ຄູ ມີບົດບາດສຳຄັນ ຕໍ່ການພັດທະນາຊັບພະຍາກອນມະນຸດ

08/10/2026 10:12
Email Print 4223
ຂປລ ເມື່ອເວົ້າເຖິງຄູ ອາດຄິດເຖິງຄົນທີ່ຊ່ວຍສ້າງໃຫ້ຄົນມີຄຸນຄ່າໃນຕົນເອງ, ເປັນຜູ້ມອບຄວາມຮູ້ໃຫ້ຄົນ, ເປັນແສງທຽນນໍາທາງໃຫ້ຄົນ. ບາງຄັ້ງຄຳເວົ້າຂອງຄູພຽງປະໂຫຍກດຽວອາດຊ່ວຍໃຫ້ນັກຮຽນຄົນໜຶ່ງທີ່ກຳລັງທໍ້ຖອຍ, ໝົດພະລັງໃນຊີວິດໃຫ້ມີກຳລັງໃຈລຸກຂຶ້ນມາພະຍາຍາມສູ້ຕໍ່.

ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວວາຍປະເທດລາວ ໃນວັນທີ 6 ຕຸລາ 2026 ວ່າ: ຄູມີບົດບາດສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ຊຶ່ງການພັດທະນາຄົນແມ່ນເລີ່ມຈາກການໃຫ້ຄວາມຮູ້ຄຽງຄູ່ກັບການສິດສອນຈະລິຍະທໍາ, ການສ້າງຄວາມໝັ້ນໃຈ ແລະ ຄວາມຮັບຜິດຊອບ ຊຶ່ງຄູແມ່ນຜູ້ວາງພື້ນຖານເຫຼົ່ານີ້ຜ່ານບົດຮຽນ, ຜ່ານການປະພຶດເປັນແວ່ນແຍງໃຫ້ນັກຮຽນນັກສຶກສາໃນແຕ່ລະວັນ. ຜົນງານ ແລະ ຄວາມພາກພູມໃຈຂອງຄູແມ່ນເຫັນນັກຮຽນ-ນັກສຶກສາທີ່ຕົນເອງສິດສອນຈົບອອກໄປ ແລະ ກາຍເປັນຄົນທີ່ມີຄຸນຄ່າໃນສັງຄົມ ສາມາດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ອາຊີບຄູເປັນອາຊີບດຽວ ແລະ ມີຄວາມຮັກຄືກັບພໍ່ແມ່ທີ່ວ່າ: ຈະດີໃຈເມື່ອເຫັນນັກຮຽນ-ນັກສຶກສາໄດ້ດີກວ່າຕົນເອງ.

ທ່ານ ຄຳຮຸ່ງ ຈັນທະວົງ ຍັງໃຫ້ຮູ້ອີກວ່າ: ສະຖາບັນຂົງຈື ມີວິຊາໜຶ່ງສິດສອນນັກສຶກສາຊື່ວ່າ: “ການຮຽນຮູ້ຕະຫຼອດຊີວິດ”. ສະນັ້ນ, ຄູທີ່ດີນອກຈາກເປັນຜູ້ໃຫ້ຄວາມຮູ້ແລ້ວຍັງຈະຕ້ອງເປັນຜູ້ຮຽນຮູ້ສິ່ງໃໝ່ ແລະ ປະເມີນຕົນເອງຕະຫຼອດເວລາ, ຕ້ອງຮູ້ຖາມຕົນເອງວ່າບົດຮຽນທີ່ເຮົາສອນໃນມື້ນີ້ ມີນັກຮຽນເຂົ້າໃຈຫຼາຍໜ້ອຍສໍ່າໃດ, ມີຜູ້ໃດຍັງຮຽນບໍ່ທັນ ແລະ ເຮົາຈະຕ້ອງປັບວິທີສອນແນວໃດ ໃຫ້ນັກຮຽນເຂົ້າໃຈງ່າຍຂຶ້ນກວ່າເກົ່າ, ການປັບປຸງຕົນເອງເພື່ອການພັດທະນາວິທີການສອນກໍແມ່ນໜຶ່ງໃນຄວາມຮັບຜິດຊອບຂອງຄູ-ອາຈານຜູ້ໜຶ່ງ.

ນອກຈາກນີ້, ໃນຍຸກໂລກາພິວັດ ການພັດທະນາດ້ານເຕັກໂນໂລຊີ, ປັນຍາປະດິດ (AI) ຕະຫຼອດຮອດດີຈິຕອນມີການພັດທະນາໄປໄວ. ສະນັ້ນ, ຄູຄວນຮູ້ຈັກໝູນໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດໃຫ້ເປັນປະໂຫຍດຕໍ່ການຮຽນ-ການສອນ, ແຕ່ຍັງຕ້ອງຮັກສາໄດ້ຄວາມໃສ່ໃຈຕຳນັກຮຽນບວກກັບການສິດສອນຄຸນສົມບັດສິນທໍາປະຕິວັດເປັນປະຈໍາໃຫ້ນັກຮຽນນັກສຶກສາ ຊຶ່ງວ່າ AI ຈະບໍ່ສາມາດເຂົ້າໄດ້ເຖິງຈິດໃຈຂອງນັກຮຽນ ຈະບໍ່ສາມາດສອນຄຸນສົມບັດສິນທໍາປະຕິວັດຢ່າງເລິກເຊິ່ງເຖິງຖອງໃຫ້ແກ່ນັກຮຽນ, ນັກສຶກສາໄດ້. ໃນຖານະຜູ້ບໍລິຫານການສຶກສາຜູ້ໜຶ່ງຢູ່ສະຖາບັນຂົງຈື ມຊ, ຕົນເອງພະຍາຍາມສ້າງເງື່ອນໄຂໃຫ້ຄູໄດ້ພັດທະນາຕົນເອງຕະຫຼອດເວລາ, ສ້າງໂອກາດໃຫ້ຄູໄດ້ໄປຮຽນຮູ້ທັງພາຍໃນ ແລະ ຕ່າງປະເທດ, ຝຶກອົບຮົມສື່ການຮຽນການສອນ ແລະ ການນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ. ຄະນະນໍາຍາມໃດກໍຮັບຟັງບັນຫາຂອງຄູ ແລະ ນັກສຶກສາ, ພ້ອມທັງຫາວິທີແກ້ໄຂໃຫ້ທັນການ, ເຮົາຄາດຫວັງໃຫ້ຄູເບິ່ງແຍງ, ສິດສອນນັກຮຽນ, ນັກສຶກສາໃຫ້ດີເຮົາກໍຕ້ອງເບິ່ງແຍງ ແລະ ສະໜັບສະໜູນຄູໃຫ້ດີເຊັ່ນດຽວກັນ.

ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຄູທຸກຄົນຕ້ອງປະສົບພົບພໍ້ ເປັນຕົ້ນນັກຮຽນຢູ່ໃນຫ້ອງດຽວກັນ ແຕ່ພວກເຂົາເຈົ້າມາຈາກສະພາບແວດລ້ອມທີ່ແຕກຕ່າງກັນ, ມີພື້ນຖານຄວາມຮູ້ ແລະ ເງື່ອນໄຂຊີວິດທີ່ຕ່າງກັນບາງຄົນສະໝອງດີຮຽນໄດ້ໄວ, ບາງຄົນຕ້ອງການເວລາເພື່ອເຂົ້າໃຈ ແລະ ບາງຄົນກໍຍັງບໍ່ກ້າສະແດງອອກ. ນີ້ເປັນບັນຫາທີ່ຄູທຸກຄົນຈະຕ້ອງໄດ້ແກ້ໄຂໃຫ້ດີ, ເພາະລູກກະແຈລູກໜຶ່ງມັນຈະບໍ່ສາມາດໄຂກອນປະຕູໄດ້ທຸກອັນ. ສະນັ້ນ, ການສິດສອນບາງຄັ້ງຈະຕ້ອງໄດ້ເອົາໃຈໃສ່ ແລະ ໃສ່ໃຈໃນການອົບຮົມບົ່ມສອນຄືກັບເອົາລູກກະແຈແຕ່ລະລູກໄປໄຂປະຕູແຕ່ລະປ່ອງໃຫ້ສາມາດເປີດອອກໄດ້.

ປັດຈຸບັນ, ສະຖາບັນຂົງຈື ໄດ້ເນັ້ນໜັກ ແລະ ໂອ້ລົມນໍາຄູ-ອາຈານທັງສອງຝ່າຍ ລາວ-ຈີນ ຕະຫຼອດເວລາເພາະການຮຽນພາສາຈີນຈະມີຄົນເກັ່ງ ແລະ ຄົນບໍ່ເກັ່ງຢູ່ນຳກັນ. ນອກຈາກນັ້ນ, ນັກສຶກສາລາວຫຼາຍຄົນເປັນຄົນບໍ່ກ້າສະແດງອອກ, ແຕ່ວ່າການຮຽນພາສາຕ້ອງໄດ້ເຮັດໃຫ້ນັກສຶກສາກ້າເວົ້າກ້າວ່າ. ສະນັ້ນ, ຄູຈຶ່ງຕ້ອງເຮັດໃຫ້ຫ້ອງຮຽນມີບັນຍາກາດ, ເຮັດໃຫ້ທຸກຄົນກ້າເວົ້າ, ກ້າຖາມ ແລະ ຮຽນຮູ້ຈາກສິ່ງທີ່ຜິດພາດໃນຫ້ອງຮຽນ ເພື່ອເປັນປະສົບການໃຫ້ພວກເຂົາໃນການອອກສູ່ສັງຄົມໃນອະນາຄົດ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ads
ads

Top