ຂປລ
ໃນກອງປະຊຸມສະໄໝສາມັນ ຄັ້ງທີ II ຂອງຄະນະບໍລິຫານງານ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ທີ່ ນິວຢອກ ໃນອາທິດນີ້, ຄະນະບໍລິຫານງານ UNICEF ໄດ້ຮັບຮອງເອົາເອກະສານແຜນງານລະດັບປະເທດ (CPD) ສະບັບໃໝ່ສຳລັບ ສປປ ລາວ ໄລຍະ 2027-2031 ຢ່າງເປັນທາງການ. ເອກະສານດັ່ງກ່າວ ຖືເປັນຂອບການດຳເນີນງານຫຼັກ ໃນການຮ່ວມມືລະຫວ່າງ ອົງການ UNICEF ແລະ ລັດຖະບານ ແຫ່ງ ສປປ ລາວ.
ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ ໄດ້ກ່າວວ່າ: ສປປ ລາວ ໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນຮ່ວມມືທີ່ຍາວນານ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດ ທີ່ຜ່ານມາ. ການຮ່ວມມືນີ້, ໄດ້ສ້າງຜົນງານຢ່າງເປັນຮູບປະທຳໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ ໃນຂອບເຂດທົ່ວປະເທດ, ເອກະສານແຜນງານລະດັບປະເທດ ສຳລັບ ສປປ ລາວ ໄລຍະ 2027-2031 ສະບັບໃໝ່ນີ້ ແມ່ນໝາກຜົນຈາກການປຶກສາຫາລື ແລະ ການມີສ່ວນຮ່ວມຢ່າງຮອບດ້ານ ຊຶ່ງສອດຄ່ອງກັບທິດທາງບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ X (2026-2030) ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງເດັກນ້ອຍ ໃນທົ່ວປະເທດ.
ແຜນງານນີ້ ໄດ້ຮັບການພັດທະນາຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ໂດຍສຸມໃສ່ 4 ຂົງເຂດບຸລິມະສິດຕົ້ນຕໍ ຄື: ໄລຍະ 1.000 ວັນທຳອິດຂອງຊີວິດ; ການຮຽນຮູ້ ແລະ ທັກສະ; ການສົ່ງເສີມຂີດຄວາມສາມາດຂອງໄວໜຸ່ມ; ພ້ອມທັງການເຂົ້າເຖິງນ້ຳສະອາດ ແລະ ສະພາບແວດລ້ອມທີ່ປອດໄພ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານີ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ເອກະສານແຜນງານລະດັບປະເທດ ແມ່ນຄຳໝັ້ນສັນຍາ ທີ່ໃຫ້ໄວ້ກັບເດັກນ້ອຍ, ແຜນງານນີ້ ໄດ້ຖືກອອກແບບມາເພື່ອຫຼຸດຜ່ອນພາລະຄວາມຫຍຸ້ງຍາກຂອງເດັກນ້ອຍທີ່ດ້ອຍໂອກາດ ກໍຄື ເພື່ອສ້າງຮາກຖານທີ່ເຂັ້ມແຂງໃຫ້ເດັກນ້ອຍທຸກໆຄົນໃນ ສປປ ລາວ ບໍ່ວ່າເຂົາເຈົ້າຈະເກີດຢູ່ເຂດໃດກໍຕາມ. ທຸກຢ່າງຈະບໍ່ສາມາດເກີດຂຶ້ນໄດ້ ຖ້າປາສະຈາກການລົງທຶນຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ທີ່ພ້ອມຈະຄຽງບ່າຄຽງໄຫຼ່ຈັດຕັ້ງປະຕິບັດວຽກງານ ເພື່ອເຂົ້າເຖິງກຸ່ມທີ່ບອບບາງທີ່ສຸດ.
ນອກຈາກນີ້, ແຜນງານດັ່ງກ່າວຍັງໄດ້ເລີ່ມຈັດຕັ້ງປະຕິບັດ ໃນຂະນະທີ່ ສປປ ລາວ ໄດ້ສຳເລັດການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີນີ້ ຊຶ່ງອົງການ UNICEF ຊີ້ໃຫ້ເຫັນວ່າ ຈຳເປັນຕ້ອງມີການລົງທຶນພາຍໃນປະເທດຢ່າງຍືນຍົງ ເຂົ້າໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ການປົກປ້ອງທາງສັງຄົມ ຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ.
KPL