ຂປລ
ໄລຍະ 9 ເດືອນຕ້ົນປີ 2026 ເຈົ້າໜ້າທີ່ຕໍາຫລວດກະຊວງປ້ອງກັນຄວາມສະຫງົບ ສາມາດມ້າງຈຸດເຄື່ອນໄຫວ ແລະ ກວາດລ້າງອາຊະຍາກຳທາງອິນເຕີເນັດ, ການພະນັນອອນລາຍ ແລະ ສາມາດແກ້ໄຂໄດ້ທັງໝົດ 153 ຄັ້ງ, ກັກຕົວຜູ້ຕ້ອງສົງໄສໄດ້ເຖິງ 10.651 ຄົນ. ໃນນັ້ນ, ມີ 31 ສັນຊາດຄື: ລາວ, ຈີນ, ຫວຽດນາມ, ໄທ, ມຽນມາ, ຣັດເຊຍ, ບຣາຊິນ, ເອທິໂອປີ, ອູການດາ, ຣີວັນດາ ແລະ ອື່ນໆ.
ຂປລ. ທ່ານ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຄະນະສະເພາະກິດແກ້ໄຂອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ໄດ້ຖະແຫລງຜົນສຳເລັດການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອິນເຕີເນັດ, ການພະນັນອອນລາຍ ແລະ ວຽກງານເກັບກູ້ອາວຸດປືນໃນວັນທີ 6 ຕຸລາ 2026 ວ່າ: ປັດຈຸບັນ, ໄພຄຸກຄາມຈາກອາຊະຍາກຳທາງອິນເຕີເນັດ ຫລື ອາຊະຍາກຳທາງໄຊເບີ ບ່ໍໄດ້ເປັນພຽງບັນຫາອາຊະຍາກຳທົ່ວໄປທ່ີ ສ່ົງຜົນກະທົບຕໍ່ຊັບສິນຂອງບຸກຄົນໃດໜຶ່ງເທົ່ານັ້ນແຕ່ມັນໄດ້ກາຍເປັນໄພຄຸກຄາມອັນຮ້າຍແຮງທີ່ສົ່ງຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ຮູບແບບການກະທຳຜິດໄດ້ມີການວິວັດທະນາການໄປສູ່ຄວາມສະຫລັບສັບຊ້ອນ ແລະ ມີຊັ້ນເຊີງທາງດ້ານເຕັກນິກທີ່ ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍມີການນຳ ໃຊ້ເຕັກໂນໂລຊີປັນຍາປະດິດ ຫລື AI ເຂົ້າມາເປັນເຄື່ອງມືຫລັກໃນການສ້າງຕົວຕົນດີຈິຕອນປອມເປັນຕົ້ນ ການປອມແປງສຽງ ຫລື ໃບໜ້າທີ່ເໝືອນຈິງ ເພື່ອຫລອກລວງ ແລະ ຕົ້ມຕຸນ. ນອກຈາກນີ້, ຍັງມີການນຳໃຊ້ແອັບພລິເຄຊັນກູ້ຢືມເງິນເຖ່ືອທີ່ດູດຂໍ້ມູນສ່ວນຕົວ, ການສ້າງລິ້ງປອມທີ່ເປັນກັບດັກທາງໄຊເບີ, ການນຳໃຊ້ບັນຊີທະນາຄານຕົວແທນ ຫລື ບັນຊີຜີເພື່ອຟອກເງິນທີ່ໄດ້ມາຈາກການກະທຳຜິດສິ່ງເຫລົ່ານີ້ບ່ໍພຽງແຕ່ສົ່ງຜົນກະທົບແກ່ສະຖຽນລະພາບທາງດ້ານການເງິນ ແລະ ຊັບສິນຂອງປະຊາຊົນເທົ່ານັ້ນ, ແຕ່ຍັງບັນທອນຄວາມເຊື່ອໝັ້ນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ມາມີສ່ວນຮ່ວມໃນການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການແອບແຝງຂອງບັນຫາການຄ້າມະນຸດ ແລະ ຢາເສບຕິດທ່ີມາໃນຮູບແບບຂອງການຈ້າງງານທ່ີຜິດກົດໝາຍໃນສູນຄໍເຊັນເຕີ.
ພັກ ແລະ ລັດຖະບານກໍຄື ກະປ້ອງກັນຄວາມສະຫງົບ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງອັນເດັດຂາດ ແລະ ເປັນເອກະພາບ ໃນການສະກັດກັ້ນ ແລະ ກວາດລ້າງບັນຫາດັ່ງກ່າວ, ໄລຍະຜ່ານມາໄດ້ນຳໃຊ້ມາດຕະການທາງເຕັກນິກທີ່ເຂັ້ມງວດ ແລະ ຮອບດ້ານເພື່ອຕັດຕ່ອງໂສ້ການເຄື່ອນໄຫວ ຂອງກຸ່ມອາຊະຍາກຳ. ເຈ້ົາໜ້າທ່ີໄດ້ສຸມໃສ່ການຄຸ້ມຄອງຊິມກາດໂທລະສັບ ແລະ ການນຳໃຊ້ອິນເຕີເນັດໃຫ້ເຊື່ອມໂຍງກັບຖານຂໍ້ມູນສຳມະໂນຄົວ ແລະ ປະຊາກອນຢ່າງເປັນລະບົບ ເພື່ອປ້ອງກັນການນຳໃຊ້ບັນຊີປອມ ແລະ ການປິດບັງຕົວຕົນ. ພ້ອມກັນນັ້ນ, ຍັງໄດ້ມີການຕິດຕາມ ແລະ ຕັດສັນຍານດາວທຽມເຖື່ອນເປັນຕົ້ນແມ່ນອຸປະກອນຮັບສັນຍານອິນເຕີເນັດຜ່ານດາວທຽມປະເພດ Starlink ທີ່ລັກລອບນຳໃຊ້ໃນເຂດຫ່າງໄກສອກຫລີກ ແລະ ເຂດເສດຖະກິດພິເສດ.
ຂະບວນການລົງພ້ືນທ່ີມ້າງຈຸດເກີດເຫດຖືກປະຕິບັດຕາມຫລັກການວິຊາສະເພາະຢ່າງເຄ່ັງຄັດ ໂດຍມີການປະສານງານກັບອຳນາດການປົກຄອງທ້ອງຖິ່ນ ແລະ ເຈົ້າຂອງສະຖານທີ່ຢ່າງເປັນທາງການ. ທຸກໆຂັ້ນຕອນນັບແຕ່ການບຸກເຂົ້າກວດຄົ້ນ, ການກັກຕົວ, ຈົນເຖິງການເກັບກຳຂອງກາງແມ່ນມີການບັນທຶກພາບ ແລະ ຂໍ້ມູນຢ່າງລະອຽດ ໂດຍນັກຂ່າວ ປກສ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ. ສິ່ງທີ່ພວກເຮົາໃຫ້ຄວາມ ສຳຄັນທີ່ສຸດໃນມິຕິມະນຸດສະທຳແມ່ນການຄັດແຍກເປົ້າໝາຍຢ່າງລະອຽດຖີ່ຖ້ວນ ເພື່ອແຍກໃຫ້ເຫັນລະຫວ່າງຫົວໂປ່ໂຕການທີ່ຕ້ອງໄດ້ດຳເນີນຄະດີຢ່າງເດັດຂາດກັບຜູ້ຖືກເຄາະຮ້າຍທີ່ຖືກຫລອກລວງມາໃຊ້ແຮງງານ. ສຳລັບຜູ້ຖືກເຄາະຮ້າຍທີ່ມີສະພາບຮ່າງກາຍອ່ອນເພຍ, ແມ່ຍິງຖືພາ ຫລື ຜູ້ທີ່ມີພະຍາດ ປະຈຳຕົວຮ້າຍແຮງ, ໄດ້ຈັດຕັ້ງທີມແພດເພື່ອໃຫ້ການເບິ່ງແຍງ ແລະ ປົກປ້ອງຕາມຫລັກການສາກົນກ່ອນຈະປະສານງານນຳສົ່ງກັບຄືນປະເທດຢ່າງປອດໄພ. ນອກຈາກນີ້, ມາດຕະການຕໍ່ເຈົ້າຂອງສະຖານທ່ີ ທີ່ປ່ອຍໃຫ້ມີການເຄື່ອນໄຫວຜິດກົດໝາຍ ແລະ ເຈົ້າໜ້າທີ່ທີ່ທໍລະຍົດຕ່ໍວິຊາຊີບ ໂດຍການເປັນຫູເປັນຕາໃຫ້ກຸ່ມອາຊະຍາກຳ ກໍໄດ້ຖືກຈັດຕັ້ງປະຕິບັດຢ່າງເດັດຂາດ ໂດຍບໍ່ມີຂ້ໍຍົກເວັ້ນໃດໆ ເພື່ອສະແດງໃຫ້ເຫັນເຖິງເຈດຈຳນົງໃນການກວາດລ້າງແບບຖອນຮາກຖອນໂຄນ.
ໂອກາດດ່ັງກ່າວນ້ີ, ຄະນະສະເພາະກິດຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊັ້ນຄົນຕ່າງໆ ແລະ ນັກທຸລະກິດໃນສັງຄົມຈົ່ງມີສະຕິລະວັງຕົວສູງສຸດຕໍ່ທຸກການເຄື່ອນໄຫວທາງໂລກອອນລາຍ ແລະ ຫ້າມບໍ່ໃຫ້ມີການເປີດບັນຊີທະນາຄານ ໃຫ້ບຸກຄົນອື່ນນຳໃຊ້, ຫ້າມໃຫ້ເຊົ່າສະຖານທີ່ໂດຍບໍ່ມີການກວດສອບແຫລ່ງທີ່ມາຂອງທຸລະກິດຢ່າງຊັດເຈນ ແລະ ຫ້າມເຂົ້າຮ່ວມໃນຂະບວນການພະນັນອອນລາຍທຸກຮູບແບບເພາະທ່ານອາດຈະກາຍເປັນຜູ້ຮ່ວມຂະບວນການກະທຳຜິດຮ້າຍແຮງໂດຍບໍ່ຮູ້ຕົວ. ຫາກທ່ານພົບເຫັນເບາະແສ ຫລື ສິ່ງຜິດປົກກະຕິໃດໆຂໍໃຫ້ແຈ້ງມາຍັງສາຍດ່ວນ 1533 ທັນທີ ຂໍ້ມູນຂອງທ່ານຈະຖືກຮັກສາເປັນຄວາມລັບສູງສຸດ.
ຂໍ້ມູນ-ພາບ: ຄວາມສະຫງົບ
KPL