ຂປລ
ໃນ 8 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟລາວ-ຈີນ ໄດ້ແລ່ນຂະບວນລົດໄຟ ໂດຍສານສາກົນ ລວມທັງໝົດ 972 ຖ້ຽວ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນເຖິງ 244.000 ເທື່ອຄົນ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ວິທະຍຸ-ໂທລະພາບ ສູນກາງຈີນ, ບໍລິສັດ ທາງລົດໄຟລາວ-ຈີນ ສາຂາຄຸນໝິງ ແຈ້ງໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟລາວ-ຈີນ ໄດ້ແລ່ນຂະບວນລົດໄຟ ໂດຍສານສາກົນ ລວມທັງໝົດ 972 ຖ້ຽວ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນເຖິງ 244.000 ເທື່ອຄົນ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ. ໃນການຂົນສົ່ງໄລຍະພັກລະດູຮ້ອນ, ດ່ານບໍ່ຫານໄດ້ກວດກາຄົນ ເຂົ້າເມືອງຫລາຍກວ່າ 57,000 ເທື່ອຄົນ ທີ່ມາຈາກ 72 ປະເທດ ແລະ ເຂດແຄວ້ນ ທົ່ວໂລກ, ເພີ່ມຂຶ້ນ 51% ເທື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ. ການບໍລິໂພກ ຢູ່ແຫລ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ຂະແໜງການຕ່າງໆຢູ່ລຽບ ຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນ ຫລາຍກວ່າ 35%. ເສັ້ນທາງລົດໄຟລາວ-ຈີນ ກຳລັງສ້າງພະລັງຂັບເຄື່ອນໃຫ້ແກ່ ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າ ໃນພາກພື້ນ ດ້ວຍການບໍລິການຂົນສົ່ງ ຂ້າມຊາຍແດນ ທີ່ມີປະສິດທິພາບສູງ ແລະ ສະດວກວ່ອງໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL