ສ.ອາເມລິກາ ຫ້າມນຳເຂົ້າສິນຄ້າ ການາດາ ມູນຄ່າເກືອບ 1 ຕື້ໂດລາສະຫະລັດ

30/09/2026 15:17
ຂປລ ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຂອງ ສ.ອາ​ເມລິ​ກາ ສຳ​ລັບ ​ສິນ​ຄ້າ ກາ​ນາ​ດາ ທີ່ມີ​ມູນ​ຄ່າ ​ເກືອບ 1 ຕື້ໂດລາ​ສະ​ຫະ​ລັດ ມີ​ຜົນ​ສັກ​ສິດ​ ຢ່າງ​ເປັນ​ທາງການ ​ເລີ່ມ​ແຕ່​ ວັນ​ທີ 29 ກັນ​ຍານີ້ ບັນ​ດາ​ສິນ​ຄ້າ​ ຖືກ​ຜົນ​ສະ​ທ້ອນ​ສ່ວນ​ຫລາຍ​ແມ່ນ​ເຄື່ອງ​ດື່ມ ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ເຫລົ້າ​, ຜະ​ລິດ​ຕະ​ພັນ​​ນົມ ແລະ ລົດ​ຈັກ​ຜະ​ລິດ​ຢູ່ ກາ​ນາ​ດາ ຈຳນວນໜຶ່ງ​.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຂອງ ສ.ອາ​ເມລິ​ກາ ສຳ​ລັບ ​ສິນ​ຄ້າ ກາ​ນາ​ດາ ທີ່ມີ​ມູນ​ຄ່າ ​ເກືອບ 1 ຕື້ໂດລາ​ສະ​ຫະ​ລັດ ມີ​ຜົນ​ສັກ​ສິດ​ ຢ່າງ​ເປັນ​ທາງການ ​ເລີ່ມ​ແຕ່​ ວັນ​ທີ 29 ກັນ​ຍານີ້ ບັນ​ດາ​ສິນ​ຄ້າ​ ຖືກ​ຜົນ​ສະ​ທ້ອນ​ສ່ວນ​ຫລາຍ​ແມ່ນ​ເຄື່ອງ​ດື່ມ ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ເຫລົ້າ​, ຜະ​ລິດ​ຕະ​ພັນ​​ນົມ ແລະ ລົດ​ຈັກ​ຜະ​ລິດ​ຢູ່ ກາ​ນາ​ດາ ຈຳນວນໜຶ່ງ​. ນີ້​ແມ່ນ​ມາດ​ຕະ​ການ​ຫລ້າ​ສຸດ​ຂອງ ທ່ານ​ ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມລິ​ກາ ພາຍ​ຫລັງ​ ທີ່ ກາ​ນາ​ດາ ໄດ້​ຈັດ​ວາງ​ພາ​ສີ ​ສຳ​ລັບ ​ສິນ​ຄ້າ ຂອງ ສ.ອາ​ເມລິ​ກາ ປະ​ມານ 20 ຕື້​ໂດລາ​ສະ​ຫະ​ລັດ​. ບັນ​ດາ​ລະ​ດັບ​ພາ​ສີ​ຂອງ ກາ​ນາ​ດາ ຢູ່​ໃນ​ລະ​ດັບ ​ແຕ່ 15%–50%, ເພື່ອ​ແນ​ໃສ່​ໂຕ້​ຕອບ ​ເລື່ອງກ່ອນ​ໜ້າ​ນັ້ນ ວໍ​ຊິງ​ຕັນ ໄດ້​ເກັບ​ພາ​ສີ 50%ສຳ​ລັບ ​ສິນ​ຄ້າ ກາ​ນາ​ດາ ມີ​ມູນ​ຄ່າ​ ເທົ່າ​ທຽບ​ກັນ​. ທ່ານ ມາກ ຄານີ(Mark Carney), ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ຖະ​ແຫລງ​ວ່າ ປະ​ເທດ​ນີ້ ​ຈະ​ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ​, ຊາວ​ກະ​ສິ​ກອນ​, ບັນ​ດາ​ຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ກາ​ນາ​ດາ​.ຂະນະທີ່ ອຳ​ນາດ​ການ​ປົກ​ຄອງ​ຂອງ​ ທ່ານ​ ໂດນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມລິ​ກາ ຖື​ວ່າ​: ກາ​ນາ​ດາ ໄດ້ມີການ​ຈຳ​ແນກ​ ສຳ​ລັບ​ ບັນ​ດາ​ຜູ້​ຜະ​ລິດ​ເຄື່ອງ​ດື່ມ​ ມີ​ສ່ວນ​ປະ​ສົມ​ຂອງ​ເຫລົ້າ​, ຜະ​ລິດ​ຕະ​ພັນ​ນົມ ແລະ ພາ​ຫະ​ນະ​ຂອງ ສ.ອາ​ເມລິ​ກາ​. ວໍ​ຊິງ​ຕັນ ຖື​ວ່າ ຄຳ​ສັ່ງ​ເກືອດ​ຫ້າມ​ ແມ່ນ​ຜົນ​ຕາມ​ມາ​ຂອງ​ເລື່ອງ ອອດຕາວາ(Ottawa) ສືບ​ຕໍ່​ຮັກ​ສາ​ ບັນ​ດາ​ມາດ​ຕະ​ການ​ ຈຳກັດ​ ສຳ​ລັບ​ສິນ​ຄ້າ ຂອງ ສ.ອາ​ເມລິ​ກາ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top