ຄູເປັນປັດໄຈພື້ນຖານຕັດສິນຄຸນນະພາບການສຶກສາ ແລະ ການພັດທະນາປະເທດຊາດ

08/10/2026 10:43
Email Print 4512
ຂປລ ຄູແມ່ນຫົວໃຈຂອງຄຸນນະພາບການສຶກສາ ແລະ ເປັນປັດໄຈພື້ນຖານໃນການຕັດສິນຄຸນນະພາບການສຶກສາ ແລະ ການພັດທະນາປະເທດຊາດ. ຖ້າພວກເຮົາຢາກພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄຸນນະພາບ, ມີທັກສະ, ມີຄຸນສົມບັດ, ມີສິນທຳປະຕິວັດ ແລະ ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງໂລກຢ່າງໄວວານັ້ນ, ຄູຕ້ອງມາກ່ອນໝູ່ໝົດ.

ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 7 ຕຸລາ 2026 ວ່າ: ຄູມີບົດບາດສຳຄັນຕໍ່ການພັດທະນາຊັບພະຍາກອນ ຊຶ່ງປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກໄດ້ກ່າວໃນປີ 1978 ວ່າ: “ຄູແມ່ນແມ່ພິມຂອງຊາດ ແລະ ຄູແມ່ນຄົນຂອງພັກ” ໃນອະດີດຜ່ານມາ, ພວກເຮົາອາດເບິ່ງຄູເປັນຜູ້ຖ່າຍທອດຄວາມຮູ້, ສູ້ຊົນສອນໃຫ້ຈົບຫຼັກສູດ, ນຳພານັກຮຽນກະກຽມຄົ້ນຄວ້າເພື່ອສອບເສັງ, ແຕ່ໃນສະພາບເງື່ອນໄຂໃໝ່ນີ້ ຍຸກສະໄໝແຫ່ງຂໍ້ມູນຂ່າວສານເຕັກໂນໂລຊີ ແລະ ປັນຍາປະດິດ (AI) ທີ່ມີການພັດທະນາຢ່າງວ່ອງໄວ, ຄູຍິ່ງໄດ້ມີບົດສຳຄັນທີ່ສຸດໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ມີບົດສຳຄັນຕໍ່ການພັດທະນາການສຶກສາ ຍ້ອນວ່າຄູເປັນຜູ້ແນະນຳ, ຜູ້ສ້າງແຮງບັນດານໃຈ, ເປັນຜູ້ຮຽນຮູ້ຕະຫຼອດຊີວິດ, ສຳຄັນທີ່ສຸດເປັນຜູ້ປູກຝັງໃຫ້ນັກຮຽນມີຄຸນນະທຳ, ສິລະທຳ ແລະ ຈັນຍາບັນນຳພາສັງຄົມມີຄວາມສະຫງົບ. ໃນຍຸກປະຈຸບັນ, ຄູບໍ່ພຽງແຕ່ເປັນຜູ້ສອນໃຫ້ນັກຮຽນຮູ້ຢູ່ໃນບົດຮຽນເທົ່ານັ້ນ ແຕ່ຄູຕ້ອງສອນໃຫ້ນັກຮຽນຮູ້ວິທີຮຽນ, ຮູ້ວິທີຄິດ, ຮູ້ວິທີແກ້ບັນຫາ ແລະ ຮູ້ຈັກພັດທະນາຕົນເອງ.

ທ່ານ ຫຸມພັນ ແກ້ວອຸ່ນຄຳ ຍັງເນັ້ນໃຫ້ຄູ ຕ້ອງພັດທະນາວິຊາສະເພາະ ແລະ ວິທີສິດສອນໃຫ້ທັນສະໄໝ, ການສອນບໍ່ຄວນເນັ້ນແຕ່ການຈື່ຈຳແຕ່ຄວນສ້າງໂອກາດໃຫ້ນັກຮຽນໄດ້ຄິດ, ໄດ້ຖາມ, ໄດ້ປຶກສາຫາລື, ໄດ້ສົນທະນາ, ໄດ້ທົດລອງ, ແກ້ບັນຫາ ແລະ ນຳຄວາມຮູ້ໄປໃຊ້ກັບຊີວິດຕົວຈິງໃຫ້ໄດ້; ຄູຕ້ອງມີທັກສະດີຈິຕອນ ແລະ ຮູ້ຈັກນຳໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຊີຢ່າງສ້າງສັນບໍ່ຄວນເບິ່ງ AI ວ່າເປັນສິ່ງທີ່ຈະມາທົດແທນບົດບາດການສອນຂອງຄູ, ແຕ່ເປັນເຄື່ອງມືທີ່ຄູສາມາດນຳມາຊ່ວຍອອກແບບການຮຽນ-ການສອນ, ພັດທະນາສື່, ວິເຄາະຜົນການຮຽນ ແລະ ຊ່ວຍນັກຮຽນທີ່ມີຄວາມຕ້ອງການທີ່ຫຼາກຫຼາຍ; ຄູຕ້ອງເປັນຜູ້ຊອກຮູ້ຮໍ່າຮຽນກຳໄດ້ແນວທາງຂອງພັກ ແລະ ຂອງລັດໃຫ້ດີໃນແຕ່ລະໄລຍະ, ມີຄວາມຮັກຊາດສູງ, ຄວາມເຂົ້າໃຈ, ຄວາມມັກຮັກນັກຮຽນ, ຄວາມຍຸຕິທຳ, ຄວາມອົດທົນ, ເປັນຜູ້ຮັບຟັງທີ່ດີ ແລະ ການເຄົາລົບຄວາມແຕກຕ່າງ ຊຶ່ງນັກຮຽນບໍ່ໄດ້ຮຽນຄືກັນທຸກຄົນບາງຄົນຮຽນໄວ, ບາງຄົນຕ້ອງການເວລາ, ບາງຄົນມີພອນສະຫວັນສະເພາະ ແລະ ບາງຄົນຕ້ອງການການຊ່ວຍເຫຼືອເປັນພິເສດ ຊຶ່ງຄູທີ່ດີຕ້ອງບໍ່ປ່ອຍໃຫ້ເດັກຄົນໃດຖືກປະໄວ້ຂ້າງຫຼັງ.

ເຖິງຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍໃນການສິດສອນ, ຄູຍັງຕ້ອງສູ້ຊົນແກ້ໄຂຊ່ອງວ່າງດ້ານຄຸນນະພາບຂອງການສຶກສາລະຫວ່າງເຂດໃນເມືອງ ແລະ ເຂດຊົນນະບົດລວມເຖິງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ສື່ການຮຽນ, ເຕັກໂນໂລຊີ ແລະ ສະພາບແວດລ້ອມການຮຽນ-ການສອນ; ທຸກສິ່ງທຸກຢ່າງແມ່ນທັນສະໄໝ ແລະ ເປັນຍຸກວັດຖຸນິຍົມ ມີການແຂ່ງຂັນກັນສູງ, ມີການສົ່ງເສີມໂຄສະນາສິນຄ້າ ແລະ ຜະລິດຕະພັນ, ເຕັກໂນໂລຊີທີ່ກ້າວໜ້າ, ພ້ອມທັງມີການເຜີຍແຜ່ຂໍ້ມູນຂ່າວສານສື່ສັງຄົມອອນລາຍ ຢ່າງບໍ່ມີເຂດຈຳກັດ, ມີທັງດີ ແລະ ບໍ່ດີ ຊຶ່ງພາໃຫ້ລູກຫຼານນັກຮຽນຕິດສື່ສັງຄົມອອນລາຍບໍ່ໜ້ອຍ, ບາງຄົນຫຼົງໄຫຼໃນວັດຖຸນິຍົມ ແລະ ນຳໄປສູ່ການຂາດຄຸນນະທຳ, ສິນທຳ, ຈັນຍາບັນ ແລະ ສົ່ງຜົນກະທົບຕໍ່ການຮຽນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ads
ads

Top