ຂປລ
ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສຳຄັນອີກປະການໜຶ່ງໃນຮີດສິບສອງ ຄອງສິບສີ່ ຂອງຊາວລາວ ທີ່ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ. ບຸນດັ່ງກ່າວ ນິຍົມເຮັດໃນມື້ແຮມ 14 ຄ່ຳ ເດືອນ 9 ດັບ ເປັນການເຮັດບຸນເພື່ອອຸທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ ຕາມຄວາມເຊື່ອຖືຂອງຊາວພຸດລາວ.

ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສຳຄັນອີກປະການໜຶ່ງໃນຮີດສິບສອງ ຄອງສິບສີ່ ຂອງຊາວລາວ ທີ່ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ. ບຸນດັ່ງກ່າວ ນິຍົມເຮັດໃນມື້ແຮມ 14 ຄ່ຳ ເດືອນ 9 ດັບ ເປັນການເຮັດບຸນເພື່ອອຸທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ ຕາມຄວາມເຊື່ອຖືຂອງຊາວພຸດລາວ.
ກ່ອນເຖິງວັນບຸນ ປະຊາຊົນຈະກະກຽມເຂົ້າປາອາຫານ ເຄື່ອງຄາວຫວານ, ເຂົ້າຕົ້ມ, ເຂົ້າໜົມ, ໝາກໄມ້ກ້ວຍ ອ້ອຍ ໝາກພູ ຢາສູບ ແລະ ສິ່ງຂອງອື່ນໆຕາມກຳລັງຄວາມສາມາດຂອງແຕ່ລະຄອບຄົວ. ຈາກນັ້ນ, ນຳມາຫໍ່ດ້ວຍໃບຕອງກ້ວຍ ຫລື ໃບໄມ້ທີ່ເໝາະສົມ ເຮັດເປັນຫໍ່ນ້ອຍ ຫລື ຫໍ່ໃຫຍ່ຕາມຄວາມເໝາະສົມ ແລ້ວນຳໄປວາງ ຫລື ແຂວນໄວ້ຕາມງ່າໄມ້, ເດີ່ນບ້ານ, ບໍລິເວນວັດ ຕາມຮາກໄມ້ ພື້ນດິນ ແລະ ບ່ອນອື່ນໆ ໃນຕອນເຊົ້າມືດກ່ອນຕາເວັນຂຶ້ນ ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ.

ຕາມຄວາມເຊື່ອ ແລະ ນິທານທາງພຸດສາສະໜາ ບຸນຫໍ່ເຂົ້າປະດັບດິນມີມູນເຫດສືບເນື່ອງຈາກເລື່ອງຂອງພະເຈົ້າພິມພິສານ ຊຶ່ງມີຍາດພີ່ນ້ອງເຄີຍກະທຳການທຸຈະລິດກ່ຽວກັບຊັບສິນຂອງວັດ ແລະ ຫລັງຈາກເສຍຊີວິດໄດ້ໄປເກີດເປັນເປດ. ຕໍ່ມາ ພະເຈົ້າພິມພິສານ ໄດ້ຮັບຮູ້ເຫດການ ແລະ ໄດ້ເຮັດບຸນ ຖວາຍທານ ພ້ອມທັງອຸທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ. ຕາມຄວາມເຊື່ອ ບຸນກຸສົນດັ່ງກ່າວໄດ້ຊ່ວຍບັນເທົາທຸກໃຫ້ແກ່ພວກເປດ. ຈາກມູນເຫດດັ່ງກ່າວ ຊາວພຸດລາວຈຶ່ງຖືເອົາເປັນແນວທາງໃນການເຮັດບຸນ ເພື່ອອຸທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ຜູ້ລ່ວງລັບ. ນອກຈາກການຫໍ່ເຂົ້າປະດັບດິນແລ້ວ ໃນຕອນເຊົ້າຍັງມີການເຮັດບຸນໃສ່ບາດ, ຖວາຍພັດຕະຫານ, ຖວາຍສັງຄະທານ ແລະ ຟັງທຳມະເທສະໜາ ຕາມຮີດຄອງຂອງແຕ່ລະທ້ອງຖິ່ນ.

ສຳລັບການກະກຽມຫໍ່ເຂົ້າປະດັບດິນ ຊາວບ້ານບາງແຫ່ງຈະແບ່ງອາຫານ ແລະ ເຂົ້າໜົມອອກເປັນຫລາຍສ່ວນ ໂດຍສ່ວນໜຶ່ງໄວ້ຮັບປະທານພາຍໃນຄອບຄົວ, ສ່ວນໜຶ່ງແບ່ງປັນໃຫ້ຍາດພີ່ນ້ອງ-ມິດສະຫາຍ, ສ່ວນໜຶ່ງນຳໄປຖວາຍພະສົງ ແລະ ອີກສ່ວນໜຶ່ງນຳມາເຮັດຫໍ່ເຂົ້າປະດັບດິນ. ແນວໃດກໍຕາມ, ສິ່ງສຳຄັນອີກປະການໜຶ່ງ ໃນການຫໍ່ເຂົ້າປະດັບດິນ ຄວນເລືອກໃຊ້ວັດຖຸຈາກທຳມະຊາດ ເຊັ່ນ: ໃບຕອງກ້ວຍ, ໃບບົວ ຫລື ໃບໄມ້ອື່ນໆ ທີ່ເໝາະສົມ ແທນການໃຊ້ກ່ອງໂຟມ ແລະ ຖົງຢາງ. ນອກຈາກສອດຄ່ອງກັບຮີດຄອງດັ່ງເດີມແລ້ວ ຍັງຊ່ວຍຫລຸດຂີ້ເຫຍື້ອ ແລະ ຮັກສາສິ່ງແວດລ້ອມ.
ບຸນຫໍ່ເຂົ້າປະດັບດິນ ຈຶ່ງບໍ່ແມ່ນພຽງພິທີກຳທາງສາສະໜາ ຫລື ປະເພນີປະຈຳປີເທົ່ານັ້ນ ແຕ່ຍັງເປັນມໍລະດົກທາງວັດທະນະທຳທີ່ສະທ້ອນເຖິງຄວາມກະຕັນຍູຕໍ່ບັນພະບຸລຸດ, ຄວາມເອື້ອເຟື້ອແບ່ງປັນ ຄວາມສາມັກຄີ ແລະ ສັດທາຂອງພຸດທະສາສະນິກະຊົນລາວ. ດັ່ງນັ້ນ ການຮັກສາ ແລະ ສືບທອດຮີດຄອງນີ້ໃຫ້ຄົງຢູ່ຄູ່ສັງຄົມລາວ ຈຶ່ງເປັນອີກແນວທາງໜຶ່ງໃນການຮັກສາເອກະລັກ ແລະ ມໍລະດົກອັນດີງາມຂອງຊາດໃຫ້ຄົງຢູ່ສືບໄປ.
KPL