ຂປລ
ປັດຈຸບັນນີ້, ເຕັກໂນໂລຊີທົ່ວໂລກໄດ້ພັດທະນາໄວຂຶ້ນ ແລະ ການແຂ່ງຂັນໃນຕະຫລາດ ນັບມື້ດຸເດືອດ, ງານມະຫະກຳດັ່ງກ່າວ ບໍ່ພຽງແຕ່ໄດ້ຊຸກຍູ້ ການຮ່ວມມື ລະຫວ່າງ ສປ ຈີນ ກັບ ສປປ ລາວ ເທົ່ານັ້ນ, ຍັງໄດ້ເຊື່ອມຕໍ່ ຕະຫລາດ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ຕະຫລາດເອີຣົບ

ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ທະນົງສິນ ກັນລະຍາ ຮອງປະທານຜູ້ປະຈຳ ການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ເຂົ້າຮ່ວມ ງານມະຫະກຳ ການຄ້າ ແລະ ການລົງທຶນສາກົນຈີນ ຄັ້ງທີ 26 ທີ່ຈັດຂຶ້ນ ຢູ່ນະຄອນເຊ້ຍເໝິນຂອງ ສປ ຈີນ ກ່າວວ່າ: ປັດຈຸບັນນີ້, ເຕັກໂນໂລຊີທົ່ວໂລກໄດ້ພັດທະນາໄວຂຶ້ນ ແລະ ການແຂ່ງຂັນໃນຕະຫລາດ ນັບມື້ດຸເດືອດ, ງານມະຫະກຳດັ່ງກ່າວ ບໍ່ພຽງແຕ່ໄດ້ຊຸກຍູ້ ການຮ່ວມມື ລະຫວ່າງ ສປ ຈີນ ກັບ ສປປ ລາວ ເທົ່ານັ້ນ, ຍັງໄດ້ເຊື່ອມຕໍ່ ຕະຫລາດ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ຕະຫລາດເອີຣົບ ເຊິ່ງໄດ້ສ້າງເວທີ ທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ ອຸດສາຫະກຳ ຈະເລີນໃໝ່ ແລະ ຊາວໜຸ່ມຜູ້ສ້າງພາລະກິດ ໃນດ້ານປັນຍາປະດິດ ແລະ ຫຸ່ນຍົນມະນຸດ. ຂະນະທີ່ ສປປ ລາວ ມີຊັບພະຍາກອນທຳມະຊາດ ທີ່ມີຄຸນນະພາບດີ ເຊັ່ນ: ຜະລິດຕະພັນກະສິກຳ, ແຮ່ທາດ, ໄຟຟ້ານ້ຳຕົກ ແລະ ພະລັງງານລົມ, ສ່ວນ ສປ ຈີນ ມີລະບົບຈໍລະຈອນສິນຄ້າ ທີ່ທັນສະໄໝ ແລະ ເຕັກໂນໂລຊີ ອັດຕະໂນມັດທາງໂຮງງານ, ເມື່ອປະສານສົມທົບເຂົ້າກັບ ທ່າແຮງ ດ້ານການຈໍລະຈອນສິນຄ້າ ຕາມເສັ້ນທາງລົດໄຟ ລາວ-ຈີນ, ສອງຝ່າຍ ມີພື້ນຖານ ການຮ່ວມມື ທີ່ໜັກແໜ້ນ ທັງມີຄວາມສາມາດ ບົ່ມຊ້ອນ ອັນມະຫາສານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL