ຂປລ
ການມອບສິດ ໃຫ້ຕ່າງປະເທດ ພັດທະນາ, ຜະລິດແລະ ຂາຍຢາປະດິດສ້າງໃໝ່ຂອງ ສປ ຈີນ ໄດ້ເລັ່ງໄວຂຶ້ນອີກຄັ້ງ ໂດຍມີຍອດມູນຄ່າ ທຸລະກິດ ຈາກການມອບສິດໃຫ້ຕ່າງປະເທດ ຫລາຍກວ່າ 120 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 36% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ນັບແຕ່ຕົ້ນປີນີ້ມາ, ການມອບສິດ ໃຫ້ຕ່າງປະເທດ ພັດທະນາ, ຜະລິດແລະ ຂາຍຢາປະດິດສ້າງໃໝ່ຂອງ ສປ ຈີນ ໄດ້ເລັ່ງໄວຂຶ້ນອີກຄັ້ງ ໂດຍມີຍອດມູນຄ່າ ທຸລະກິດ ຈາກການມອບສິດໃຫ້ຕ່າງປະເທດ ຫລາຍກວ່າ 120 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 36% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂໍ້ມູນດັ່ງກ່າວ ແມ່ນເປີດເຜີຍ ໂດຍອົງການຕິດຕາມຄຸ້ມຄອງ ຜະລິດຕະພັນ ທາງການແພດແຫ່ງຊາດຈີນ ໃນພິທີໄຂສັບປະດາໂຄສະນາເຜີຍແຜ່ ຄວາມປອດໄພ ດ້ານຢາທົ່ວປະເທດຈີນປີ 2026 ທີ່ຈັດຂຶ້ນ ໃນວັນທີ 14 ກັນຍານີ້. ເຈົ້າໜ້າທີ່ຮັບຜິດຊອບ ທີ່ກ່ຽວຂ້ອງຂອງອົງການດັ່ງກ່າວ ແຈ້ງໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ອົງການຕິດຕາມຄຸ້ມຄອງ ຜະລິດຕະພັນ ທາງການແພດ ແຫ່ງຊາດຈີນ ໄດ້ລົງເລິກດຳເນີນການປະຕິຮູບ ດ້ານການຕິດຕາມຄຸ້ມຄອງ ຢ່າງຕໍ່ເນື່ອງ,ຊຸກຍູ້ອຸດສາຫະກຳຢາຫັນປ່ຽນຈາກ “ການເຕີບໂຕ ດ້ານປະລິມານ” ໄປສູ່ “ການກ້າວກະໂດດ ດ້ານຄຸນນະພາບ” ແລະ ປ່ອຍພະລັງແຫ່ງການປະດິດສ້າງໃໝ່ ດ້ານຢາໃນທຸກຕ່ອງໂສ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL