ຫສນຍ ຕ້ອງກຳແໜ້ນແນວທາງນະໂຍບາຍນິຕິກຳ ແລະ ສະພາບຕົວຈິ່ງກ່ອນພາກສ່ວນອື່ນບາດຫ້າວໜຶ່ງ

15/10/2026 09:35
ຂປລ ໃນວັນທີ 14 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງທີ່ມີຕຳແໜ່ງຮອງຫົວໜ້າພະແນກຂຶ້ນໄປທ່ົວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍ ທ່ານໄດ້ເນັ້ນໜັກວ່າ ຫສນຍ ຕ້ອງກຳແໜ້ນແນວທາງ, ນະໂຍບາຍ, ນິຕິກຳ ແລະ ສະພາບຕົວຈິງກ່ອນພາກສ່ວນອື່ນບາດກ້າວໜຶ່ງ.

    ຂປລ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນທີ່ຕັ້ງ, ບົດບາດຄວາມສຳຄັນຂອງ ຫສນຍ ໃນການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ, ພ້ອມທັງໃຫ້ທິດຊີ້ນຳດັ່ງນີ້: ຄະນະພັກແຕ່ລະຂັ້ນ ພາຍໃນອົງຄະນະພັກ ຫສນຍ ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດຂອງພະນັກງານ-ລັດຖະກອນ ຢ່າງເລິກເຊ່ິງເຖິງຖອງ, ກຳໃຫ້ໄດ້ສະພາບແນວຄິດ ແລະ ການດຳລົງຊີວິດຂອງເຂົາເຈົ້າ, ທັງສ້າງເງື່ອນໄຂເຮັດໃຫ້ພະນັກງານ-ລັດຖະກອນ ສືບຕໍ່ປະຕິບັດໜ້າທີ່ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະພາບການເປັນຢູ່ທ່ີດີ, ມີຄວາມຮັບຜິດຊອບສູງຕ່ໜ້າທ່ີ, ມີຄວາມເສຍສະລະເພ່ືອຜົນປະໂຫຍດສ່ວນລວມ, ມີຄວາມກະຕືລືລົ້ນ, ມີຈິດໃຈ ແລະ ແນວຄິດຢາກພັດທະນາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່; ສືບຕໍ່ປະຕິບັດກົນໄກການຈໍລະຈອນເອກະສານເຂົ້າ- ອອກ, ລະບອບແບບແຜນ ແລະ ກົນໄກການເຮັດວຽກໃຫ້ລະອຽດຊັດເຈນ, ວ່ອງໄວ ແລະ ຫັນໄປສູ່ລະບົບທັນສະໄໝ; ເອົາໃຈໃສ່ຄົ້ນຄວ້າ, ກັ່ນຕອງໃນການອອກປະເພດນິຕິກຳ ໃຫ້ສອດຄ່ອງເໝາະສົມກັບການຕົກລົງ ກໍຄື ບັນດາທິດຊ້ີນຳຕົວຈິງຂອງຂ້ັນເທິງ, ຄຽງຄູ່ກັບກຳນົດກົນໄກການຕິດຕາມຊຸກຍູ້ ແລະ ປະເມີນຜົນການຈັດຕ້ັງປະຕິບັດບັນດານິຕິກຳ ກໍ່ຄື ທິດຊີ້ນຳຂອງລັດຖະບານທີ່ໄດ້ວາງອອກໃຫ້ມີປະສິດທິຜົນສູງ; ຄ້ົນຄວ້າປັບປຸງກົນໄກ ກໍຄື ຂອດການຄົ້ນຄວ້າເນື້ອໃນຕ່າງໆໃນຂັ້ນວິຊາການ ໃຫ້ເລິກເຊິ່ງເຖິງຖອງກ່ອນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີເພື່ອໃຫ້ກອງປະຊຸມໃຊ້ເວລາສັ້ນ ແລະ ສາມາດຕົກລົງໄດ້ຫລາຍບັນຫາ; ເພີ່ມທະວີເອົາໃຈໃສ່ຮັກສາຄວາມລັບທາງດ້ານເອກະສານ ກໍຄືຄຳເຫັນຊີ້ນຳຂອງການນຳທີ່ເປັນລາຍລັກອັກສອນ; ປັບປຸງລະບົບຮັກສາຄວາມປອດໄພພາຍໃນຕຶກອາຄານ ແລະ ພາຍໃນຮົ້ວ ຫສນຍ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຮັບປະກັນສູງສຸດໃຫ້ແກ່ການນຳ; ປັບປຸງພ້ືນຖານໂຄງລ່າງ-ເຕັກນິກວຽກງານໂຄສະນາປະຊາສຳພັນໃຫ້ທັນສະໄໝ ແລະ ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ສົມບົດບາດ ແລະ ພາບພົດຂອງລັດຖະບານຢ່າງແທ້ຈິງ.

    ໂອກາດດຽວກັນ, ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບລວມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນຕົ້ນທີ່ຕັ້ງ ແລະ ພາລະບົດບາດ, ການຈັດຕັ້ງ ແລະ ບຸກຄະລາກອນ, ຜົນການຈັດຕັ້ງປະຕິບັດວຽກງານການເມືອງ ແລະ ວຽກງານວິຊາສະເພາະໃນໄລຍະທີ່ຜ່ານມາ, ລວມທັງຂໍ້ສະດວກ, ຂ້ໍຫຍຸ້ງຍາກ, ຂໍ້ຄົງຄ້າງ, ທິດທາງແຜນການໃນຕ່ໍໜ້າ ແລະ ຂ້ໍສະເໜີຈຳນວນໜຶ່ງ. 

   ຫລັງຈາກນັ້ນ, ເພື່ອລະດົມຄວາມຄິດເຫັນ ແລະ ເປັນເອກະພາບສູງຕໍ່ການຈັດຕັ້ງປະຕິບັດວຽກງານ ໃນຕ່ໍໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານສູງຂ້ຶນກວ່າເກ່ົາ, ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນເຈາະຈີ້ມ ແລະ ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ, ສ້າງສັນ, ແທດບັນຫາຕົວຈິງ ແລະ ມີທາງອອກທີ່ສົມເຫດສົມຜົນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ພິຈາລະນາຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງການເມືອງ

      ພິຈາລະນາຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ

      10/15/2026 9:54:41 AM

      ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026, ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ.

    • ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງ

      10/15/2026 9:47:40 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບນີ້, ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

    • ສຊປລ ເປີດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນການເມືອງ

      ສຊປລ ເປີດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

      10/15/2026 9:41:09 AM

      ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເປິດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນ ໃຫ້ແກ່ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລາ 2026 ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດການເມືອງ

      ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

      10/14/2026 9:48:59 AM

      ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

      10/14/2026 9:46:00 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

ads
ads

Top