ການຖ່າຍທອດບົດຮຽນກະສິກຳສະອາດໃຫ້ຊາວກະສິກອນເສັ້ນທາງສູ່ຄວາມໝັ້ນຄົງ ແລະ ຄວາມປອດໄພທາງອາຫານ

10/09/2026 13:40
ຂປລ ຂປລ. ໃນຍຸກທີ່ສັງຄົມໃຫ້ຄວາມສໍາຄັນກັບສຸຂະພາບ ແລະ ຄວາມປອດໄພຂອງອາຫານເພີ່ມຂຶ້ນຢ່າງວ່ອງໄວ, "ກະສິກຳສະອາດ" ບໍ່ໄດ້ເປັນພຽງແຕ່ທາງເລືອກອີກຕໍ່ໄປ ແຕ່ໄດ້ກາຍເປັນທາງລອດ ແລະ ຍຸດທະສາດສໍາຄັນໃນການພັດທະນາເສດຖະກິດ.

ຂປລ. ໃນຍຸກທີ່ສັງຄົມໃຫ້ຄວາມສໍາຄັນກັບສຸຂະພາບ ແລະ ຄວາມປອດໄພຂອງອາຫານເພີ່ມຂຶ້ນຢ່າງວ່ອງໄວ, "ກະສິກຳສະອາດ" ບໍ່ໄດ້ເປັນພຽງແຕ່ທາງເລືອກອີກຕໍ່ໄປ ແຕ່ໄດ້ກາຍເປັນທາງລອດ ແລະ ຍຸດທະສາດສໍາຄັນໃນການພັດທະນາເສດຖະກິດ. ຫົວໃຈສໍາຄັນຂອງການຫັນປ່ຽນນີ້ ບໍ່ໄດ້ຢູ່ພຽງແຕ່ການມີນະໂຍບາຍທີ່ດີເທົ່ານັ້ນ, ແຕ່ມັນແມ່ນການຖ່າຍທອດບົດຮຽນ ແລະ ຄວາມຮູ້ໃຫ້ໄປຮອດມືຂອງຊາວກະສິກອນຜູ້ເປັນເຈົ້າການຜະລິດຕົວຈິງຢ່າງມີປະສິດທິພາບ.

ດັ່ງເມື່ອມໍ່ໆມານີ້, ສູນກະສິກຳສະອາດ ກົມປູກຝັງ ໄດ້ຈັດຝຶກອົບຮົມດ້ານວຽກງານກະສິກຳສະອາດໃຫ້ແກ່ກຸ່ມຊາວສວນຜະລິດພືດຜັກ ບ້ານດອຍແດງ ແລະ ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຊຶ່ງການຝຶກອົບຮົມຄັ້ງນີ້ ແນໃສ່ການຖ່າຍທອດຄວາມຮູ້ ຈາກພາກວິຊາການລົງສູ່ຊຸມຊົນ ເພື່ອໃຫ້ຊາວກະສິກອນສາມາດນຳເອົາບັນດາຄວາມຮູ້ ແລະ ຫລັກການດ້ານກະສິກຳສະອາດ ໄປປະຍຸກໃຊ້ໃນການຜະລິດຕົວຈິງ ແລະ ລິເລີ່ມກ້າວເຂົ້າສູ່ລະບົບການຜະລິດທີ່ປອດໄພ, ມີຄຸນນະພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ສໍາລັບເນື້ອໃນທີ່ນໍາມາຝຶກອົບຮົມດັ່ງກ່າວ ປະກອບມີມາດຕະຖານກະສິກຳທີ່ດີ (GAP), ລະບົບຄວບຄຸມພາຍໃນ (ICS), ການເຮັດນໍ້າໝັກຈຸລິຊີ, ວິທີເຮັດຝຸ່ນຊີວະພາບ ແລະ ການນຳຄວາມຮູ້ໄປປະຍຸກໃຊ້ໃນສວນຜັກຂອງຕົນເອງ.

ກະສິກຳສະອາດ ແມ່ນລະບົບການຜະລິດທີ່ຫລຸດຜ່ອນ ຫລື ຫລີກເວັ້ນການໃຊ້ສານເຄມີເຊັ່ນ: ປຸຍເຄມີ, ຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ໂດຍຫັນມາໃຊ້ປຸຍອິນຊີ, ການຄວນຄຸມສັດຕູພືດແບບປະສົມປະສານ ແລະ ການຮັກສາຄວາມອຸດົມສົມບູນຂອງດິນຕາມທຳມະຊາດ ຊຶ່ງຊ່ວຍໃຫ້ສຸຂະພາບຊາວກະສິກອນ ແລະ ຜູ້ບໍລິໂພກປອດໄພຈາກສານພິດຕົກຄ້າງ; ຫັນມາໃຊ້ວັດຖຸດິບໃນທ້ອງຖິ່ນເຊັ່ນ: ການເຮັດປຸຍໝັກ ແລະ ຢາປາບສັດຕູພືດຊີວະພາບ ຊ່ວຍຫລຸດການຊື້ປຸຍເຄມີລາຄາແພງ ແລະ ດິນບໍ່ເສື່ອມໂຊມ, ນ້ຳບໍ່ເປັນພິດ ແລະ ຄວາມຫລາກຫລາຍທາງຊີວະພາບໃນທຳມະຊາດກັບຄືນມາສົມບູນຂຶ້ນ.

ການຜະລິດກະສິກຳສະອາດ ຍັງເປັນການສ້າງຄວາມໝັ້ນຄົງທາງອາຫານ ບໍ່ໄດ້ໝາຍເຖິງພຽງແຕ່ການມີອາຫານພຽງພໍ ແຕ່ໝາຍເຖິງການມີອາຫານທີ່ປອດໄພ ບໍລິໂພກຕະຫລອດປີ. ເມື່ອກະສິກອນຮູ້ຈັກວິທີປູກຝັງທີ່ຫລາກຫລາຍ ແລະ ປອດສານພິດ ຈະເຮັດໃຫ້ຄອບຄົວ ກໍຄື ສັງຄົມມີຜົນຜະລິດສະບຽງອາຫານທີ່ສະອາດກິນໄດ້ຕະຫລອດປີ. ນອກຈາກນີ້, ຍັງເປັນການສ້າງລາຍຮັບທີ່ໝັ້ນຄົງຈາກຜົນຜະລິດກະສິກຳສະອາດ ເພາະມີລາຄາສູງກວ່າ ແລະ ເປັນທີ່ຕ້ອງການຂອງຕະຫລາດ ຊ່ວຍໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ ແລະ ກ້າວໄປສູ່ການຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ສໍາລັບການຝຶກອົບຮົມ ເຂົ້າຮ່ວມໂດຍ ທ່ານ ປາລະມີ ສົນບຸດຕະແສນ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ, ມີຜູ້ຕາງໜ້າຈາກສູນກະສິກຳສະອາດ ແລະ ຊາວກະສິກອນ ຊຶ່ງກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນຂອງ ໂຄງການ FARM ແລະ ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ. 

(ແຫລ່ງຂໍ້ມູນ: ໜັງສືພິມແຂວງບໍ່ແກ້ວ)

KPL

ຂ່າວອື່ນໆ

    • ບຸນຫໍ່ເຂົ້າປະດັບດິນ ບົດ-ສາລະຄະດີ

      ບຸນຫໍ່ເຂົ້າປະດັບດິນ

      9/10/2026 1:29:55 PM

      ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສຳຄັນອີກປະການໜຶ່ງໃນຮີດສິບສອງ ຄອງສິບສີ່ ຂອງຊາວລາວ ທີ່ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ. ບຸນດັ່ງກ່າວ ນິຍົມເຮັດໃນມື້ແຮມ 14 ຄ່ຳ ເດືອນ 9 ດັບ ເປັນການເຮັດບຸນເພື່ອອຸທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ ຕາມຄວາມເຊື່ອຖືຂອງຊາວພຸດລາວ.

    • ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ກຽມສົ່ງນັກສຶກສາ ຮ່ວມແຂ່ງຂັນ  "ມີຄາໂທຣນິກ" ລະດັບພາກພື້ນ ບົດ-ສາລະຄະດີ

      ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ກຽມສົ່ງນັກສຶກສາ ຮ່ວມແຂ່ງຂັນ "ມີຄາໂທຣນິກ" ລະດັບພາກພື້ນ

      9/8/2026 1:31:05 PM

      ຂປລ. ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ (ວຕລຢ) ກໍາລັງຝຶກຊ້ອມນັກສຶກສາ ສາຂາ ມີຄາໂທຣນິກຢ່າງເຂັ້ມຂຸ້ນມາເປັນເວລາ 2 ເດືອນ ນັບແຕ່ເດືອນ ມິຖຸນາ 2026 ເປັນຕົ້ນມາ ເພື່ອກຽມຄວາມພ້ອມສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນ "ມີຄາໂທຣນິກ" ລະດັບພາກພື້ນ ຊຶ່ງຈະຈັດຂຶ້ນຢູ່ທີ່ປະເທດໄທ ໃນເດືອນທັນວາ ປີ 2026 ໂດຍ ຄາດວ່າຈະມີຫລາຍປະເທດໃນເຂດລຸ່ມນ້ຳຂອງເຂົ້າຮ່ວມ.

    • “ເສື້ອຂາວກາຊ້າງ” ຜະລິດຕະພັນຄົນລາວ ຍົກລະດັບເຄື່ອງແບບນັກຮຽນບົດ-ສາລະຄະດີ

      “ເສື້ອຂາວກາຊ້າງ” ຜະລິດຕະພັນຄົນລາວ ຍົກລະດັບເຄື່ອງແບບນັກຮຽນ

      9/8/2026 1:26:56 PM

      ຂປລ. ຖ້າເວົ້າເຖິງສິນຄ້າທີ່ຄຸ້ນເຄີຍ ແລະ ຕອບໂຈດການນຳໃຊ້ໃນສັງຄົມລາວປັດຈຸບັນ "ເສື້ອຂາວກາຊ້າງ" ເປັນໜຶ່ງໃນຜະລິດຕະພັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍເປັນຜະລິດຕະພັນຈາກສີມືຄົນລາວ 100% ທີ່ມຸ່ງເນັ້ນຄຸນນະພາບ, ຄວາມທົນທານ ແລະ ຮູບແບບທີ່ເໝາະສົມກັບນັກຮຽນໃນຍຸກປັດຈຸບັນ.

    • ບຸນຫໍ່ເຂົ້າປະດັບດິນ ຮີດຄອງອັນດີງາມສືບທອດຈາກຮຸ່ນສູ່ຮຸ່ນບົດ-ສາລະຄະດີ

      ບຸນຫໍ່ເຂົ້າປະດັບດິນ ຮີດຄອງອັນດີງາມສືບທອດຈາກຮຸ່ນສູ່ຮຸ່ນ

      9/8/2026 1:23:22 PM

      ຂປລ. ເມື່ອເວົ້າເຖິງຮີດຄອງປະເພນີອັນດີງາມຂອງຄົນລາວ ບຸນຫໍ່ເຂົ້າປະດັບດິນ ນັບເປັນອີກປະເພນີໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນຕໍ່ວິຖີຊີວິດຂອງຊາວລາວ. ປະເພນີນີ້ໄດ້ຮັບການສືບທອດປະຕິບັດກັນມາຢ່າງຍາວນານ ແລະ ຖືເປັນເທສະການເຮັດບຸນອຸທິດສ່ວນກຸສົນໃຫ້ແກ່ບັນພະບຸລຸດ ແລະ ສັບພະສັດທັງຫລາຍ.

    • ຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອຸດົມໄຊບົດ-ສາລະຄະດີ

      ຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອຸດົມໄຊ

      9/8/2026 11:47:50 AM

      ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 5-6 ກັນຍາ 2026, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທໍາສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດພ້ອມດ້ວຍຄະນະເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອຕິດຕາມສະພາບການເປັນຢູ່ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ຫລາຍເມືອງ ແລະ ຫລາຍບ້ານຂອງແຂວງອຸດົມໄຊ.

ads
ads

Top