ຂປລ
ຂປລ. ປັດຈຸບັນການຂາຍຜ່ານສື່ອອນລາຍໄດ້ຂະຫຍາຍຕົວ ແລະ ກາຍເປັນອີກໜຶ່ງຊ່ອງທາງສຳຄັນຂອງບັນດາຜູ້ປະກອບການຮຸ່ນໃໝ່ທີ່ມີຄວາມກ້າຫານ, ວິໄສທັດ ແລະ ຄວາມມຸ່ງໝັ້ນ ໃນການສ້າງເສດຖະກິດຄອບຄົວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄຽງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ແລະ ເມື່ອເວົ້າເຖິງ ນັກທຸລະກິດທີ່ມີຊື່ສຽງໃນໂລກອອນລາຍແລ້ວ

ຂປລ. ປັດຈຸບັນການຂາຍຜ່ານສື່ອອນລາຍໄດ້ຂະຫຍາຍຕົວ ແລະ ກາຍເປັນອີກໜຶ່ງຊ່ອງທາງສຳຄັນຂອງບັນດາຜູ້ປະກອບການຮຸ່ນໃໝ່ທີ່ມີຄວາມກ້າຫານ, ວິໄສທັດ ແລະ ຄວາມມຸ່ງໝັ້ນ ໃນການສ້າງເສດຖະກິດຄອບຄົວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄຽງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ແລະ ເມື່ອເວົ້າເຖິງ ນັກທຸລະກິດທີ່ມີຊື່ສຽງໃນໂລກອອນລາຍແລ້ວ ໜຶ່ງໃນບຸກຄົນທີ່ໂດດເດັ່ນ ແລະ ເປັນແຮງບັນດານໃຈໃນວົງການຄ້າຂາຍອອນໄລຂອງລາວ ຕ້ອງຍົກໃຫ້ ທ່ານ ນາງ ດາຫລິວ ມູນນີວົງ ຫລື ທີ່ຮູ້ຈັກກັນດີໃນນາມ "ຕ້າຂາຍຖືກ" ຈາກຈຸດເລີ່ມຕົ້ນນ້ອຍໆດ້ວຍຄວາມພະຍາຍາມ ແລະ ຫົວໃຈທີ່ບໍ່ຍອມແພ້, ນາງໄດ້ສ້າງປະກົດການໃໝ່ ໂດຍການຫັນປ່ຽນຮ້ານຂາຍເຄື່ອງມືສອງທຳມະດາ ໃຫ້ກາຍເປັນອານາຈັກທຸລະກິດອອນໄລທີ່ເຂັ້ມແຂງ ພ້ອມທັງສ້າງວຽກເຮັດງານທຳ ແລະ ອາຊີບທີ່ໝັ້ນຄົງໃຫ້ແກ່ຄົນລາວຫລາຍກວ່າ 100 ຊີວິດ.

ນາງ ດາຫລິວ ມູນນີວົງ ໃຫ້ຮູ້ວ່າ: ເສັ້ນທາງທຸລະກິດນີ້ບໍ່ໄດ້ປູດ້ວຍກີບກຸຫລາບ ແລະ ບໍ່ໄດ້ເລີ່ມຕົ້ນຈາກການເປັນນັກທຸລະກິດທີ່ມີທຶນຮອນມະຫາສານ, ແຕ່ເລີ່ມຈາກການເປັນແມ່ຄ້າທຳມະດາຄົນໜຶ່ງທີ່ເລີ່ມຕົ້ນຂາຍໂສ້ງມືສອງມາຕັ້ງແຕ່ປີ 2015 ເປັນຕົ້ນມາ ຈຶ່ງເຮັດຈົນເອງໄດ້ສຶກສາຮຽນຮູ້ເລື່ອງຜະລິດຕະພັນ, ຕະຫລາດ, ແລະ ການບໍລິການຢ່າງເລິກເຊິ່ງ ຈົນສາມາດພັດທະນາ ແລະ ເຕີບໃຫຍ່ຢ່າງກ້າວກະໂດດໃນປີ 2019 ຈາກການຂາຍດ້ວຍໂຕເອງຄົນດຽວ ໄດ້ກາຍມາເປັນການສ້າງລະບົບທຸລະກິດ ແລະ ການບໍລິຫານທີມງານຢ່າງມືອາຊີບ, ຖ່າຍທອດບົດຮຽນການບໍລິຫານ: ລະບົບ ແລະ ທີມງານ ຄືຫົວໃຈຂອງຄວາມຍືນຍົງໃນການດຳເນີນທຸລະກິດ ຫົວໃຈຂອງການຂະຫຍາຍທຸລະກິດຈຶ່ງແມ່ນການ "ປ່ຽນຈາກການໃຊ້ແຮງຕົນເອງ ມາເປັນການສ້າງທີມ ແລະ ວາງລະບົບທີ່ຊັດເຈນ"ຄວາມພູມໃຈຂອງຂ້ອຍໃນມື້ນີ້ ບໍ່ແມ່ນພຽງແຕ່ຍອດຂາຍທີ່ເຕີບໂຕ, ແຕ່ແມ່ນການທີ່ທຸລະກິດສາມາດເດີນໜ້າຕໍ່ໄດ້ດ້ວຍລະບົບ ແລະ ທີມງານທີ່ຮ່ວມແຮງຮ່ວມໃຈກັນ, ຍອດຂາຍອາດຈະສໍາຄັນ, ແຕ່ລະບົບທີ່ເຮັດໃຫ້ເຮົາຂາຍໄດ້ຢ່າງຍືນຍົງ ແລະ ການໄດ້ສ້າງອາຊີບໃຫ້ຄົນລາວກວ່າ 100 ຊີວິດນັ້ນ ສຳຄັນຍິ່ງກວ່າ."

ນາງ ດາຫລິວ ເວົ້າຕື່ມວ່າ: ປັດຈຸບັນ ຄົນຮຸ່ນໃໝ່ມີສັກກະຍາພາບສູງ, ມີຄວາມກ້າຫານໃນການຂາຍ ແລະ ກ້າທີ່ຈະແຂ່ງຂັນ. ແນວໃດກໍ່ຕາມ, ບັນຫາສຳຄັນແມ່ນ ແຫລ່ງທຶນ ທີ່ຍັງມີຂໍ້ຈຳກັດ.ສະນັ້ນ, ຈຶ່ງຝາກຂໍ້ຄິດເຖິງພາກສ່ວນກ່ຽວຂ້ອງ ຢາກໃຫ້ມີນະໂຍບາຍສົ່ງເສີມ, ສະໜັບສະໜູນແຫລ່ງທຶນ ແລະ ແນະນຳການບໍລິຫານຈັດການທີ່ດີໃຫ້ແກ່ນັກຂາຍຮຸ່ນໃໝ່ ເພື່ອໃຫ້ອາຊີບນີ້ເຕີບໃຫຍ່ຂະຫຍາຍຕົວຢ່າງມີທິດທາງ ເພາະເຊື່ອມັ້ນວ່າ ຖ້າມີລະບົບທີ່ເອື້ອອຳນວຍ, ຜູ້ປະກອບການລາວຈະສາມາດກ້າວໄປແຂ່ງຂັນໃນເວທີສາກົນໄດ້ຢ່າງແນ່ນອນ.
ສຸດທ້າຍນີ້, ຂໍຂອບໃຈຢ່າງເລິກເຊິ່ງຕໍ່ ລູກຄ້າທຸກໆທີ່ໃຫ້ການສະໜັບສະໜູນ ແລະ ໄວ້ວາງໃຈມາໂດຍຕະຫລອດ ເນັ້ນຢ້ຳວ່າ ທຸກໆການສັ່ງຊື້, ທຸກຄຳແນະນຳ ແລະ ແມ່ນແຕ່ຄຳຕຳນິຕິຊົມ ລ້ວນແຕ່ເປັນແຮງຜັກດັນອັນມີຄ່າ ທີ່ເຮັດໃຫ້ຕົນເອງ ແລະທີມງານບໍ່ຢຸດທີ່ຈະພັດທະນາທຸລະກິດໃຫ້ດີຂຶ້ນເລື້ອຍໆ ເພື່ອຮັບໃຊ້ສັງຄົມລາວຢ່າງຍືນຍົງ.
ໂດຍ: ບຸນນິກ
KPL