ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດຳເນີນຄະດີ

16/09/2026 08:49
ຂປລ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈຳນວນ 98 ຄົນ, ຍິງ 6 ຄົນ, ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ໂດຍອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນມອບໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າເຈົ້າໜ້າທີ່ຝ່າຍຈີນ ເຊັນຮັບໂດຍ ທ່ານ ຫວັງ ເວີຍຫຼານ ຮອງຫົວໜ້າພະແນກສືບສວນ-ສອບສວນ ຄະດີລະເມີດຊັບສິນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ໂດຍມີ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍເຈົ້າໜ້າທີ່ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຜູ້ຖືກຫາສັນຊາດຈີນ ທີ່ມອບໃຫ້ທາງການຈີນໃນຄັ້ງນີ້ ຖືກເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບລາວ ກັກຕົວໄດ້ໃນໄລຍະກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ສປປ ລາວ ໃນໄລຍະຜ່ານມາ. ຕໍ່ກັບການກະທຳຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວພ້ອມຂອງກາງ ແລະ ໄດ້ມອບໃຫ້ທາງການຈີນ ນຳຕົວໄປດຳເນີນຄະດີຕາມກົດໝາຍ ຢູ່ ສປ ຈີນ ຕໍ່ໄປ.

ຂ່າວ: ຄອນສະຫວັນ; ພາບ: ແກ້ວ ອຸເພັດ

KPL

ຂ່າວອື່ນໆ

ads
ads

Top