ກອງປະຊຸມສຸດຍອດການຄ້າການບໍລິການໂລກປີ 2026

10/09/2026 16:32
ຂປລ ສປ ຈີນໄດ້ຊຸກຍູ້ການຄ້າການບໍລິການ ໃຫ້ໄດ້ຮັບ ການພັດ ທະນາ ຢ່າງຕັ້ງໜ້າ ເຮັດໃຫ້ມູນຄ່າ ການຄ້າການບໍລິ ການຂອງ ສປ ຈີນ ເຕີບໂຕຢ່າງບໍ່ຢຸດຢັ້ງ ແລະ ໂຄງປະກອບ ໄດ້ຮັບການປັບປຸງດີຂຶ້ນ ຢ່າງຕໍ່ເນື່ອງ

  ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມສຸດຍອດການຄ້າ ການບໍລິການໂລກປີ 2026 ໄດ້ຈັດຂຶ້ນຢູ່ນະຄອນ ຫລວງປັກກິ່ງ ຂອງ ສປ ຈີນ ໃນວັນທີ 9 ກັນຍານີ້, ທ່ານ ຕິ່ງແຊວ່ສຽງ ກໍາມະ ການປະຈໍາ ກົມການເມືອງສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສ ໂດຍໄດ້ຊີ້ໃຫ້ເຫັນວ່າ: ສປ ຈີນໄດ້ຊຸກຍູ້ການຄ້າການບໍລິການ ໃຫ້ໄດ້ຮັບ ການພັດ ທະນາ ຢ່າງຕັ້ງໜ້າ ເຮັດໃຫ້ມູນຄ່າ ການຄ້າການບໍລິ ການຂອງ ສປ ຈີນ ເຕີບໂຕຢ່າງບໍ່ຢຸດຢັ້ງ ແລະ ໂຄງປະກອບ ໄດ້ຮັບການປັບປຸງດີຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງໄດ້ນໍາເອົາໂອກາດໃໝ່ມາ ໃຫ້ບັນດາປະເທດ ແລະ ວິສາຫະກິດຕ່າງໆ ໃນໂລກນັບມື້ ຫລາຍຂຶ້ນກວ່າເກົ່າ. ທ່ານ ຕິ່ງແຊວ່ສຽງ ໄດ້ສະເໜີ ຂໍ້ສະເໜີ 3 ຂໍ້ ຄື: 1)ຊຸກຍູ້ການຄ້າ ການບໍລິການ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ດ້ວຍການພັດທະນາ ທີ່ມີຄຸນ ນະພາບ ສູງຂອງອຸດສາຫະກໍາ ການບໍລິການ; 2) ຂະຫຍາຍພື້ນທີ່ໃໝ່ ສໍາລັບ ການພັດທະນາການຄ້າ ການບໍລິການ ດ້ວຍຄວາມກວມລວມ ແລະ ກ້າວໜ້າພ້ອມກັນ; 3)ສ້າງແຮງຂັບເຄື່ອນໃໝ່ ດ້ານການພັດທະນາການຄ້າ ການບໍລິການ ດ້ວຍການເພີ່ມຂີດ ຄວາມສາມາດດ້ານເຕັກໂນໂລຊີ ອັດສະລິຍະ. ກອງປະຊຸມສຸດຍອດ ການຄ້າການບໍລິການໂລກປີ 2026 ຈັດຂຶ້ນພາຍໃຕ້ ການເປັນເຈົ້າ ພາບຮ່ວມ ຂອງອົງການປົກຄອງນະຄອນຫລວງປັກກິ່ງ, ກະຊວງການຄ້າຈີນ, ກອງປະຊຸມ ສະຫະ ປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ ແລະ ອົງການຊັບສິນທາງປັນຍາໂລກ ໂດຍມີຜູ້ ຮັບຜິດຊອບ ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ປະມານ 800 ຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top