ສປ ຈີນ ຮ່ວມມືກັບ ອາຊີກາງ ໃນການອະນຸລັກວັດຖຸບູຮານ

30/09/2026 15:06
ຂປລ ສປ ຈີນ ແລະ ປະ​ເທດ ໃນ​ອາ​ຊີ​ກາງ ເຊັ່ນ: ກຽ​ກ​ກິດ​ສະ​ຖານ, ອຸດ​​ສະ​ເບກິດ​ສະ​ຖານ ແລະ ປະ​ເທດ​ອື່ນໆ ໄດ້​ລົງ​ເລິກ​ ການ​ຮ່ວມ​ມື​ ດ້ານ​ການ​ອະ​ນຸ​ລັກ ​ມໍ​ລະ​ດົກ​ ວັດ​ທ​ະ​ນະ​ທຳ ​ທີ່​ຢູ່​ລຽບ​ ເສັ້ນ​ທາງ​ສາຍ​ໄໝ ​ຢ່າງ​ຕໍ່​ເນື່ອງ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ຊຸມ​ປີ​ມໍ່ໆ​ມາ​ນີ້, ສປ ຈີນ ແລະ ປະ​ເທດ ໃນ​ອາ​ຊີ​ກາງ ເຊັ່ນ: ກຽ​ກ​ກິດ​ສະ​ຖານ, ອຸດ​​ສະ​ເບກິດ​ສະ​ຖານ ແລະ ປະ​ເທດ​ອື່ນໆ ໄດ້​ລົງ​ເລິກ​ ການ​ຮ່ວມ​ມື​ ດ້ານ​ການ​ອະ​ນຸ​ລັກ ​ມໍ​ລະ​ດົກ​ ວັດ​ທ​ະ​ນະ​ທຳ ​ທີ່​ຢູ່​ລຽບ​ ເສັ້ນ​ທາງ​ສາຍ​ໄໝ ​ຢ່າງ​ຕໍ່​ເນື່ອງ. ບັນ​ດາ​ປະ​ເທດ ​ທີ່​ກ່ຽວ​ຂ້ອງ​ ໄດ້​ຮ່ວມ​ມື​ກັນ ​ດ້ານ​ບູ​ຮານ​ຄະ​ດີ, ຈັດ​ການ​ຝຶກ​ອົບ​ຮົມ ​ດ້ານ​ເຕັກ​​ນິກ ແລະ ແລກ​ປ່ຽນ​ດ້ານ​ວິ​ຊາ​ການ ເພື່ອ​ຮ່ວມ​ກັນ ​ປົກ​ປັກ​ຮັກ​ສາ ວັດ​ຖຸ​ບູ​ຮານ ທີ່​ລ້ຳ​ຄ່າ ຕາມ​ເສັ້ນ​ທາງ​ສາຍ​ໄໝ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top