ໄພນ້ຳຖ້ວມຢູ່ໄທ ເຮັດໃຫ້ມີຜູ້ປະສົບໄພ 2,84 ລ້ານຄົນ

30/09/2026 14:45
ຂປລ ອີງ​ຕາມ ​ການ​ລາຍ​ງານ​ ຂ່າວຫລ້າ​ສຸດ ​ຂອງ​​ກົມປ້ອງ​ກັນ ແລະ ຫລຸດ​​ຜ່ອນ ໄພ​​​ພິ​ບັດຂອງ​​ໄທ​ ​​ລະຫວ່າງ ​ວັນ​ທີ 16-29 ກັນ​ຍາ​ນີ້, ຢູ່ 42 ​ແຂວງ ແລະ ນະ​ຄອນຫລວງ​ບາງ​ກອກ​ ຂອງ​ໄທ​ ໄດ້​ເກີດ​ໄພ​ນ້ຳ​ຖ້ວມ, ເຮັດ​ໃຫ້ມີ ​ຜູ້​ປະ​ສົບ​ໄພ 2,84 ລ້ານ​ຄົນ, ​ແລະ ມີເສຍ​ຊີ​ວິດ 24 ຄົນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງ​ຕາມ ​ການ​ລາຍ​ງານ​ ຂ່າວຫລ້າ​ສຸດ ​ຂອງ​​ກົມປ້ອງ​ກັນ ແລະ ຫລຸດ​​ຜ່ອນ ໄພ​​​ພິ​ບັດຂອງ​​ໄທ​ ​​ລະຫວ່າງ ​ວັນ​ທີ 16-29 ກັນ​ຍາ​ນີ້, ຢູ່ 42 ​ແຂວງ  ແລະ ນະ​ຄອນຫລວງ​ບາງ​ກອກ​ ຂອງ​ໄທ​ ໄດ້​ເກີດ​ໄພ​ນ້ຳ​ຖ້ວມ, ເຮັດ​ໃຫ້ມີ ​ຜູ້​ປະ​ສົບ​ໄພ 2,84 ລ້ານ​ຄົນ, ​ແລະ ມີເສຍ​ຊີ​ວິດ 24 ຄົນ. ​ກົມ​ອຸ​ຕຸ​ນິ​ຍົມ ​​ວິ​ທະ​ຍາຂອງ​ໄທ ​​ລະ​ບຸວ່າ: ໃນ​​ຕໍ່​ໜ້າ ​ຝົນ​ຕົກ​ ຈະ​ຄ່ອຍຫລຸດ​ລົງ, ແຕ່​ຢູ່​ບາງ​ທ້ອງ​ຖິ່ນ​ ຍັງ​ຄົງ​ຜະ​ເຊີນ​ກັບ​ ຄວາມ​ສ່ຽງ​ ທີ່​ຈະ​​ເກີດ​ໄພ​ນ້ຳ​ຖ້ວມ, ນ້ຳ​​ປ່າ ແລະ ດິນ​ພູ​ເຈື່ອນ. ນັບ​ແຕ່​ວັນ​ທີ 16 ກັນ​ຍາ​ນີ້​ເປັນ​ຕົ້ນ​ມາ, ຢູ່​ໄທ ໄດ້​ມີ​ຝົນ​ຕົກ​ໜັກ ຫລາຍ​ຮອບ, ເຮັດ​ໃຫ້​ເກີດ ​ໄພ​ນ້ຳ​ຖ້ວມ ​​ເປັນບໍ​ລິ​ເວນກວ້າງ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top