ຂປລ
ພິທີເຊັນສັນຍາ ຂອງງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ຈັດຂຶ້ນຢູ່ນະຄອນໜານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຂອງ ສປ ຈີນ. ກິດຈະກຳດັ່ງກ່າວ ແມ່ນອີງໃສ່ໂອກາດສຳຄັນ ຂອງການສ້າງເຂດການຄ້າເສລີຈີນ-ອາຊຽນ 3.0 ແລະ ການເປີດນຳໃຊ້ຄອງຜິງລູ້, ທັງສຸມໃສ່ ເສດຖະກິດທີ່ຫັນໜ້າສູ່ທະເລ, ການຮ່ວມມືກັບອາຊຽນ, ປັນຍາປະດິດ ແລະ ອື່ນໆ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ພິທີເຊັນສັນຍາ ຂອງງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ຈັດຂຶ້ນຢູ່ນະຄອນໜານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຂອງ ສປ ຈີນ. ກິດຈະກຳດັ່ງກ່າວ ແມ່ນອີງໃສ່ໂອກາດສຳຄັນ ຂອງການສ້າງເຂດການຄ້າເສລີຈີນ-ອາຊຽນ 3.0 ແລະ ການເປີດນຳໃຊ້ຄອງຜິງລູ້, ທັງສຸມໃສ່ ເສດຖະກິດທີ່ຫັນໜ້າສູ່ທະເລ, ການຮ່ວມມືກັບອາຊຽນ, ປັນຍາປະດິດ ແລະ ອື່ນໆ ເພື່ອສ້າງເວທີການຮ່ວມມື ດ້ານການລົງທຶນ. ກິດຈະກຳຄັ້ງນີ້ຖືເປັນຄັ້ງທຳອິດ ທີ່ມີການເວທີຈັບຄູ່ຄວາມຕ້ອງການກັບການສະໜອງ ທີ່ມີລັກສະນະກົນໄກ, ເຜີຍແຜ່ບັນຊີລາຍຊື່ຂອງສະພາບເສດຖະກິດ ທີ່ຫັນໜ້າສູ່ທະເລ ຈຳນວນ 254 ລາຍການ, ໃນນັ້ນລວມເຖິງ ບັນຊີລາຍຊື່ໂອກາດ 112 ລາຍການ ແລະ ບັນຊີລາຍຊື່ຄວາມສາມາດ 142 ລາຍການ. ຢູ່ສະຖານທີ່ຈັດພິທີດັ່ງກ່າວ ໄດ້ເຊັນສັນຍາການຮ່ວມມື ຂອງໂຄງການຈຳນວນໜຶ່ງ, ໃນໂຄງການລົງທຶນ ດ້ານອຸດສາຫະກຳ ມີອຸດສາຫະກຳການຜະລິດກວມເອົາ ຫລາຍກວ່າ 90%, ມີໂຄງການຮ່ວມມືສາກົນ 19 ໂຄງການ, ກວມເອົາ 7 ປະເທດສະມາຊິກອາຊຽນ; ມີໂຄງການປັນຍາປະດິດ 21 ໂຄງການ, ເຊິ່ງກວມເອົາດ້ານຕ່າງໆ ເຊັ່ນ: ຄວາມສາມາດປະມວນຜົນ, ວັດສະດຸເຄິ່ງຕົວນຳ, ຫຸ່ນຍົນ, ການສົ່ງອອກ ການບໍລິການ ດິຈິຕອນ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL