີ່ມຕົ້ນ ໃຫ້ບໍລິການ ພາຍໃນປະເທດ./
KPL