ໄຂຊຸດຝຶກອົບຮົມເສດຖະກິດດີຈີຕອນຂອງໂຄງການພັດທະນາຜູ້ນຳຊາວໜຸ່ມຈີນ-ອາຊຽນ

10/09/2026 16:55
ຂປລ ຊຸດ​ຝຶກ​ອົບ​ຮົມ ເສດ​ຖະ​ກິດ ​ດີ​ຈີ​ຕອນ ​​ຂອງ​ໂຄງ​ການ​ພັດ​ທະ​ນາ​ ຜູ້​ນຳ​​ຊາວ​ໜຸ່ມ​ຈີນ-ອາ​ຊຽນ ທີ່​ຈັດ​ໂດຍກອງ​ເລ​ຂາ​ ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ ເຂດກວາງ​ຊີ​ຈີນ ໂດຍ​ມີ​ ສຳ​ມະ​ນາ​ກອນ ​ປະ​ມານ 40 ຄົນ ​ທີ່​ມາ​ຈາກ 9 ປະ​ເທດ ​ສະ​ມາ​ຊິກ ​ອາຊຽນ ​ເຂົ້າ​ຮ່ວມ.

ວິທະຍຸ-ໂທລະພາບ ສູນກາງຈີນ, ​ຊຸດ​ຝຶກ​ອົບ​ຮົມ ເສດ​ຖະ​ກິດ ​ດີ​ຈີ​ຕອນ ​​ຂອງ​ໂຄງ​ການ​ພັດ​ທະ​ນາ​ ຜູ້​ນຳ​​ຊາວ​ໜຸ່ມ​ຈີນ-ອາ​ຊຽນ ທີ່​ຈັດ​ໂດຍກອງ​ເລ​ຂາ​ ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ ເຂດກວາງ​ຊີ​ຈີນ ໂດຍ​ມີ​ ສຳ​ມະ​ນາ​ກອນ ​ປະ​ມານ 40 ຄົນ ​ທີ່​ມາ​ຈາກ 9 ປະ​ເທດ ​ສະ​ມາ​ຊິກ ​ອາຊຽນ ​ເຂົ້າ​ຮ່ວມ. ຜູ້​ຕາງ​ໜ້າ​ສຳ​ມະ​ນາ​ກອນ​ຈາກ ສປປ ​ລາວ ​ກ່າວ​ວ່າ: ພວກ​ເຮົາ ຫວັງ​ວ່າ​ຈະ​ໄດ້​ຮຽນ​ຮູ້​ ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ຕົວ​ເມືອງ​​ອັດ​ສະ​ລິ​ຍະ, ການ​ທະ​ນາ​ຄານ​ດີ​​ຈີ​ຕອນ ແລະ ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ​ ປັນ​ຍາ​ປະ​ດິດ​ຂອງ ສປ ​ຈີນ ​ຢ່າງ​ເຕັມ​ທີ່ ໃນ​ໄລ​ຍະ​ຈັດ​ຊຸດ ​ສຳ​ມະ​ນາ​ຄັ້ງ​ນີ້ ເພື່ອ​ຖອດ​ຖອນ​ຜົນ​​ສຳ​ເລັດຕົວ​ຈິງ ​ຂອງ​ຄູ່​ຮ່ວມ​ມື​ ໃນ​ພາກ​ພື້ນ ແລະ ຊ່​ວຍ​ຊຸກ​ຍູ້​ ການ​ຮ່ວມ​ມື​ ຈີນ-ອາ​ຊຽນ. ຕາມ​ຂ່າວ​ແຈ້ງວ່າ: ຊຸດ​​ຝຶກ​ອົບ​ຮົມ ເສດ​ຖະ​ກິດ​ ດີ​ຈີ​ຕອນ​ ຄັ້ງ​ນີ້​ ດຳ​ເນີນ​ດ້ວຍ ​ຮູບ​​ແບບ​ ການ​ສອນ​ຢູ່​ຫ້ອງ​ຮຽນ ປະ​ສົມ​ກັບ ​ການ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ພາກ​ສະ​ໜາມ ເຊິ່ງ​ຈະ​ດຳ​ເນີນ ​ເປັນ​ເວ​ລາ 14 ວັນ. ບັນດາສຳ​ມະ​ນາ​ກອນ​ ຈະ​ໄດ້ຮຽນ​ຮູ້ ແລະ ທັດ​ສະ​ນະ​ສຶກ​ສາ ​ຢູ່​ນະ​ຄອນ​ໜານ​ໜິງ, ນະ​ຄອນ​ກຸ້ຍຫຼິນ ເຂດກວາງ​ຊີ ແລະ ນະ​ຄອນ​ຫວຍ​ຮ​ວ້າ ແຂວງ​ຫູ​ໜານ​ຂອງ ສປ ຈີນ ເພື່ອ​ຮ່ວມ​ກັນ​ຄົ້ນ​ຫາ ເສັ້ນ​ທາງ​ໃໝ່ ​ແຫ່ງ​ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ​ ດີ​ຈີ​ຕອນ​ຈິ​ນ-ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top