ຂປລ
ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຫລື FAO ກ່າວວ່າ: ການຫລຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ ມີຜົນດີຕໍ່ ການຊຸກຍູ້ການຫັນປ່ຽນ ຮູບແບບຂອງລະບົບການກະເສດ ແລະ ອາຫານ, ປະຢັດຊັບພະຍາກອນ ທຳມະຊາດ ແລະ ທຶນຮອນ ພ້ອມທັງຫລຸດຜ່ອນ ຄວາມກົດດັນ ຕໍ່ການອະນຸລັກປ່າໄມ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ກັນຍາ ເປັນວັນສາກົນ ແຫ່ງຄວາມຮັບຮູ້ ດ້ານການສູນເສຍ ແລະ ການສິ້ນເປືອງອາຫານ. ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ ຫລື FAO ກ່າວວ່າ: ການຫລຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ ມີຜົນດີຕໍ່ ການຊຸກຍູ້ການຫັນປ່ຽນ ຮູບແບບຂອງລະບົບການກະເສດ ແລະ ອາຫານ, ປະຢັດຊັບພະຍາກອນ ທຳມະຊາດ ແລະ ທຶນຮອນ ພ້ອມທັງຫລຸດຜ່ອນ ຄວາມກົດດັນ ຕໍ່ການອະນຸລັກປ່າໄມ້. ຂໍ້ມູນຈາກອົງການ FAO ສະແດງໃຫ້ເຫັນວ່າ: ສະບຽງອາຫານ ທີ່ຜະລິດໃນທົ່ວໂລກ ມີປະມານ 19% ຖືກຖິ້ມໄປ ໃນຂັ້ນຕອນຂາຍຍ່ອຍ, ການບໍລິການກິນດື່ມ ແລະ ການບໍລິໂພກໃນຄອບຄົວ. ເນື່ອງຈາກ ການຂະຫຍາຍຕົວ ຂອງກະສິກຳ ຍັງແມ່ນໜຶ່ງ ໃນສາເຫດສຳຄັນ ຂອງການທຳລາຍປ່າໄມ້, ການຫລຸດຜ່ອນ ການສູນເສຍ ແລະ ການສິ້ນເປືອງອາຫານ ຈຶ່ງມີຜົນດີຕໍ່ ການຍົກສູງ ປະສິດທິພາບ ການນຳໃຊ້ທີ່ດິນກະສິກຳ ທີ່ມີຢູ່ໃນປັດຈຸບັນ ແລະ ຫລຸດຜ່ອນ ຄວາມກົດດັນຕໍ່ປ່າໄມ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL