ຂປລ
ຂປລ. ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນຂອງຊາດລາວ ທີ່ສະແດງເຖິງເຈດຈຳນົງອັນແນ່ວແນ່ ແລະ ນ້ຳໃຈຮັກຊາດຂອງປະຊາຊົນລາວ ໃນການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ ແລະ ອະທິປະໄຕຂອງຊາດ. ເຫດການດັ່ງກ່າວເປັນໝາກຜົນສຳຄັນຂອງຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ເປັນພື້ນຖານໃຫ້ແກ່ການປະຕິວັດລາວກ້າວສູ່ໄລຍະໃໝ່.

(ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 81 ປີ ວັນທີ 12/10/1945-12/10/2026)
ຂປລ. ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນຂອງຊາດລາວ ທີ່ສະແດງເຖິງເຈດຈຳນົງອັນແນ່ວແນ່ ແລະ ນ້ຳໃຈຮັກຊາດຂອງປະຊາຊົນລາວ ໃນການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ ແລະ ອະທິປະໄຕຂອງຊາດ. ເຫດການດັ່ງກ່າວເປັນໝາກຜົນສຳຄັນຂອງຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ເປັນພື້ນຖານໃຫ້ແກ່ການປະຕິວັດລາວກ້າວສູ່ໄລຍະໃໝ່.
ພາຍຫລັງມີພັກກອມມູນິດອິນດູຈີນຊີ້ນໍາ-ນໍາພາ ແລະໄດ້ສ້າງຕັ້ງຄະນະພັກແຄວ້ນລາວຂຶ້ນໃນວັນ 6 ກັນຍາ 1934 ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນລາວ, ຄະນະພັກແຄວ້ນລາວກໍໄດ້ປຸກລະດົມຂົນຂວາຍປະຊາຊົນ ແຕ່ລະເຂດໃນທົ່ວປະເທດໃຫ້ສາມັກຄີກັນເປັນຈິດໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ກັບການຢຶດຄອງ, ກົດຂີ່ກູດຮີດຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ຟາດຊິດຍີ່ປຸ່ນ. ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈໍານົນຕໍ່ຝ່າຍພັນທະມິດ ໃນສົງຄາມໂລກຄັ້ງທີ II, ປະຊາຊົນລາວໄດ້ສວຍໃຊ້ໂອກາດທາງປະຫວັດສາດລຸກຂຶ້ນຍາດເອົາອຳນາດການປົກຄອງຢູ່ຫລາຍທ້ອງຖິ່ນ. ຂະບວນການຕໍ່ສູ້ໄດ້ຂະຫຍາຍຕົວໃນທົ່ວປະເທດ, ໄດ້ສ້າງຕັ້ງກໍາລັງປະກອບອາວຸດ ເພື່ອປ້ອງກັນຕົວເມືອງ, ຢູ່ໃນຕົວເມືອງໃຫຍ່ເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊໍາເໜືອ, ຊຽງຂວາງແລະ ຫລວງພະບາງ.
ພາຍໃຕ້ນຳພາອັນສະຫລາດສ່ອງໃສຂອງສູນກາງພັກ ແລະ ການຊີ້ນຳໂດຍກົງຂອງຄະນະພັກແຄວ້ນລາວ, ຂະບວນການປະຕິວັດປົດປ່ອຍຊາດຢູ່ລາວນັບມື້ຂະຫຍາຍຕົວ ແລະ ກ້າວໄປສູ່ຄຸນນະພາບໃໝ່, ພັກເຮົາໄດ້ນຳພາປະຊາຊົນລຸກຂຶ້ນຢຶດອຳນາດການປົກຄອງຢູ່ວຽງຈັນໃນວັນທີ 23 ສິງຫາ 1945 ແລະ ຕໍ່ຈາກນັ້ນມາກໍໄດ້ຢຶດອຳນາດການປົກຄອງຢູ່ຫລາຍທ້ອງຖິ່ນ, ເປັນຕົ້ນແມ່ນຢູ່ແຂວງສະຫວັນນະເຂດ ຊຶ່ງປະຊາຊົນໄດ້ໂຄ່ນລົ້ມອຳນາດການປົກຄອງເກົ່າ ແລ້ວສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນແທນ ໃນວັນທີ 30 ສິງຫາ 1945 ແລະ ໃນທີ່ສຸດ ໃນວັນທີ 12 ຕຸລາ 1945 ລັດຖະບານລາວອິດສະຫລະ ຊຶ່ງເປັນສັນຍະລັກແຫ່ງກ້ອນກຳລັງສາມັກຄີທົ່ວປ່ວງຊົນລາວທັງຊາດ ໄດ້ອອກສະ
ເໜີຕໍ່ໜ້າປະຊາຊົນຢູ່ ນະຄອນຫລວງວຽງຈັນ; ລັດຖະບານໄດ້ອອກຖະແຫລງການປະກາດເອກະລາດຂອງລາວ, ໃນຖະແຫລງການໄດ້ເວົ້າແຈ້ງກ່ຽວກັບການປ່ຽນແປງອຳນາດການປົກຄອງ, ລຶບລ້າງທຸກສັນຍາທີ່ໄດ້ ເຊັນກັບພວກລ່າເມືອງຂຶ້ນແບບເກົ່າໃນເມື່ອກ່ອນ, ປະກາດໃຊ້ລັດຖະທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ທຸງຊາດສາມສີ, ປະກາດສ້າງຕັ້ງລັດຖະບານປະສົມຊົ່ວ ຄາວ.
ມາຮອດວັນທີ 17 ຕຸລາ 1945,ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກໍໄດ້ປະກາດຮັບຮູ້ລັດຖະບານລາວອິດສະຫລະຢ່າງເປັນທາງການ, ສົນທິສັນຍາມິດຕະພາບ ລະຫ່ວາງ 2 ປະເທດ ກໍໄດ້ເຊັນນຳກັນຢູ່ທີ່ວຽງຈັນ, 2 ປະເທດໄດ້ຕົກລົງສ້າງຕັ້ງກອງທະຫານປະສົມລາວ-ຫວຽດນາມຂຶ້ນ ເພື່ອຊ່ວຍເຫລືອກັນຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ກັບຄືນມາຮຸກຮານລາວ. ການລຸກຮືຂຶ້ນຢຶດອຳນາດການປົກຄອງ 23 ສິງຫາ 1945 ແລະ ປະກາດເອກະລາດໃນ ວັນທີ12 ຕຸລາ 1945 ເປັນຂີດໝາຍອັນໜຶ່ງທີ່ສຳຄັນໃນປະຫວັດສາດແຫ່ງການຕໍ່ສູ້ ເພື່ອເອກະລາດແຫ່ງຊາດ,ອິດສະຫລະພາບຂອງປະຊາຊົນລາວ, ໃນນີ້ເປັນເທື່ອທຳອິດທີ່ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ເພື່ອທັບມ້າງແອກປົກຄອງຂອງການເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນແບບເກົ່າ, ລຶບລ້າງລະບອບສັກດີນາທີ່ປົກຄອງລາວ ມາໄດ້ຫລາຍທົດສະຕະວັດ, ເປັນການເປີດເສັ້ນທາງໃຫ້ແກ່ການປະຕິວັດລາວກ້າວເຂົ້າສູ່ໄລຍະໃໝ່. ຈາກໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ພັກແລະ ປະຊາຊົນລາວໄດ້ມີປະສົບການຫລາຍຢ່າງ, ສ້າງໃຫ້ພັກມີກໍາລັງໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ໄຊຊະນະໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ກັບຄືນມາຮຸກຮານລາວອີກເທື່ອໃໝ່. ພາລະກິດປົດປ່ອຍຊາດຂອງປະຊາຊົນລາວ ໄດ້ດຳເນີນໄປຢ່າງພິລາດອາດຫານ ທັງຕໍ່ສູ້ດ້ວຍອາວຸດ, ການເມືອງ, ກົດໝາຍແລະ ການຕ່າງປະເທດ ຈົນໄດ້ຮັບໄຊຊະນະແຕ່ລະກ້າວຢ່າງຕໍ່ເນື່ອງ;ສຸດທ້າຍໄດ້ຈັບເອົາກາລະໂອກາດທີ່ ຫວຽດນາມ ແລະ ກຳປູເຈຍ ປົດປ່ອຍຊາດຢ່າງສົມບູນ, ພັກປະຊາຊົນລາວ ໄດ້ນຳໃຊ້ຍຸດທະສາດ 3ບາດຄ້ອນ “ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ” ຍາດເອົາໄຊຊະນະ ຢ່າງສົມບູນ,ລຶບລ້າງລະບອບເກົ່າແລະສ້າງລະບອບປະຊາທິປະໄຕ ປະຊາຊົນຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ2 ທັນວາ 1975.
ໄຊຊະນະຂອງການລຸກຮືຂຶ້ນຍາດເອົາອຳນາດການປົກຄອງ ແລະ ປະກາດເອກະລາດໃນເດືອນຕຸລາ 1945 ກໍຄືໝາກຜົນຂອງໄຊຊະນະແຫ່ງການປະກາດເອກະລາດໃນວັນຊາດ 2 ທັນວາ 1975 ຊຶ່ງເປັນຄັ້ງທຳອິດທີ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ສິດເສລີພາບ,ປະຊາທິປະໄຕ, ໄດ້ເປັນເຈົ້າປະເທດຊາດ, ເປັນເຈົ້າທ້ອງຖິ່ນ ແລະເປັນເຈົ້າຊະຕາກຳຂອງຕົນອັນໄດ້ເຮັດໃຫ້ສະຕິຕື່ນຕົວຮັກຊາດຂອງປະຊາຊົນເຮົາໄດ້ຮັບການຍົກສູງຂຶ້ນ; ໂດຍພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດອິນດູຈີນ ໂດຍກົງແມ່ນຄະນະພັກແຄວ້ນລາວທີ່ມີແນວທາງຍຸດທະສາດ, ຍຸດໂທບາຍອັນຄ່ອງແຄ່ວເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວຢ່າງປະດິດສ້າງ; ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນລາວ,ຫວຽດນາມ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນຕ້ານສັດຕູ ໂຕດຽວກັນຕະຫລອດໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ການປະກາດເອກະລາດໃນວັນ ທີ 12 ຕຸລາ ປີ 1945 ໄດ້ເຮັດໃຫ້ຄົນ ທົ່ວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ ຂອງພວກເຮົາ, ຮັບຮູ້ອະທິປະໄຕຂອງຊາດລາວ ກໍຄືເຂດນ້ຳແດນດິນຂອງປະເທດລາວ.
ດັ່ງນັ້ນ, ການຫວນຄືນມູນເຊື້ອວັນປະກາດເອກະລາດ 12 ຕຸລາປີ 1945 ຈຶ່ງເປັນວັນປະຫວັດສາດ ທີ່ສຳຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ “ຍອມຕາຍດີກວ່າຍອມເປັນຂ້ອຍຂ້າ, ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອຕ່າງຊາດ”. ນັບແຕ່ນັ້ນມານ້ຳໃຈວັນທີ 12 ຕຸລາ ປີ 1945 ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດພາຍໃຕ້ການນຳພາຂອງພັກ, ເຫດການຄັ້ງປະຫວັດສາດດັ່ງກ່າວ ໄດ້ເປັນສັນຍະລັກເຕືອນໃຫ້ຊາວໂລກຮັບຮູ້ວ່າ:ແອກ ແລະ ສີກໂຊ້ແຫ່ງຄວາມເປັນຂ້ອຍຂ້າຂອງພວກຈັກກະພັດຕ່າງດ້າວນັ້ນໄດ້ຖືກປະຊາຊົນເຮົາທັມ້າງໃຫ້ມຸ່ນທະລາຍລົງຢ່າງສິ້ນເຊີງແລ້ວ, ຊາດເຮົາໄດ້ຟື້ນຟູສິດແຫ່ງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຕົນໂດຍບໍ່ມີສັດຕູໂຕໃດລ່ວງລະເມີດໄດ້ເປັນອັນຂາດ, ນ້ໍ່າໃຈ 12 ຕຸລາ ໄດ້ສະແດງໃຫ້ເຫັນຢ່າງເຕັມປ່ຽມເຖິງມູນເຊື້ອອັນດູດດື່ມ ແລະ ຄວາມສາມັກຄີເດັດດ່ຽວໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຍາດເອົາໄຊຊະນະມາໃຫ້ປະເທດຊາດ ແລະ ໄດ້ໄຂຊ່ອງທາງໃຫ້ແກ່ການປະຕິວັດຢູ່ປະເທດເຮົາກ້າວຂຶ້ນຈາກໄຊຊະນະນີ້ຕໍ່ໃສ່ໄຊຊະນະໃໝ່ຢ່າງມີໄຊ. ນີ້ແມ່ນໝາກຜົນແຫ່ການນຳພາທີ່ຖືກຕ້ອງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ແມ່ນໄຊຊະນະແຫ່ງຄວາມສາມັກຄີປອງດອງປວງຊົນລາວບັນດາເຜົ່າ ແລະ ກໍແມ່ນໄຊຊະນະຂອງການເສີມຂະຫຍາຍມູນເຊື້ອວັນທີ 12 ຕຸລາ ເຂົ້າໃນທຸກຂົງເຂດວຽກງານ.
KPL