ສປ ຈີນ ປະກາດ 11 ອາຊີບໃໝ່ ແລະ 23ຕຳແໜ່ງງານໃໝ່

10/09/2026 16:32
ຂປລ ພາກ​ສ່ວນ​ຕ່າງໆ​ຂອງ ສປ​ ຈີນ ລວມ​ທັງ ກະ​ຊວງ​ ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ​ ໄດ້​ປະ​ກາດ 11 ອາ​ຊີບໃໝ່ ເຊັ່ນ: ​ຊ່າງ​ເຕັກ​ນິກ ການ​ປະ​ຍຸກ​ໃຊ້ ​ຫຸ່ນ​ຍົນ ​ອັດ​ສະ​ລິ​ຍະ, ນັກ​ວິ​ເຄາະ ​ຂໍ້​ມູນ​ການ​ກິ​ລາ ແລະ ​ອື່ນໆ ແລະ 23 ຕຳ​ແໜ່ງ​ງານ​ໃໝ່ ເຊັ່ນ: ແຮງ​ງານ​ໃນ​ຄຸ້ມ​ຊຸມ​ຊົນ, ຜູ້​ສົ່ງ​ເມ​ດ່ວນ​ເຂດ​ອາ​ກາດ​ຕ່ຳ​ ແລະ ​ອື່ນໆ.

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 9 ກັນ​ຍາ​ນີ້, ພາກ​ສ່ວນ​ຕ່າງໆ​ຂອງ ສປ​ ຈີນ ລວມ​ທັງ ກະ​ຊວງ​ ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ​ ໄດ້​ປະ​ກາດ 11 ອາ​ຊີບໃໝ່ ເຊັ່ນ: ​ຊ່າງ​ເຕັກ​ນິກ ການ​ປະ​ຍຸກ​ໃຊ້ ​ຫຸ່ນ​ຍົນ ​ອັດ​ສະ​ລິ​ຍະ, ນັກ​ວິ​ເຄາະ ​ຂໍ້​ມູນ​ການ​ກິ​ລາ ແລະ ​ອື່ນໆ ແລະ 23 ຕຳ​ແໜ່ງ​ງານ​ໃໝ່ ເຊັ່ນ: ແຮງ​ງານ​ໃນ​ຄຸ້ມ​ຊຸມ​ຊົນ, ຜູ້​ສົ່ງ​ເມ​ດ່ວນ​ເຂດ​ອາ​ກາດ​ຕ່ຳ​ ແລະ ​ອື່ນໆ. ອາ​ຊີບ​ໃໝ່ ​ທີ່​ປະ​ກາດຄັ້ງ​ນີ້ ​ລວມ​ທັງ 5 ອາ​ຊີບ​ ດີ​ຈີ​ຕອນ ແລະ 3ອາ​ຊີບ​ສີ​ຂຽວ. ອາ​ຊີບ​  ໃໝ່ ແລະ ຕຳ​ແໜ່ງ​ງານ​ໃໝ່ ທີ່​ປະ​ກາດ​ຄັ້ງ​ນີ້, ມີ​ທັງ​ຜູ້ວາງ​ແຜນ​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ແລະ ຜູ້​ພັດ​ທະ​ນາ​ອັດ​ສະ​ລິ​ຍະ ​ທີ່​ຮັບ​ໃຊ້​ການ​ພັດ​ທະ​ນາ ​ວິ​​ສາ​ຫະ​ກິດ ແລະ ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ ລວມ​ທັງ​ຊ່າງ​ປະ​ກອບ​ເຟີ​ນີ​ເຈີ ​ອັດ​ສະ​ລິ​ຍະ ແລະ ຊ່າງ​ຕັດ ​ແລະ ​ປຸງ​ແຕ່ງດອກ​ໄມ້​ສົດ ທີ່​ຕອບ​ສະ​ໜອງ ​ຕາ​ມ​ຄວາມ​ຕ້ອງ​ການຂອງ​ປະ​ຊາ​ຊົນ ​ໃນ​ການ​ມີ​ຊີ​ວິດ​ທີ່​ດີ​ງາມ​​ອີກ​ດ້ວຍ.ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ,ສປ ຈີນ ​ໄດ້​​ປະ​ກາດ​ 121 ອາ​ຊີບ​ໃໝ່ໃນ 8 ຄັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top