ໄຂກອງປະຊຸມໂຕະມົນຈີນ-ເອີຣົບ ຄັ້ງທີ 21

16/09/2026 09:33
ຂປລ ກອງ​ປະ​ຊຸມ​ໂຕະ​ມົນ​ຈີນ-ເອີ​ຣົບ ​ຄັ້ງ​ທີ 21 ລະ​ຫວ່າງສະ​ພາເສດ​ຖະ​ກິດ-ສັງ​ຄົມ​ຈີນ ແລະ ຄະ​ນະ​ກຳ​​ມາ​ທິ​ການ​ເສດ​ຖະ​ກິດ​-ສັງ​ຄົມ​​ແຫ່ງສະ​ຫະ​ພາບ​ເອີ​ຣົບ​ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງຂອງ ສປ ​ຈີນ.

     ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,​ ວັນ​ທີ 14 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ຈີນ-ເອີ​ຣົບ ​ຄັ້ງ​ທີ 21 ລະ​ຫວ່າງສະ​ພາເສດ​ຖະ​ກິດ-ສັງ​ຄົມ​ຈີນ ແລະ ຄະ​ນະ​ກຳ​​ມາ​ທິ​ການ​ເສດ​ຖະ​ກິດ​-ສັງ​ຄົມ​​ແຫ່ງສະ​ຫະ​ພາບ​ເອີ​ຣົບ​ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງຂອງ ສປ ​ຈີນ. ໂດຍມີ ຜູ້​ຕາງ​ໜ້າ​ຈີນ ​ແລະ​ ເອີ​ຣົບ 37 ຄົນ ​ໄດ້​ລົງ​ເລິກ​ແລກ​ປ່ຽນ ​ຄວາມ​ເຫັນ​ກ່ຽວ​ກັບ​ “ການ​ແກ້​ໄຂ​ບັນ​ຫາ​​ ຄວາມທຸກ​ຍາກ​ ແລະ​ ການຊຸກ​ຍູ້​​ການ​ມີ​ສ່ວນ​ຮ່ວມ​ທາງ​ສັງ​ຄົມ” “ຊຸກ​ຍູ້​ການ​ຍົກ​ຄຸນ​ນະ​ພາບ​ແລະ ​ເພີ່ມ​ປະ​ສິດ​ທິ​ພາບ​ດ້ານ​ການ​ຄ້າ​ ແລະ ​ການ​ລົງ​ທຶນ​ລະ​ຫວ່າງ ສປ ​ຈີນ-ເອີ​ຣົບ ​ໃຫ້​ສູງ​ຂຶ້ນ” ແລະ “ປັນ​ຍາ​ປະ​ດິດ​ທີ່​ຖື​ຄົນ​ເປັນ​​ຫລັກ”. ທ່ານ ຫວາງ ​ຕຸ່ງ​ເຟີ່ງ ຮອງ​ປະ​ທານ ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ປະ​ທານ​ສະ​ພາເສດ​ຖະ​ກິດ-ສັງ​ຄົມ​ຈີນ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ ​ແລະ ​ກ່າວ​ຄຳ​ປາ​ໄສວ່າ: ສປ ຈີນ ​ແລະ​ ເອີ​ຣົບ​ ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ ​ທີ່​ເປັນ​ຄູ່​ຮ່ວມ, ຍຶ​ດ​ໝັ້ນ​ການ​ເປີດ​ປະ​ຕູ ແລະ​ ການ​ມີ​ສ່ວນ​ຮ່ວມ, ​ລວມ​ທັງຍຶດ​ໝັ້ນ​ລັດ​ທິ ​ຫລາຍ​ຝ່າຍ​ເພື່ອຊ່ວຍ​​ນຳ​ໄປ​ສູ່ ອະ​ນາ​ຄົດ ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ ແລະ ​ກັນ,ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​, ມີ​ຄວາມ​ຍຸດ​ຕິ​ທຳ​ ແລະ ເປັນ​ທຳ​ຫລາຍກວ່າ​ເກົ່າ. ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ​ເອີ​ຮົບ ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ ຂອງກົນ​ໄກ​ກອງ​ປະ​ຊຸມ​ໂຕະ​ມົນ​ຈີນ-ເອີ​ຣົບ ເພື່ອຊຸກ​ຍູ້​ໃຫ້ ສປ ​ຈີນ-ເອີ​ຣົບ ​ລົງ​ເລິກ​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ ​ແລະ ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ ສປ ຈີນ-ເອີ​ຣົບ​ ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top