ກອງປະຊຸມປະຈຳປີ ຄັ້ງທີ 11 ຄະນະກຳມະການ ບໍລິຫານ ທະນາຄານ ລົງທຶນພື້ນຖານໂຄງລ່າງອາຊີ

30/09/2026 14:52
ຂປລ ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ ​ພື້ນ​ຖານ​ໂຄງ​ລ່າງ ​ອາ​ຊີ ຫລື AIIB ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ໂດ​ຮາ ​ປະ​ເທດ​ກາ​ຕາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ ​ພື້ນ​ຖານ​ໂຄງ​ລ່າງ ​ອາ​ຊີ ຫລື AIIB ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ໂດຍມີ ​ສະ​ມາ​ຊິກ ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ຂອງ​ລັດ​ຖະ​ບານ ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ ວາ​ລະ​ຕ່າງໆ ເຊິ່ງ​ລວມ​ທັງ ການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ​ແບບ​ຍືນ​ຍົງ ແລະ ​ອື່ນໆ. ທ່ານ ​ນາງ ໂຈ່ວ​ເຈ່ຍ​ຢີ ຜູ້​ວ່າ​ການ​ທະ​ນາ​ຄານAIIB ໄດ້​ປະ​ກອບ​ຄຳ​ເຫັນ ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ວ່າ: ພາຍ​ໃຕ້​ ສະ​ພາບ​ການ ​ທີ່​ຄວາມ​ບໍ່​ແນ່ນອນ​ ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ພື້ນ​ຖານ​ໂຄງ​ລ່າງ​ ຍັງ​ຄົງ​ເປັນ​ສິ່ງ ​ຄ້ຳ​ປະ​ກັນ​ ອັນ​ສຳ​ຄັນ​ ໃນ​ການຊຸກ​ຍູ້​ ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໜຽວ ແລະ ສ້າງ​ໂອ​ກາດ. ທະ​ນາ​ຄານ AIIB ມີ​ແຜນ​ວ່າ ຮອດ​ປີ 2030 ​ຈະ​ເພີ່ມ​​ການ​ອະ​ນຸ​ມັດ​ເງິນ​ກູ້​ ປະ​ຈຳ​ປີຂຶ້ນ​ ໜຶ່ງ​ເທົ່າ ​ເປັນ​ປະ​ມານ 20 ຕື້​ໂດ​ລາ​ສະ​ຫະ​ລັດ, ໂດຍ​ສຸມ​ໃສ່​ການ​ສະ​ໜັບ​ສະ​ໜູນ​ ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ພະ​ລັງ​ງານ​ໝູນ​ວຽນ, ການ​ຫັນ​ເປັນ​ດິ​ຈິ​ຕອນ, ການເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ ​ໃນ​ພາກ​ພື້ນ, ການ​ອະ​ນຸ​ລັກ ​ທຳ​ມະ​ຊາດ, ເສີມ​ສ້າງ​ ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ ແລະ​ ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເອີຣົບ ຈະເພີ່ມທະວີການຄວບຄຸມຊາຍແດນ ປ້ອງກັນການເຂົ້າເມືອງຜິດກົດໝາຍຂ່າວຕ່າງປະເທດ

      ເອີຣົບ ຈະເພີ່ມທະວີການຄວບຄຸມຊາຍແດນ ປ້ອງກັນການເຂົ້າເມືອງຜິດກົດໝາຍ

      9/30/2026 3:26:23 PM

      ຄະ​ນະ​ກຳ​ມະ​ການ​ ສະ​ຫະ​ພາບ ​ເອີ​ຣົບ​ ໄດ້​ສະ​ເໜີ​ແຜນ​ການ​ ທີ່​ຄວບ​ຄຸມ​ ກ່ຽວ​ກັບ ​ການ​ເພີ່ມ​ທະ​ວີ​ ຄວາມ​ໝັ້ນ​ຄົງ ​ຢູ່​ຊາຍ​ແດນ​ ທາງ ນອກ ​ຂອງ​ສະ​ຫະ​ພ​າບ​ ເອີ​ຣົບ ໂດຍ​ມີ​ ຈຸດ​ປະ​ສົງ ​ເພື່ອ​ຮັບ​ມື​ກັບ ​ເຫດ​ການ​ຄົນ​ເຂົ້າ​ເມືອງ ​ຜິດ​ກົດ​ໝາຍ ຢ່າງ​ຂະ​ໜາດ​ໃຫຍ່ ​ທີ່​ອາດ​ເກີດ​ຂຶ້ນ.

    • ສ.ອາເມລິກາ ຫ້າມນຳເຂົ້າສິນຄ້າ ການາດາ ມູນຄ່າເກືອບ 1 ຕື້ໂດລາສະຫະລັດຂ່າວຕ່າງປະເທດ

      ສ.ອາເມລິກາ ຫ້າມນຳເຂົ້າສິນຄ້າ ການາດາ ມູນຄ່າເກືອບ 1 ຕື້ໂດລາສະຫະລັດ

      9/30/2026 3:17:08 PM

      ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຂອງ ສ.ອາ​ເມລິ​ກາ ສຳ​ລັບ ​ສິນ​ຄ້າ ກາ​ນາ​ດາ ທີ່ມີ​ມູນ​ຄ່າ ​ເກືອບ 1 ຕື້ໂດລາ​ສະ​ຫະ​ລັດ ມີ​ຜົນ​ສັກ​ສິດ​ ຢ່າງ​ເປັນ​ທາງການ ​ເລີ່ມ​ແຕ່​ ວັນ​ທີ 29 ກັນ​ຍານີ້ ບັນ​ດາ​ສິນ​ຄ້າ​ ຖືກ​ຜົນ​ສະ​ທ້ອນ​ສ່ວນ​ຫລາຍ​ແມ່ນ​ເຄື່ອງ​ດື່ມ ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ເຫລົ້າ​, ຜະ​ລິດ​ຕະ​ພັນ​​ນົມ ແລະ ລົດ​ຈັກ​ຜະ​ລິດ​ຢູ່ ກາ​ນາ​ດາ ຈຳນວນໜຶ່ງ​.

    • ສປ ຈີນ ຮ່ວມມືກັບ ອາຊີກາງ ໃນການອະນຸລັກວັດຖຸບູຮານຂ່າວຕ່າງປະເທດ

      ສປ ຈີນ ຮ່ວມມືກັບ ອາຊີກາງ ໃນການອະນຸລັກວັດຖຸບູຮານ

      9/30/2026 3:06:16 PM

      ສປ ຈີນ ແລະ ປະ​ເທດ ໃນ​ອາ​ຊີ​ກາງ ເຊັ່ນ: ກຽ​ກ​ກິດ​ສະ​ຖານ, ອຸດ​​ສະ​ເບກິດ​ສະ​ຖານ ແລະ ປະ​ເທດ​ອື່ນໆ ໄດ້​ລົງ​ເລິກ​ ການ​ຮ່ວມ​ມື​ ດ້ານ​ການ​ອະ​ນຸ​ລັກ ​ມໍ​ລະ​ດົກ​ ວັດ​ທ​ະ​ນະ​ທຳ ​ທີ່​ຢູ່​ລຽບ​ ເສັ້ນ​ທາງ​ສາຍ​ໄໝ ​ຢ່າງ​ຕໍ່​ເນື່ອງ.

    • ອົງການຟາວ ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານຂ່າວຕ່າງປະເທດ

      ອົງການຟາວ ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

      9/30/2026 3:01:14 PM

      ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫລື FAO ກ່າວ​ວ່າ: ​ການຫລຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ ມີ​ຜົນ​ດີ​ຕໍ່​ ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫລຸດ​​ຜ່ອນ ຄວາມ​ກົດ​ດັນ ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.

    • ໄພນ້ຳຖ້ວມຢູ່ໄທ ເຮັດໃຫ້ມີຜູ້ປະສົບໄພ 2,84 ລ້ານຄົນ ຂ່າວຕ່າງປະເທດ

      ໄພນ້ຳຖ້ວມຢູ່ໄທ ເຮັດໃຫ້ມີຜູ້ປະສົບໄພ 2,84 ລ້ານຄົນ

      9/30/2026 2:45:18 PM

      ອີງ​ຕາມ ​ການ​ລາຍ​ງານ​ ຂ່າວຫລ້າ​ສຸດ ​ຂອງ​​ກົມປ້ອງ​ກັນ ແລະ ຫລຸດ​​ຜ່ອນ ໄພ​​​ພິ​ບັດຂອງ​​ໄທ​ ​​ລະຫວ່າງ ​ວັນ​ທີ 16-29 ກັນ​ຍາ​ນີ້, ຢູ່ 42 ​ແຂວງ ແລະ ນະ​ຄອນຫລວງ​ບາງ​ກອກ​ ຂອງ​ໄທ​ ໄດ້​ເກີດ​ໄພ​ນ້ຳ​ຖ້ວມ, ເຮັດ​ໃຫ້ມີ ​ຜູ້​ປະ​ສົບ​ໄພ 2,84 ລ້ານ​ຄົນ, ​ແລະ ມີເສຍ​ຊີ​ວິດ 24 ຄົນ.

ads
ads

Top