ຂປລ
ກອງປະຊຸມສົ່ງເສີມ ການຮ່ວມມື ດ້ານການຄ້າການບໍລິການກັບ ອາຊຽນ ເຊິ່ງເປັນກິດຈະກຳສະເພາະ ເຂດກວາງຊີ ທີ່ເປັນແຂວງກຽດຕິຍົດ ໃນງານມະຫະກຳການຄ້າ ການບໍລິການສາກົນຈີນ ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ຢ່າງສຳເລັດຜົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 9 ກັນຍານີ້, ກອງປະຊຸມສົ່ງເສີມ ການຮ່ວມມື ດ້ານການຄ້າການບໍລິການກັບ ອາຊຽນ ເຊິ່ງເປັນກິດຈະກຳສະເພາະ ເຂດກວາງຊີ ທີ່ເປັນແຂວງກຽດຕິຍົດ ໃນງານມະຫະກຳການຄ້າ ການບໍລິການສາກົນຈີນ ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ຢ່າງສຳເລັດຜົນ ໂດຍມີ ທູຕານຸທູດ ຈາກບັນດາປະເທດສະມາຊິກອາຊຽນ ແລະ ນັກທຸລະກິດ ປະມານ 600 ຄົນເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່ຜົນງານຕ່າງໆ ເຊັ່ນ: “ບົດລາຍງານ ວ່າດ້ວຍ ການພັດທະນາ ການຄ້າດີຈີຕອນ ຈີນ-ອາຊຽນ” ເປັນຕົ້ນ ແລະ ຜະລິດຕະພັນດີຈີຕອນ ທີ່ປະດິດສ້າງໃໝ່ 6 ຊະນິດ ພ້ອມທັງ ໄດ້ຊຸກຍູ້ໃຫ້ເຊັນສັນຍາ ໂຄງການຮ່ວມມື ຈຸດສຸມດ້ານການຄ້າ ການບໍລິການ ຈຳນວນໜຶ່ງ. ນອກນີ້, ກອງປະຊຸມ ຍັງໄດ້ເປີດການສ້າງ “ເຂດຮ່ວມມືການເປີດປະຕູສູ່ພາຍ ນອກ ດ້ານການຄ້າການບໍລິການ ທີ່ອວ່າຍໜ້າໄປສູ່ ອາຊຽນ” ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າ: ການຮ່ວມມື ໃນຂົງເຂດການຄ້າ ດີຈີຕອນ ແລະ ການຄ້າການບໍລິການ ລະຫວ່າງ ສປ ຈີນ ກັບ ອາຊຽນ ໄດ້ກ້າວເຂົ້າສູ່ໄລຍະໃໝ່./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL