ຂປລ
ກະຊວງອຸດສາຫະກຳ ແລະ ການຄ້າຟີລິບປິນ ເປີດເຜີຍວ່າ: ອາຊຽນ ພວມຄົ້ນຄວ້າສ້າງຕັ້ງກົນໄກ ຄັງສຳຮອງນ້ຳມັນເຊື້ອໄຟ ຂອງພາກພື້ນ ເພື່ອຮັບມືກັບ ວິກິດດ້ານການສະໜອງ ແລະ ເພີ່ມຄວາມໝັ້ນຄົງ ດ້ານພະລັງງານ. ການຄົ້ນຄວ້າທີ່ກ່ຽວຂ້ອງ ຈະມອບໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ເປັນຜູ້ຮັບຜິດຊອບ ແລະ ຄາດວ່າຈະສຳເລັດ ໃນເດືອນພະຈິກປີນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍດົນມານີ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າຟີລິບປິນ ເປີດເຜີຍວ່າ: ອາຊຽນ ພວມຄົ້ນຄວ້າສ້າງຕັ້ງກົນໄກ ຄັງສຳຮອງນ້ຳມັນເຊື້ອໄຟ ຂອງພາກພື້ນ ເພື່ອຮັບມືກັບ ວິກິດດ້ານການສະໜອງ ແລະ ເພີ່ມຄວາມໝັ້ນຄົງ ດ້ານພະລັງງານ. ການຄົ້ນຄວ້າທີ່ກ່ຽວຂ້ອງ ຈະມອບໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ເປັນຜູ້ຮັບຜິດຊອບ ແລະ ຄາດວ່າຈະສຳເລັດ ໃນເດືອນພະຈິກປີນີ້. ອີງຕາມໂຄງຄວາມຄິດທີ່ກ່ຽວຂ້ອງ, ປະເທດ ທີ່ມີສ່ວນຮ່ວມ ຈະສະສົມນ້ຳມັນເຊື້ອໄຟ ຢູ່ປະເທດຕົນ ແລະ ຖືກນຳໃຊ້ເປັນຄັງສຳຮອງຂອງພາກພື້ນ ໃນເວລາເກີດວິກິດ ດ້ານການສະໜອງ. ສະຫະລັດ ອາຣັບ ເອມີເຣດ ໄດ້ສະແດງຄວາມຍິນດີ ສະໜອງນ້ຳມັນເຊື້ອໄຟ ໃຫ້ປະເທດ ທີ່ເຂົ້າຮ່ວມ. 5 ປະເທດ ຄື: ອິນໂດເນເຊຍ, ສິງກະໂປ, ມາເລເຊຍ, ໄທ ແລະ ສສ ຫວຽດນາມ ໄດ້ຢືນຢັນ ຢ່າງຈະແຈ້ງ ວ່າຈະເຂົ້າຮ່ວມ. ທ່ານ ຄຣິສຕີນາ ໂຣເກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຟີລິບປິນ ໄດ້ກ່າວວ່າ: ເຖິງວ່າບໍ່ໄດ້ຮັບການສະໜັບສະໜູນ ຈາກທຸກປະເທດ ສະມາຊິກອາຊຽນ ກໍຕາມ, ແຕ່ປະເທດທີ່ຍິນດີເຂົ້າຮ່ວມ ສາມາດປະຕິບັດໄປກ່ອນ. ຕົວເລກຂໍ້ມູນ ຈາກອົງການພະລັງງານສາກົນ ສະແດງໃຫ້ເຫັນວ່າ: ລະດັບການເພິ່ງພາອາໄສ ການນຳເຂົ້ານ້ຳມັນເຊື້ອໄຟ ຂອງອາຊຽນ ໄດ້ເພີ່ມຂຶ້ນຈາກ 57% ໃນປີ 2010 ເປັນ 66% ໃນປີ 2024.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL