ຂປລ
ວັນທີ 15 ກັນຍາ 2026 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ.
ຂປລ. ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານ ກິດຕິມະສັກ ສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ຮັບການຊີ້ນຳຈາກການນຳພັກ-ລັດຂັ້ນສູງ.
ທ່ານ ຈະເລີນ ເຍຍປາວເຮີ ໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ໃຫ້ທ່ານລັດຖະມົນຕີ ວທ ໄດ້ຮັບຊາບພາຍຫລັງທີ່ສຽງແຄນເຊື້ອຊາດລາວ ໄດ້ຮັບການຈົດທະບຽນເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກທາງ ດ້ານວັດທະນະທຳຂອງມວນມະນຸດໂລກ, ສະມາຄົມສຽງແຄນລາວ ໄດ້ສະເໜີຕໍ່ຂັ້ນເທິງເພື່ອຂໍອະນຸມັດນໍາໃຊ້ທີ່ດິນລັດທີ່ເໜາະສົມ ເພື່ອເປັນບ່ອນກໍ່ສ້າງຫໍພິພິທະພັນມູນເຊື້ອແຄນລາວ ເພື່ອເປັນການອະນຸລັກຮັກສາແຄນ ແລະ ສຽງແຄນລາວຊຶ່ງເປັນມໍລະດົກວັດທະນະທຳອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວ ຊາດລາວ ເປັນຈຸດເຕົ້າໂຮມນາຍຊ່າງແຄນ ແລະ ໝໍແຄນໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ຊຶ່ງຈະເປັນການປະກອບສ່ວນ ໃນການປົກປັກຮັກສາແຄນ ແລະ ສຽງແຄນລາວທີ່ເປັນມໍລະດົກວັດ ທະນະທຳອັນລໍ້າຄ່າຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວ ຊາດລາວ ຊ່ຶງໄດ້ສືບທອດກັນມາແຕ່ດຶກດຳບັນ. ການສະເໜີຂອງສະມາຄົມສຽງແຄນລາວ ເພື່ອຂໍອະນຸມັດນຳໃຊ້ທີ່ດິນລັດທີ່ເໜາະສົມ ເພື່ອເປັນບ່ອນກສ້າງຫໍພິພິທະພັນມູນເຊື້ອແຄນລາວ ທາງກະຊວງຈະນຳໄປສະເໜີຕ່ໍຂັ້ນເທິງ.
ຂ່າວ-ພາບ: ບຸນຕອມ.
KPL