ລາວ-ຫວຽດນາມ ຈາກສາຍພົວພັນພິເສດ ສູ່ຫຸ້ນສ່ວນຍຸດທະສາດໃນໄລຍະໃໝ່

08/10/2026 10:12
ຂປລ ຂປລ. ລາວ-ຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສະໜິດໃກ້ຊິດກັນ, ມີສາຍພົວພັນພິເສດທີ່ໄດ້ຮັບການສ້າງຕັ້ງ, ທົດສອບ ແລະ ຫລໍ່ຫລອມຜ່ານບັນດາໄລຍະປະຫວັດສາດ.

ຂປລ. ລາວ-ຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສະໜິດໃກ້ຊິດກັນ, ມີສາຍພົວພັນພິເສດທີ່ໄດ້ຮັບການສ້າງຕັ້ງ, ທົດສອບ ແລະ ຫລໍ່ຫລອມຜ່ານບັນດາໄລຍະປະຫວັດສາດ. ຈາກການຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດຂອງຊາດ ສູ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ຈົນກາຍເປັນໜຶ່ງໃນສາຍພົວພັນທີ່ພິເສດ ແລະ ຫາຍາກໃນການພົວພັນສາກົນ.

ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ, ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ,  ໄດ້ຮັບການຍົກລະດັບຂຶ້ນອີກບາດກ້າວໜຶ່ງ ໂດຍທັງສອງປະເທດໄດ້ກຳນົດຂອບການພົວພັນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການເພີ່ມເນື້ອໃນສຳຄັນຂອງ “ຫຸ້ນສ່ວນຍຸດທະສາດ” ບໍ່ພຽງແຕ່ເປັນການສືບທອດພື້ນຖານສາຍພົວພັນທີ່ມີມາແຕ່ດົນນານເທົ່ານັ້ນ, ແຕ່ຍັງສ່ອງແສງໃຫ້ເຫັນເຖິງວິໄສທັດຮ່ວມ, ຜົນປະໂຫຍດທີ່ຕິດພັນກັນຢ່າງເລິກເຊິ່ງຍິ່ງຂຶ້ນ, ຕະຫລອດຮອດທິດທາງການຮ່ວມເດີນຄຽງບ່າຄຽງໄຫລ່ກັນໃນໄລຍະຍາວຂອງສອງຊາດ.

ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ,  ມີຮາກຖານມາຈາກຄວາມໃກ້ຊິດທາງພູມສາດ, ຄວາມຄ້າຍຄືກັນທາງດ້ານປະຫວັດສາດ ແລະ ວັດທະນະທຳ, ຕະຫລອດຮອດຂະບວນວິວັດທີ່ປະຊາຊົນສອງຊາດຮ່ວມກັນຕໍ່ສູ້ເພື່ອເອກະລາດ ແລະ ອິດສະລະພາບ. ພາຍໃຕ້ການຊີ້ນຳ-ນຳພາຂອງ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳການປະຕິວັດຂອງສອງປະເທດໃນແຕ່ລະຍຸກສະໄໝ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ,  ໄດ້ຮັບການຫລໍ່ຫລອມທ່າມກາງໄລຍະເວລາອັນເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ເມື່ອປະຊາຊົນສອງປະເທດຮ່ວມກັນຕໍ່ສູ້, ເສຍສະລະ, ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພາລະກິດການປະຕິວັດຮ່ວມກັນ.

ໃນວັນທີ 18 ກໍລະກົດ 1977, ລາວ ແລະ ຫວຽດນາມ ໄດ້ລົງນາມໃນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ, ຊຶ່ງໄດ້ສ້າງພື້ນຖານອັນສຳຄັນທັງທາງດ້ານການເມືອງ ແລະ ນິຕິກຳ ສຳລັບການພັດທະນາສາຍພົວພັນສອງຝ່າຍຢ່າງຮອບດ້ານໃນໄລຍະຕໍ່ມາ. ບົນພື້ນຖານດັ່ງກ່າວ, ສາຍພົວພັນທາງດ້ານການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ ຍັງຄົງມີບົດບາດເປັນແກນຫລັກໃນການກຳນົດທິດທາງລວມຂອງການຮ່ວມມືລະຫວ່າງສອງປະເທດ. ການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ການແລກປ່ຽນບົດຮຽນ ຕະຫລອດຮອດກົນໄກການຮ່ວມມືສອງຝ່າຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ, ໃນຂະນະທີ່ການພົວພັນລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ໄດ້ຮັບການເປີດກວ້າງ ແລະ ຮັດແໜ້ນຫລາຍຂຶ້ນເລື້ອຍໆ.

ການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມສະຫງົບ ຍັງຄົງເປັນໜຶ່ງໃນເສົາຄ້ຳອັນສຳຄັນ. ທັງສອງຝ່າຍໄດ້ປະສານສົມທົບກັນໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ຢາເສບຕິດ, ການຄ້າມະນຸດ, ການຄ້າເຖື່ອນ, ການເຂົ້າ-ອອກເມືອງແບບຜິດກົດໝາຍ ຕະຫລອດຮອດໄພຂົ່ມຂູ່ດ້ານຄວາມໝັ້ນຄົງແບບໃໝ່ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາເສັ້ນຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ,  ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.

ຂີດໝາຍສຳຄັນອັນໜຶ່ງໃນການພັດທະນາສາຍພົວພັນລະຫວ່າງສອງປະເທດ ແມ່ນການທີ່ການນຳຂັ້ນສູງຂອງລາວ ແລະ  ຫວຽດນາມ ໄດ້ເຫັນດີເປັນເອກະພາບຮ່ວມກັນໃນການຍົກລະດັບສາຍພົວພັນຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃນທ້າຍປີ 2025. “ຫຸ້ນສ່ວນຍຸດທະສາດ” ບໍ່ພຽງແຕ່ເປັນການເພີ່ມເຕີມຖ້ອຍຄຳເຂົ້າໃນຊື່ເອີ້ນຂອງສາຍພົວພັນສອງຝ່າຍເທົ່ານັ້ນ, ແຕ່ຍັງສ່ອງແສງເຖິງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນການຍົກລະດັບຄວາມຜູກພັນ ລະຫວ່າງສອງປະເທດ ໃຫ້ກາຍເປັນການເຊື່ອມຈອດທີ່ສະໜິດແໜ້ນຍິ່ງຂຶ້ນ ໃນດ້ານ ວິໄສທັດການພັດທະນາໄລຍະຍາວ, ຜົນປະໂຫຍດຍຸດທະສາດ, ຄວາມໝັ້ນຄົງ, ເສດຖະກິດ ແລະ ພື້ນທີ່ການພັດທະນາ. ດ້ວຍເຫດນີ້, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ ຈຶ່ງມີຄວາມຕິດພັນກັນຢ່າງສະໜິດແໜ້ນກັບສະຖຽນລະພາບ ແລະ ການພັດທະນາຂອງອີກປະເທດໜຶ່ງຫລາຍຂຶ້ນ. ທັງສອງຝ່າຍບໍ່ພຽງແຕ່ປະສານສົມທົບກັນເພື່ອແກ້ໄຂບັນຫາສະເພາະໜ້າເທົ່ານັ້ນ, ແຕ່ຍັງເພີ່ມທະວີການແລກປ່ຽນ ແລະ ການປະສານງານໃນການກຳນົດ ແລະ ດຳເນີນແນວທາງການພັດທະນາໄລຍະຍາວ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຜົນກະທົບເຊິ່ງກັນ ແລະ ກັນທາງຍຸດທະສາດ.

ໃນປີ 2026, ການນຳຂອງສອງປະເທດຍັງໃຫ້ຄວາມສຳຄັນເປັນພິເສດຕໍ່ການຫັນເອົາເນື້ອໃນຈິດໃຈຂອງຫຸ້ນສ່ວນຍຸດທະສາດ ມາເປັນຮູບປະທຳຕົວຈິງ ຜ່ານການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ແຜນການຮ່ວມມື ໄລຍະປີ 2026-2030, ການເພີ່ມທະວີການປະສານງານຍຸດທະສາດລະຫວ່າງສອງພັກ, ສອງລັດ ຕະຫລອດຮອດການຊຸກຍູ້ການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດ ແລະ ພື້ນທີ່ການພັດທະນາຂອງສອງປະເທດ. ໃນສະພາບແວດລ້ອມດັ່ງກ່າວ, ການເຊື່ອມຈອດ ພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ ແລະ ໂລຈິສຕິກ ແມ່ນມີຄວາມໝາຍສຳຄັນເປັນພິເສດ. ການຍົກລະດັບ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງ ລາວ ກັບ ຫວຽດນາມ ແລະ ບັນດາທ່າເຮືອຂອງຫວຽດນາມ ບໍ່ພຽງແຕ່ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຄ້າສອງຝ່າຍເທົ່ານັ້ນ, ແຕ່ຍັງຊ່ວຍເປີດເສັ້ນທາງອອກສູ່ທະເລໃຫ້ແກ່ລາວໄດ້ຫລາຍຂຶ້ນ, ສະໜັບສະໜູນເປົ້າໝາຍການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ. ສຳລັບຫວຽດນາມ, ການເຊື່ອມຈອດດັ່ງກ່າວຍັງຊ່ວຍເປີດກວ້າງພື້ນທີ່ເສດຖະກິດໄປສູ່ທິດຕາເວັນຕົກ ແລະ ເພີ່ມທະວີຄວາມສາມາດໃນການເຊື່ອມຕໍ່ກັບ ລາວ, ໄທ ແລະ ບັນດາແລວເສດຖະກິດເທິງແຫລມອິນດູຈີນ. ດັ່ງນັ້ນ, ຫຸ້ນສ່ວນຍຸດທະສາດ ຈຶ່ງຕ້ອງໄດ້ຮັບການສະແດງອອກຢ່າງເປັນຮູບປະທຳຜ່ານບັນດາໂຄງການ ແລະ ຜົນປະໂຫຍດຕົວຈິງ ນັບແຕ່ການຄົມມະນາຄົມ, ໂລຈິສຕິກ, ພະລັງງານ, ການຄ້າ ແລະ ການລົງທຶນ ໄປຈົນຮອດການຫັນເປັນດີຈິຕອນ, ການພັດທະນາຊັບພະຍາກອນມະນຸດ ແລະ ການປະສານສົມທົບເພື່ອຮັບມືກັບບັນຫາຄວາມໝັ້ນຄົງຂ້າມຊາຍແດນ. ປະສິດທິຜົນຂອງສາຍພົວພັນໃນໄລຍະໃໝ່ນີ້ ຈະຂຶ້ນຢູ່ກັບຄວາມສາມາດໃນການຫັນເອົາຂໍ້ຕົກລົງທາງດ້ານການເມືອງຂັ້ນສູງ ໃຫ້ກາຍເປັນໝາກຜົນຕົວຈິງຕໍ່ພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນສອງຊາດ.

ຄຽງຄູ່ກັບສາຍພົວພັນທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດພວມໄດ້ຮັບຄວາມເອົາໃຈໃສ່ ແລະ ຖືເປັນກຳລັງຂັບເຄື່ອນອັນສຳຄັນ ໃນການຫັນເອົາ “ຫຸ້ນສ່ວນຍຸດທະສາດ” ໃຫ້ເກີດດອກອອກຜົນຕົວຈິງ. ປັດຈຸບັນ, ການຮ່ວມມື ລາວ-ຫວຽດນາມ,ຫວຽດນາມ-ລາວ,  ໄດ້ກວມເອົາຫລາຍຂົງເຂດ ເຊັ່ນ: ການຄ້າ, ການລົງທຶນ, ຄົມມະນາຄົມ, ພະລັງງານ, ກະສິກຳ, ການທ່ອງທ່ຽວ, ການເງິນ-ການທະນາຄານ ແລະ ໂລຈິສຕິກ. ບັນດາວິສາຫະກິດຫວຽດນາມ ຈຳນວນຫລາຍໄດ້ເຂົ້າມາລົງທຶນ, ທຳການຜະລິດ ແລະ ດຳເນີນທຸລະກິດຢູ່ລາວຢ່າງຕໍ່ເນື່ອງ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນທ້ອງຖິ່ນຕ່າງໆ. ຄວາມຮຽກຮ້ອງຕ້ອງການສຳຄັນໃນໄລຍະໃໝ່ ຈຶ່ງບໍ່ພຽງແຕ່ແມ່ນການເພີ່ມຈຳນວນໂຄງການ ຫລື ມູນຄ່າການຄ້າເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່ານັ້ນແມ່ນການຍົກສູງຄຸນນະພາບ, ປະສິດທິຜົນ ແລະ ການເກື້ອກູນ ເຊິ່ງກັນ ແລະ ກັນ ລະຫວ່າງສອງພື້ນຖານເສດຖະກິດ. ຄວນໃຫ້ຄວາມສຳຄັນຫລາຍຂຶ້ນຕໍ່ບັນດາໂຄງການທີ່ສາມາດສ້າງການເຊື່ອມຈອດໃນໄລຍະຍາວ ໂດຍສະເພາະແມ່ນການເຊື່ອມຈອດດ້ານ ຄົມມະນາຄົມ-ດ່ານຊາຍແດນ-ທ່າເຮືອ-ໂລຈິສຕິກ, ພະລັງງານ, ການແປຮູບກະສິກຳ ແລະ ອື່ນໆ.

ໃນຂະນະທີ່ສາຍພົວພັນທາງດ້ານການເມືອງເປັນຕົວກຳນົດທິດທາງ ແລະ ການຮ່ວມມືດ້ານເສດຖະກິດເປັນກຳລັງຂັບເຄື່ອນການພັດທະນາ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ ກໍຄືຮາກຖານທາງສັງຄົມທີ່ຊ່ວຍຄ້ຳປະກັນກຳລັງຊີວິດອັນຍືນຍົງຂອງສາຍພົວພັນ ຫວຽດນາມ-ລາວ,​ລາວ-ຫວຽດນາມ. ຕະຫລອດຫລາຍປີທີ່ຜ່ານມາ ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການກໍ່ສ້າງບຳລຸງຊັບພະຍາກອນມະນຸດ ໄດ້ປະກອບສ່ວນສ້າງຖັນແຖວພະນັກງານ, ນັກຮຽນ, ແລະ ນັກສຶກສາຫລາຍຮຸ່ນຄົນ ທີ່ມີຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງກັນ ແລະ ກັນ. ພະນັກງານລາວຈຳນວນຫລາຍທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ ຕະຫລອດຮອດພະນັກງານ ແລະ ຊ່ຽວຊານຫວຽດນາມຈຳນວນຫລາຍທີ່ເຄີຍມາປະຕິບັດໜ້າທີ່ຢູ່ລາວ ໄດ້ກາຍເປັນຂົວຕໍ່ອັນສຳຄັນລະຫວ່າງສອງປະເທດ.

ໃນສະພາບການພາກພື້ນ ແລະ ສາກົນພວມຜັນແປໄປຢ່າງວ່ອງໄວ ນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ ແລະ ລາວ. ຄວາມຜັນຜວນຂອງເສດຖະກິດໂລກ, ການແຂ່ງຂັນຍຸດທະສາດ, ການຫັນເປັນດີຈິຕອນ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານພະລັງງານ, ຄວາມໝັ້ນຄົງທາງດ້ານຊັບພະຍາກອນນ້ຳ ແລະ ອາດຊະຍາກຳຂ້າມຊາດ ລ້ວນແຕ່ສົ່ງຜົນກະທົບໂດຍກົງຕໍ່ສະພາບແວດລ້ອມແຫ່ງການພັດທະນາຂອງແຕ່ລະປະເທດຫລາຍຂຶ້ນເລື້ອຍໆ. ສະພາບການດັ່ງກ່າວຍິ່ງໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງ ການເປັນ “ຫຸ້ນສ່ວນຍຸດທະສາດ”; ໝາຍຄວາມວ່າ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ບໍ່ພຽງແຕ່ສືບທອດຄວາມສາມັກຄີທີ່ໄດ້ຮັບການສ້າງຕັ້ງຂຶ້ນຈາກປະຫວັດສາດເທົ່ານັ້ນ, ແຕ່ຍັງຈຳເປັນຕ້ອງ ເຊື່ອມຈອດກັນຢ່າງສະໜິດແໜ້ນຍິ່ງຂຶ້ນໃນການກຳນົດອະນາຄົດ ບົນພື້ນຖານການເຄົາລົບເອກະລາດ, ຄວາມເປັນເຈົ້າຕົນເອງໃນການກຳນົດນະໂຍບາຍ, ຜົນປະໂຫຍດຂອງແຕ່ລະປະເທດ ແລະ ຜົນປະໂຫຍດຮ່ວມກັນ.

ນັບແຕ່ໄລຍະເວລາທີ່ສອງຊາດຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ກູ້ຊາດ ມາຈົນເຖິງຂະບວນວິວັດແຫ່ງການຮ່ວມມືສ້າງສາ ແລະ ພັດທະນາປະເທດ, ສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຜ່ານບັນດາໄລຍະປະຫວັດສາດມາຢ່າງຍາວນານ, ແຕ່ຮາກຖານແຫ່ງຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຍັງຄົງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ພັດທະນາຢ່າງໝັ້ນຄົງ, ມີປະສິດທິຜົນຕົວຈິງ ແລະ ຍືນຍົງຕະຫລອດໄປໃນຕໍ່ໜ້າ.

ໂດຍ: ຄຳຮຸ່ງ ດວງເງິນ

KPL

ຂ່າວອື່ນໆ

    • ແຊບນົວສົມຄຳລື “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ຈັດໂປພິເສດຕອບແທນລູກຄ້າບົດ-ສາລະຄະດີ

      ແຊບນົວສົມຄຳລື “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ຈັດໂປພິເສດຕອບແທນລູກຄ້າ

      10/8/2026 10:42:10 AM

      ຂປລ. ຖ້າເວົ້າເຖິງອາຫານປີ້ງທີ່ມີລົດຊາດເປັນເອກະລັກ ແລະ ມີກິ່ນອາຍອາຫານລາວແບບເຂັ້ມຂຸ້ນ “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ແມ່ນອີກໜຶ່ງຮ້ານທີີ່ມີລູກຄ້າຮູ້ຈັກເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈຸດເດັ່ນຂອງຮ້ານຢູ່ທີ່ລົດຊາດປີ້ງໄກ່ທາປາແດກທີ່ເຂັ້ມຂຸ້ນ, ວັດຖຸດິບສົດໃໝ່ ແລະ ມີອາຫານໃຫ້ເລືອກຫລາກຫລາຍບໍ່ວ່າຈະເປັນໄກ່ປີ້ງ, ໄກ່ຕົ້ມ, ໝົກ, ໄກ່ສົດ ແລະ ເຄື່ອງໃນໄກ່.

    • "ຕ້າຂາຍຖືກ" ນັກທຸລະກິດຮຸ່ນໃໝ່ຜູ້ສ້າງອາຊີບໃຫ້ປະຊາຊົນບົດ-ສາລະຄະດີ

      "ຕ້າຂາຍຖືກ" ນັກທຸລະກິດຮຸ່ນໃໝ່ຜູ້ສ້າງອາຊີບໃຫ້ປະຊາຊົນ

      10/8/2026 10:30:31 AM

      ຂປລ. ປັດຈຸບັນການຂາຍຜ່ານສື່​ອອນ​ລາຍໄດ້ຂະ​ຫຍາ​ຍຕົວ ​ແລະ ກາຍເປັນອີກໜຶ່ງຊ່ອງທາງສຳຄັນຂອງ​ບັນດາ​ຜູ້​ປະກອບ​ການຮຸ່ນໃໝ່ທີ່ມີຄວາມກ້າຫານ, ວິໄສທັດ ແລະ ຄວາມມຸ່ງໝັ້ນ ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາ​ຍຕົວ​ຄຽງກັບ​ການພັດທະນາເສດຖະກິດ-ສັງຄົມຂອງຊາດ​​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ເມື່ອ​ເວົ້າ​ເຖິງ ນັກ​ທຸລະ​ກິດ​ທີ່​ມີ​ຊື່ສຽງ​ໃນ​ໂລກ​ອອນ​ລາຍ​ແລ້​ວ

    • ຫລວງພະບາງ ຈະສືບຕໍ່ຜັນຂະຫຍາຍ ແຜນພັດທະນາການສຶກສາ-ກິລາ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງບົດ-ສາລະຄະດີ

      ຫລວງພະບາງ ຈະສືບຕໍ່ຜັນຂະຫຍາຍ ແຜນພັດທະນາການສຶກສາ-ກິລາ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ

      10/8/2026 10:26:32 AM

      ຂປລ. ການສຶກສາເປັນຮາກຖານສຳຄັນໃນການສ້າງຄົນ ແລະ ພັດທະນາປະເທດຊາດ. ໃນຕະຫລອດໄລຍະຜ່ານມາພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ວຽກງານການສຶກສາ ໂດຍຖືຄູ-ອາຈານເປັນກຳລັງຫລັກໃນການຖ່າຍທອດຄວາມຮູ້,​ອົບຮົມຄຸນສົມບັດ ແລະ ສ້າງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ.

    • ຊົນເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດລາວບົດ-ສາລະຄະດີ

      ຊົນເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດລາວ

      10/8/2026 10:22:31 AM

      ຂປລ. ຊາດລາວ ເປັນຊາດໜຶ່ງທີ່ມີປະຫວັດສາດຍາວສານ ແລະ ມີທີ່ຕັ້ງພູມລຳເນົາຢູ່ໃນພາກພື້ນແຫລມອິນດູຈີນ ມາແຕ່ສະໄໝບູຮານ.​ ຕະຫລອດໄລຍະອັນຍາວນານ ປະຊາຊົນລາວບັນດາເຜົ່າໄດ້ຮ່ວມກັນສ້າງສາປະເທດຊາດ, ສ້າງສັນວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີຊີວິດອັນຫລາກຫລາຍຈົນກາຍເປັນມໍລະດົກອັນລ້ຳຄ່າຂອງຊາດ.

    • 9 ເດືອນຕົ້ນປີ 2026 ສາມາດກວດລ້າງອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ 153 ຄັ້ງບົດ-ສາລະຄະດີ

      9 ເດືອນຕົ້ນປີ 2026 ສາມາດກວດລ້າງອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ 153 ຄັ້ງ

      10/8/2026 9:39:46 AM

      ໄລຍະ 9 ເດືອນຕ້ົນປີ 2026 ເຈົ້າໜ້າທີ່ຕໍາຫລວດກະຊວງປ້ອງກັນຄວາມສະຫງົບ ສາມາດມ້າງຈຸດເຄື່ອນໄຫວ ແລະ ກວາດລ້າງອາຊະຍາກຳທາງອິນເຕີເນັດ, ການພະນັນອອນລາຍ ແລະ ສາມາດແກ້ໄຂໄດ້ທັງໝົດ 153 ຄັ້ງ, ກັກຕົວຜູ້ຕ້ອງສົງໄສໄດ້ເຖິງ 10.651 ຄົນ. ໃນນັ້ນ, ມີ 31 ສັນຊາດຄື: ລາວ, ຈີນ, ຫວຽດນາມ, ໄທ, ມຽນມາ, ຣັດເຊຍ, ບຣາຊິນ, ເອທິໂອປີ, ອູການດາ, ຣີວັນດາ ແລະ ອື່ນໆ.

ads
ads

Top