ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ກ່າວວ່າ: ຕົນເອງເຊື່ອວ່າ, ສົງຄາມ ລະຫວ່າງ ສ.ອາເມລິກາ ກັບອີຣານຈະ “ສິ້ນສຸດໃນທັນທີ” ພາຍຫລັງ ສຳເລັດ ການເລືອກຕັ້ງກາງສະໄໝ ຂອງລັດຖະສະພາ ອາເມລິກາ.

ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 9 ກັນຍານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ກ່າວວ່າ: ຕົນເອງເຊື່ອວ່າ, ສົງຄາມ ລະຫວ່າງ ສ.ອາເມລິກາ ກັບອີຣານຈະ “ສິ້ນສຸດໃນທັນທີ” ພາຍຫລັງ ສຳເລັດ ການເລືອກຕັ້ງກາງສະໄໝ ຂອງລັດຖະສະພາ ອາເມລິກາ. ທ່ານກ່າວຕື່ມວ່າ: ອີຣານ ພະຍາຍາມຈົນສຸດ ຄວາມສາມາດເພື່ອສ້າງຜົນກະທົບ ຕໍ່ການເລືອກຕັ້ງດັ່ງກ່າວ ເພື່ອເຮັດໃຫ້ ສ.ອາເມລິກາ “ປ່ຽນຄົນອ່ອນແອ ຈຳນວນໜຶ່ງຂຶ້ນມາ, ຟັງຄວາມອີຣານ ແລະ ປ່ອຍປະໃຫ້ ອີຣານ ມີອາວຸດນິວເຄລຍ”. ໃນມື້ດຽວກັນ, ທ່ານໂຮສເຊນ ໂມເຮັບບີ ໂຄສົກກອງປ້ອງກັນການປະຕິວັດອິດສະລາມ ອີຣານ ອອກຖະແຫລງການວ່າ: ຖ້າຝ່າຍສັດຕູ ຫວັງຢາກສິ້ນສຸດ ສະຖານະການ ໃນປັດຈຸບັນ ຕ້ອງຕອບສະໜອງ ຕາມເງື່ອນໄຂດັ່ງນີ້: ສິ້ນສຸດການເຄື່ອນໄຫວທາງການທະຫານ ຢ່າງສິ້ນເຊີງ ແລະ ຈະບໍ່ນາບຂູ່ກໍ່ສົງຄາມອີກ; ກອງທັບອິດສະຣາແອນ ຕ້ອງຖອນອອກຈາກ ລີບັງ; ຍົກເລີກ ການປິດລ້ອມຕໍ່ ເຢເມນ; ຍົກເລີກການອາຍັດຊັບສິນ 24,4 ຕື້ໂດລາຂອງອີຣານ; ຢຸດຕິການແຊກແຊງແຜນການຄົ້ນຄວ້າ ແລະ ພັດທະນາ ພະລັງງານນິວເຄລຍ ແລະ ລູກສອນໄຟ ນຳວິຖີຂອງອີຣານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL