ຂປລ
ຂປລ. ການສຶກສາເປັນຮາກຖານສຳຄັນໃນການສ້າງຄົນ ແລະ ພັດທະນາປະເທດຊາດ. ໃນຕະຫລອດໄລຍະຜ່ານມາພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ວຽກງານການສຶກສາ ໂດຍຖືຄູ-ອາຈານເປັນກຳລັງຫລັກໃນການຖ່າຍທອດຄວາມຮູ້,ອົບຮົມຄຸນສົມບັດ ແລະ ສ້າງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ.

ຂປລ. ການສຶກສາເປັນຮາກຖານສຳຄັນໃນການສ້າງຄົນ ແລະ ພັດທະນາປະເທດຊາດ. ໃນຕະຫລອດໄລຍະຜ່ານມາພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ວຽກງານການສຶກສາ ໂດຍຖືຄູ-ອາຈານເປັນກຳລັງຫລັກໃນການຖ່າຍທອດຄວາມຮູ້,ອົບຮົມຄຸນສົມບັດ ແລະ ສ້າງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ. ໄດ້ກຳນົດເອົາການສຶກສາ ເປັນອັນສໍາຄັນ, ໄປກ່ອນກ້າວໜຶ່ງ ດັ່ງຄໍາເວົ້າທີ່ວ່າ: ຄູ ຄື “ແມ່ພິມຂອງຊາດ, ທີ່ໄດ້ອຸທິດສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ໃນການສ້າງຊັບພະຍາກອນມະນຸດ, ເພື່ອຮັບໃຊ້ນະໂຍບາຍການພັດທະນາປະເທດຊາດ.
ຍ້ອນເຫັນໄດ້ຄວາມສຳຄັນຂອງຄູ ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 7 ຕຸລາ ຊຶ່ງເປັນວັນທີ່ ຄູລາວຄົນທຳອິດ ຄື ນາຍຄູຄຳ ເຂົ້າຮັບລາຊະການເປັນຄູ ເປັນວັນຄູແຫ່ງຊາດລາວ ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ. ໃນປີ 2026 ນີ້ ວັນຄູແຫ່ງຊາດໄດ້ໝູນວຽນມາຄົບຮອບ 32 ປີ ຊຶ່ງເປັນໂອກາດສຳຄັນໃຫ້ທຸກພາກສ່ວນຫວນຄືນມູນເຊື້ອ, ຄຸນງາມຄວາມດີ ແລະ ພາລະບົດບາດອັນສຳຄັນຂອງຄູ-ອາຈານ. ສຳລັບປີນີ້ກະຊວງສຶກສາທິການ ແລະ ກິລາ ໄດ້ນຳເອົາຄຳເວົ້າທີ່ອະມະຕະ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ມາເປັນຄຳຂວັນ ເຊິ່ງສະທ້ອນໃຫ້ເຫັນພາລະໜ້າທີ່ ແລະ ຄວາມສຳຄັນຂອງຄູຕໍ່ພາລະກິດການສຶກສາ. ຄຳເວົ້າດັ່ງກ່າວ ຖືກກ່າວໃນກອງປະຊຸມບຳລຸງພະນັກງານຂະແໜງສຶກສາ ໃນປີ 1978 ໂດຍເນັ້ນວ່າ: “ຄູແມ່ນກຳລັງຫລັກແຫລ່ງແກ່ນສານ ຂອງການສຶກສາ, ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າລັດ ເພື່ອສຶກສາອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ້ນໃໝ່ ໃຫ້ໄປຕາມອຸດົມການ, ຄະຕິທິດນຳ, ເນື້ອໃນ ແລະວິທີການປະຕິວັດ ໃນໄລຍະຕໍ່ສູ້ປະຕິວັດປັດຈຸບັນນີ້” . “ພັກເຮົານໍາພາການສຶກສາ ແລະ ໂຮງຮຽນ ໂດຍຜ່ານຖັນແຖວຂອງຕົນ ຄືຄູ, ຄູແມ່ນຄົນຂອງພັກ” . ນັ້ນກໍ່ຢັ້ງຢືນວ່າ ແຕ່ລະໄລຍະ ພັກ-ລັດ ໄດ້ເອົາໃຈໃສ່ ສ້າງຄູ ຢ່າງເປັນລະບົບ, ຫລາຍຮູບແບບ, ຫລາຍລະດັບ, ທັງກໍ່ສ້າງຍາວນານ ແລະ ຝຶກອົບຮົມໄລຍະສັ້ນ,ເກືອບທຸກໆແຂວງ ມີໂຮງຮຽນ, ມີສູນຝຶກອົບຮົມຄູ, ມີຊື່ເອີ້ນແຕກຕ່າງກັນ, ມີທັງໂຮມທັງສ້າງຂຶ້ນໃໝ່ ເພື່ອຕອບສະ
ໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ໃຫ້ສຳພາດໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີວ່າ: ໃນສົກຮຽນຜ່ານມາ ຄະນະພັກ-ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານການສຶກສາຂອງແຂວງ ເຮັດໃຫ້ມີຜົນສຳເລັດຫລາຍດ້ານ ສິ່ງທີ່ພົ້ນເດັ່ນແມ່ນໄດ້ບັນລຸຜົນການຈັດຕັ້ງປະຕິບັດ 11 ຄາດໝາຍ ທີ່ສະພາປະຊາຊົນແຂວງຮັບຮອງ ສາມາດປະຕິບັດໄດ້ 100%, ການແກ້ໄຂບັນຫາຄູອາສາສະໝັກ, ປັບປຸງພື້ນຖານໂຄງລ່າງຂອງ ສະຖານການສຶກສາແຕ່ລະແຫ່ງ, ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ແກ່ນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາໃນເຂດຫ່າງໄກສອກຫລີກ, ເພີ່ມການສະໜອງເງິນອຸດໜູນ ເບ້ຍລ້ຽງນັກຮຽນ-ນັກສຶກສາ ທຸກຊັ້ນທຸກສານ ແລະ ໄດ້ເອົາໃຈໃສ່ ແກ້ໄຂບັນຫາ ການປະລະການຮຽນ ແລະການປັບປຸງຄຸນນະພາບການຮຽນການສອນ ໃນທຸກລະດັບ ໃຫ້ດີຂຶ້ນ.
ທ່ານ ສຸລິເດດ ແກ້ວບົວລະເພັດ ໃຫ້ຮູ້ຕື່ມວ່າ: ຜົນສຳເລັດທີ່ຍາດມາໄດ້ ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະຄູ-ອາຈານ ໃນທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນນະພາບ ການສຶກສາ, ໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ຊຶ່ງສະແດງອອກຜົນການຮຽນຂອງນັກຮຽນ-ນັກສຶກສາ ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ອັນເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາມີອັນດີຂຶ້ນ, ນັກຮຽນນັກສຶກສາລາວຈໍານວນໜຶ່ງໄດ້ສ້າງ ຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ, ຂະແໜງການສຶກສາ ແລະ ກິລາ ພວກເຮົາ ຍັງພົບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການຕ້ານ-ສະກັດກັ້ນ ແລະ ແກ້ໄຂປະລະຂອງນັກຮຽນ, ຄູ-ອານ ແລະ ນັກຮຽນຈໍານວນໜຶ່ງ ຍັງພົວພັນກັບສິ່ງເສບຕິດ ແລະ ສິ່ງເສບຕິດຮູບແບບໃໝ່ ເປັນຕົ້ນ ການສູບພ້ອດໄຟຟ້າ, ນໍ້າກະທ່ອນ.
ສຳລັບທິດທາງໃນຕໍ່ໜ້າ ພະແນກສຶກສາທິການ ແລະ ກິລາ ຈະສືບຕໍ່ປັບປຸງຄຸນນະພາບການສຶກສາ, ຍົກສູງຄວາມຮັບຜິດຊອບຂອງຜູ້ບໍລິຫານ, ຄູ-ອາຈານ ແລະ ພະນັກງານ,ເສີມສ້າງຄວາມຮູ້-ຄວາມສາມາດດ້ານວິຊາການ, ເຕັກນິກ, ເຕັກໂນໂລຊີ ແລະ ພາສາຕ່າງປະເທດ ພ້ອມທັງຍົກສູງຈັນຍາບັນ ແລະ ຄວາມເປັນແບບຢ່າງຂອງຄູ-ອາຈານ. ພ້ອມນີ້ ຈະເອົາໃຈໃສ່ສຶກສາອົບຮົມນັກຮຽນ-ນັກສຶກສາ, ພັດທະນາຄຸນນະພາບການສຶກສາຕາມ 3 ລັກສະນະ ແລະ 5 ຫລັກມູນ, ພ້ອມທັງໃຫ້ການ ຊຸກຍູ້-ສົ່ງເສີມໃຫ້ລູກຫລານໄດ້ເຂົ້າຮຽນຢ່າງຕໍ່ເນື່ອງ. ສ່ວນນັກຮຽນ-ນັກສຶກສາ ຕ້ອງໄດ້ເອົາໃຈໃສ່ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫລໍ່ຫລອມຕົນເອງ ເປັນນັກຮຽນທີ່ຮຽນດີ ຮຽນເກັ່ງ, ເປັນລູກທີ່ດີຂອງພໍ່ແມ່ ເປັນພົນລະເມືອງດີຂອງຊາດ ກຽມພ້ອມສືບຕໍ່ຮັບໃຊ້ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
ແນວໃດກໍຕາມ, ເຖິງວ່າການສຶກສາ-ກິລາ ຂອງແຂວງຫລວງພະບາງ ໄດ້ຮັບການພັດທະນາດີຂຶ້ນ, ແຕ່ຍັງມີສິ່ງທ້າທາຍບາງດ້ານ, ດັ່ງນັ້ນ ໃນຕໍ່ໜ້ານີ້ ຜູ້ບໍລິຫານການສືກສາ-ກິລາ ແຕ່ລະຂັ້ນຕ້ອງຍົກສູງ ການປຸກລະດົມຂະບວນການ ປະຕິບັດຄາດໝາຍໃນວຽກງານສຶກສາ-ກິລາ ໃຫ້ບັນລຸຕາມແຜນ ໂດຍຖືເອົາໄລຍະການສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ ໃນປີນີ້ ເປັນການທົບທວນບັນດາຜົນສຳເລັດ ແລະ ສິ່ງທີ່ຄົງຄ້າງ ເພື່ອວາງງແຜນການປັບປຸງແກ້ໄຂໃຫ້ດີຂຶ້ນ, ຄຽງຄູ່ກັບການເສີມຂະຫຍາຍ ມູນເຊື້ອຄູລາວໃນເມື່ອກ່ອນ, ນັບທັງຜົນງານຂອງຄູທີ່ເປັນຕົວແບບ ໃຫ້ກວ້າງຂວາງ ເລິກເຊິ່ງ ແນໃສ່ເຮັດໃຫ້ວຽກງານສຶກສາ-ກິລາ ຢູ່ແຂວງຫລວງພະບາງ ນັບມື້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ທັງປະຕິບັດໃຫ້ສົມການຂະໜານນາມວ່າ: ຄູ ແມ່ນວິສາວະກອນແຫ່ງດວງວິນຍານ, ຄູ ແມ່ນແມ່ພິມຂອງຊາດ ສ້າງຄູເພື່ອສ້າງຄົນ ສ້າງຄົນເພື່ອສ້າງຊາດ.
ເນື່ອງໃນໂອກາດວັນຄູແຫ່ງຊາດໄດ້ໝູນວຽນມາຄົບຮອບ 32 ປີໃນປີນີ້ ຂໍອວຍພອນໄຊ ອັນ ປະເສີດ ແດ່ການນໍາພັກ-ລັດ, ພະນັກງານ ອາວຸໂສບຳນານ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ນັກຮຽນ ນັກສຶກສາ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີພາລະນາໄມສົມບູນ, ມີຄວາມສຸກທັງກາຍ ແລະ ໃຈ, ມີຜົນສໍາເລັດໃນໜ້າທີ່ການງານ ທຸກປະການ.
ຊົມເຊີຍວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ ຢ່າງສຸດໃຈ!
ໂດຍ: ອາພຸດເດດ ບຸບຜາ
KPL