ສ້າງຕັ້ງສະຫະພັນສາກົນເພື່ອຕໍ່ຕ້ານການຫລອກລວງ ທາງໂທລະຄົມຢ່າງເປັນທາງການ

10/09/2026 16:55
ຂປລ ພິທີສ້າງຕັ້ງສະຫະພັນສາກົນ ເພື່ອຕໍ່ຕ້ານ ການຫລອກລວງ ທາງໂທລະຄົມ ໄດ້ຈັດຂຶ້ນຢູ່ນະຄອນຫລຽນຢຸນກາງ ແຂວງຈ່ຽງຊູຂອງ ສປ ຈີນ ໃນວັນທີ 10 ກັນຍານີ້. ຜູ້ຕາງໜ້າຈາກ 46 ປະເທດ ລິເລີ່ມສ້າງຕັ້ງສະຫະພັນດັ່ງກ່າວ, 34 ປະເທດ ສັງເກດການພ້ອມດ້ວຍ 4 ອົງການ ຈັດຕັ້ງສາກົນ ເປັນຕົ້ນແມ່ນ ອົງການສະຫະປະຊາຊາດ ແລະ ອົງການ ຕຳຫລວດ ອາຍາ ສາກົນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ວິທະຍຸ-ໂທລະພາບ ສູນກາງຈີນ, ພິທີສ້າງຕັ້ງສະຫະພັນສາກົນ ເພື່ອຕໍ່ຕ້ານ ການຫລອກລວງ ທາງໂທລະຄົມ ໄດ້ຈັດຂຶ້ນຢູ່ນະຄອນຫລຽນຢຸນກາງ ແຂວງຈ່ຽງຊູຂອງ ສປ ຈີນ ໃນວັນທີ 10 ກັນຍານີ້. ຜູ້ຕາງໜ້າຈາກ 46 ປະເທດ ລິເລີ່ມສ້າງຕັ້ງສະຫະພັນດັ່ງກ່າວ, 34 ປະເທດ ສັງເກດການພ້ອມດ້ວຍ 4 ອົງການ ຈັດຕັ້ງສາກົນ ເປັນຕົ້ນແມ່ນ ອົງການສະຫະປະຊາຊາດ ແລະ ອົງການຕຳຫລວດ ອາຍາ ສາກົນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ຂ່າວແຈ້ງວ່າ: ການສ້າງຕັ້ງສະຫະພັນສາກົນເພື່ອຕໍ່ຕ້ານການຫລອກລວງ ທາງໂທລະຄົມ ເປັນມາດຕະການ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິ ເລີ່ມ ການບໍລິຫານທົ່ວໂລກ ທີ່ສະເໜີໂດຍ ສປ ຈີນ ໃຫ້ເຂົ້າສູ່ລວງເລິກ. ສະຫະພັນດັ່ງກ່າວ ລິເລີ່ມສ້າງຂຶ້ນໂດຍ ສປ ຈີນ ແລະ ມີຈຸດປະສົງ ເພື່ອສ້າງເປັນ ອົງການຈັດຕັ້ງສາກົນ ລະຫວ່າງ ລັດຖະບານທາງ ວິຊາການ ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ໃນການເຄື່ອນໄຫວ ແລະ ປະສານງານ ໂດຍມີພາກສ່ວນບັງຄັບໃຊ້ກົດໝາຍ ຈາກປະເທດຕ່າງໆເຂົ້າຮ່ວມຢ່າງກວ້າງຂວາງ ແລະ ຖືເອົາ ການຮັບມືກັບ ອາດ ຊະຍາກໍາ ຫລອກລວງ ທາງໂທລະຄົມ ຂ້າມຊາຍແດນ ແລະ ອາດຊະຍາກໍາທີ່ ກ່ຽວຂ້ອງ ຢ່າງມີປະສິດທິພາບສູງ ເປັນບົດບາດແກນກາງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top