ຂປລ
ຂປລ. ຊາດລາວ ເປັນຊາດໜຶ່ງທີ່ມີປະຫວັດສາດຍາວສານ ແລະ ມີທີ່ຕັ້ງພູມລຳເນົາຢູ່ໃນພາກພື້ນແຫລມອິນດູຈີນ ມາແຕ່ສະໄໝບູຮານ. ຕະຫລອດໄລຍະອັນຍາວນານ ປະຊາຊົນລາວບັນດາເຜົ່າໄດ້ຮ່ວມກັນສ້າງສາປະເທດຊາດ, ສ້າງສັນວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີຊີວິດອັນຫລາກຫລາຍຈົນກາຍເປັນມໍລະດົກອັນລ້ຳຄ່າຂອງຊາດ.

ຂປລ. ຊາດລາວ ເປັນຊາດໜຶ່ງທີ່ມີປະຫວັດສາດຍາວສານ ແລະ ມີທີ່ຕັ້ງພູມລຳເນົາຢູ່ໃນພາກພື້ນແຫລມອິນດູຈີນ ມາແຕ່ສະໄໝບູຮານ. ຕະຫລອດໄລຍະອັນຍາວນານ ປະຊາຊົນລາວບັນດາເຜົ່າໄດ້ຮ່ວມກັນສ້າງສາປະເທດຊາດ, ສ້າງສັນວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີຊີວິດອັນຫລາກຫລາຍຈົນກາຍເປັນມໍລະດົກອັນລ້ຳຄ່າຂອງຊາດ.
ອີງຕາມການຄົ້ນຄວ້າດ້ານຊົນເຜົ່າໃນໄລຍະຕ່າງໆ ເຄີຍມີການຈັດແບ່ງປະຊາຊົນລາວອອກເປັນ 3 ກຸ່ມໃຫຍ່
ແລະ ມີຊື່ເອີ້ນກຸ່ມຕ່າງກັນ. ໃນ 3 ກຸ່ມໃຫຍ່ນີ້ປະກອບມີ 68 ເຜົ່າຊົນ, ແຕ່ຍ້ອນມີການສໍາຫລວດ ແລະ ສຶກສາຄົ້ນຄ້ວາກ່ຽວກັບຊົນເຜົ່າຢູ່ໃນລາວມາຢ່າງຕໍ່ເນື່ອງ ຈຳນວນຊົນເຜົ່າກໍມີການປັບປ່ຽນຕາມຜົນການຄົ້ນຄວ້າ. ໃນປີ 1985 ມີການລະບຸຈຳນວນ 47 ຊົນເຜົ່າ ແລະ ຕໍ່ມາຜ່ານການຄົ້ນຄວ້າຈັດແບ່ງຊື່ເອີ້ນຊົນເຜົ່າຢ່າງເປັນລະບົບ, ກອງປະຊຸມຄົ້ນຄວ້າປຶກສາຫາລືຊື່ເອີ້ນຂອງເຜົ່າ ໃນ ສປປ ລາວ ວັນທີ 14-15 ສິງຫາ 2000 ໄດ້ກຳນົດຈຳນວນ 49 ເຜົ່າ ແລະ ມີ 4 ໝວດໃຫຍ່ ໂດຍອີງໃສ່ຄວາມຄ້າຍຄືກັນທາງດ້ານພາສາ. ຕໍ່ມາກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VI ໄດ້ມີມະຕິຕົກລົງສະບັບເລກ ທີ 213/ສພຊ, ລົງວັນທີ 24 ພະຈິກ 2008 ກ່ຽວກັບການຮັບຮອງຮັບເອົາຊື່ເອີ້ນ ແລະ ຈໍານວນຊົນເຜົ່າໃນ ສປປ ລາວ ວ່າ: ມີພຽງຊາດດຽວເອີ້ນວ່າຊາດລາວ ແລະ ມີ 49 ຊົນເຜົ່າ ຊຶ່ງບາງຊົນເຜົ່າຍັງປະກອບມີຫລາຍ ແຊງຕື່ມອີກ ໄດ້ຈັດຕາມ 4 ໝວດພາສາຄື: ໝວດພາສາລາວ-ໄຕ ມີ 8 ຊົນເຜົ່າ, ໝວດພາສາມອນ-ຂະແມມີ 32 ຊົນເຜົ່າ, ໝວດພາສາມົ້ງ-ອີວມຽນ ມີ 2 ຊົນເຜົ່າ ແລະ ໝວດພາ ສາຈີນ-ຕີເບດ ມີ 7 ຊົນເຜົ່າ ແລະໃນ ວັນທີ 05 ທັນວາ 2018, ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊຸດທີ VIII ໄດ້ຕົກລົງຮັບຮອງເອົາຊົນເຜົ່າບຣູ ເຂົ້າເປັນຊົນເຜົ່າໃນລາວຕື່ມອີກຊົນເຜົ່າໜຶ່ງ ຊຶ່ງຈັດຢູ່ໃນໝວດພາສາ ມອນ-ຂະແມ ລວມເປັນ 33 ຊົນເຜົ່າ. ດັ່ງນັ້ນ ຊົນເຜົ່າໃນລາວລວມທັງໝົດມີ 50 ຊົນເຜົ່າໃນປັດຈຸບັນ.

ໝວດພາສາລາວ-ໄທ (ໄຕ): ໝວດພາສາລາວ-ໄທ ເປັນກຸ່ມຊົນເຜົ່າທີ່ມີພາສາ ແລະ ວັດທະນະທຳຫລາຍດ້ານຄ້າຍຄືກັນ. ເຜົ່າລາວ-ໄທ ແມ່ນພາກສ່ວນໜຶ່ງຂອງເຊື້ອສາຍອາຊີໃຕ້, ບັນດາເຜົ່າລາວ-ໄທ ໄດ້ເຂົ້າມາຢູ່ດິນແດນນີ້ແຕ່ດົນນານແລ້ວ. ໄລຍະຜ່ານມາພວກເຮົາເຄີຍເອີ້ນວ່າ: “ລາວລຸ່ມ”. ມາຮອດສະຕະວັດທີ VIII ບັນດາເຜົ່າລາວ-ໄທໄດ້ກ້າວເຂົ້າສູ່ຖານະເປັນເຈົ້າປົກຄອງດິນແດນແຫ່ງນີ້ຢ່າງສິ້ນເຊີງ, ໂດຍແມ່ນຂຸນລໍ ເປັນເຈົ້າຊີວິດອົງທໍາອິດຂອງລາວຢູ່ເມືອງຊວາ. ໝວດນີ້ ປະກອບມີ 8 ຊົນເຜົ່າເຊັ່ນ: ເຜົ່າລາວ, ໄຕ, ຜູ້ໄທ, ລື້, ຍວນ, ຢັ້ງ, ແຊກ ແລະ ເຜົ່າໄທເໜືອ.
ບັນດາເຜົ່າທີ່ກ່າວມາຂ້າງເທິງນີ້ມີພາສາປາກເວົ້າ, ມີຮີດຄອງປະເພນີ, ມີສິລະປະວັດທະນະທໍາ, ຄວາມເຊື້ອຖື...ທີ່ແຕກຕ່າງກັນ, ແຕ່ກໍມີລັກສະນະທີ່ຄ້າຍຄືກັນເປັນຕົ້ນ ສາມາດເຂົ້າໃຈພາສາກັນໄດ້, ສາມາດຄົບຄ້າສະມາຄົມ, ສົນທະນາເຊິ່ງກັນ ແລະ ກັນ. ບັນດາຊົນເຜົ່າໃນໝວດພາສາລາວ-ໄທ ສ່ວນຫລາຍແມ່ນເຄື່ອນຍ້າຍມາຈາກແຂວງ ເຫ້ງອານ ປະເທດຫວຽດນາມ.

ໝວດພາສາມອນ-ຂະແມ: ບັນດາເຜົ່າໝວດພາສາມອນ-ຂະແມ ເປັນອີກໜຶ່ງກຸ່ມສໍາຄັນໃນພົນລະເມືອງຂອງລາວເຮົາ. ໃນໄລຍະຜ່ານມາເຄີຍເອີ້ນເຜົ່ານີ້ວ່າ: “ ລາວເທິງ ຫລື ລາວກາງ ” ເຂົາເຈົ້າເປັນຄົນເດີມ ໄດ້ທໍາມາຫາກິນໃນແຜ່ນດິນລາວ ແລະ ຢູ່ຫລາຍແຫ່ງໃນເຂດອາຊີຕາເອັນອອກສ່ຽງໃຕ້ນີ້ມາແຕ່ດຶກດໍາບັນ. ບັນດາເຜົ່າເລົ່ານີ້ໄດສ້າງພື້ນຖານວັດທະນະທໍາອັນເກົ່າແກ່, ລືຊື່ ແລະ ມະຫັດສະຈັນ ເຊັ່ນ: ທາດເສົາຫີນ ທີ່ປາກອູ ແຂວງຫລວງພະບາງ, ວັດພູທີ່ແຂວງຈຳປາສັກ, ຈຸ່ມຫລັກຫີນ ເຂດເມືອງເປິນແຂວງຫົວພັນ, ໄຫຫີນຊຽງຂວາງ, ຄອງລາງ, ຄອງບັ້ງ.
ໝວດນີ້ປະກອບມີ 33 ຊົນເຜົ່າ: ຊົນເຜົ່າ ກຶມມຸ, ໄປຣ, ຊິງມຸນ, ຜ້ອງ, ແທ່ນ, ເອິດຸ, ບິດ,ລະເມດ, ສາມຕ່າວ, ກະຕາງ, ມະກອງ, ຕຣີ, ຢຣຸ, ຕຣຽງ, ຕະໂອ້ຍ,ແຢະ, ເບີຣາ, ກະຕູ, ຮາຣັກ, ໂອຍ, ກຣຽງ, ເຈັງ, ສະດາງ, ຊ່ວຍ, ຍະເຫີນ, ວະລີ, ປະໂກະ, ຂະແມ, ຕຸ້ມ, ງວນ, ມ້ອຍ, ກຣີ ແລະ ຊົນເຜົ່າບຣູ.
ໝວດພາສາຈີນ-ຕີເບດ: ບັນດາເຜົ່າໃນໝວດພາສາຈີນ-ຕີເບດ ປະກອບດ້ວຍ 7 ຊົນເຜົ່າຄື: ຊົນເຜົ່າ ອາຄາ, ພູນ້ອຍ, ລາຫູ, ສີລາ, ຮາຢີ, ໂລໂລ ແລະ ຊົນເຜົ່າຫໍ້.
ຊົນເຜົ່າທັງ 7 ທີ່ກ່າວມາຂ້າງເທິງນີ້ມາພາສາປາກເວົ້າສະເພາະ, ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ທີ່ເປັນເອກະລັກປະຈໍາເຜົ່າຢ່າງຫລວງຫລາຍເຜົ່າຕ່າງໆໃນໝວດພາສາຈີນ-ຕີເບດ ມີຕົ້ນກຳເນີດ ແລະ ທີ່ຢູ່ດັ່ງເດີມແມ່ນປະເທດຈີນ, ມີແຕ່ຊົນເຜົ່າສິງສີລິ ມີຕົ້ນກຳເນີດຢູ່ປະເທດຫວຽດນາມ ແລະ ເຂົ້າມາລາວໃນສັດຕະວັດທີ່ XVI.

ໝວດພາສາມົ້ງ-ອິວມຽນ: ຊົນເຜົ່າໃນໝວດພາສາມົ້ງ-ອິວມຽນ ປະກອບດ້ວຍ 2 ຊົນເຜົ່າຄື: ຊົນເຜົ່າມົ້ງ ແລະ ຊົນເຜົ່າອິວມຽນ, ແຕ່ຊົນເຜົ່າກໍຍັງມີແຊກ ຫລື ຂະແໜງຍ່ອຍອອກໄປອີກເຊັ່ນ: ຊົນເຜົ່າມົ້ງມີ: ມົ້ງຂາວ, ມົ້ງລາຍ ແລະ ມົ້ງດໍາ; ຊົນເຜົ່າອິວມຽນມີ: ເຜົ່າອິວມຽນ, ເຜົ່າແລນແຕ, ເຜົ່າຢ້າວຂາວ ແລະ ເຜົ່າຢ້າວຜົນໄໝແດງເປັນຕົ້ນ. ເຜົ່າມົ້ງ ແລະ ເຜົ່າອິວມຽນມີພາສາປາກເວົ້າທີ່ແຕກຕ່າງກັນ ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື...ຊົນເຜົ່າມົ້ງໄດ້ເຄື່ອນຍ້າຍມາຈາກຕີເບດ, ຊີບີລີ ແລະ ມົງໂກລີ ເຂົ້າມາຈີນແລ້ວເຂົ້າມາສູ່ລາວ, ຫວຽດນາມ ແລະ ໄທ ເມື່ອປະມານສະຕະວັດທີ XIX. ສ່ວນຊົນເຜົ່າອິວມຽນ ມີຖິ່ນກໍາເນີດຢູ່ຕອນກາງປະເທດຈີນ ແລ້ວເຄື່ອນຍ້າຍລົງມາພາກໃຕ້ເຂົ້າສູ່ຫວຽດນາມ, ລາວ ແລະ ໄທ.
ໂດຍລວມແລ້ວ, ຄວາມຫລາກຫລາຍຂອງ 4 ໝວດພາສາ ແລະ ບັນດາຊົນເຜົ່າໃນລາວ ບໍ່ແມ່ນອຸປະສັກ ແຕ່ເປັນຄຸນຄ່າອັນສຳຄັນຂອງຊາດ. ພາສາ, ຮີດຄອງ, ປະເພນີ, ສິລະປະ, ວັດທະນະທຳ ແລະ ວິຖີຊີວິດອັນຫລາກຫລາຍ ລ້ວນແຕ່ເປັນສ່ວນປະກອບໃຫ້ອັດລັກຂອງຊາດລາວມີຄວາມໂດດເດັ່ນ. ສະນັ້ນ ການສືບສານ, ອະນຸລັກ ແລະ ສົ່ງເສີມມໍລະດົກຂອງບັນດາເຜົ່າ ຈຶ່ງເປັນພາລະໜ້າທີ່ສຳຄັນຂອງຄົນລາວທຸກຮຸ່ນ ເພື່ອໃຫ້ຄຸນຄ່າອັນດີງາມເຫລົ່ານີ້ຢູ່ຄຽງຄູ່ຊາດລາວຕໍ່ໄປ.
ໂດຍ: ແສງສະຫວັນ
KPL