ສປ ຈີນ-ອາຊຽນ ຮ່ວມມືກັນຊຸກຍູ້ການປະດິດສ້າງໃໝ່

09/09/2026 16:19
ຂປລ ຮອບ​ຊີງ​ຊະ​ນະ​ເລີດ​ ຂອງ​ງານ​ແຂ່ງ​ຂັນ​​ ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ປະ​ຍຸກ​ໃຊ້​ ປັນ​ຍາ​ປະ​ດິດ ​ດ້ານ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ກຸ້ຍ​ກາງ ເຂດກວາງ​ຊີ​ຈີນ. ງານ​ແຂ່ງ​ຂັນ​ດັ່ງ​ກ່າວ ​ໄດ້​ດຶ​ງ​ດູດ 605 ​ທີມ ຈາກທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ລ​ວມ​ທັງ​ໝົດ ຫລາຍກວ່າ 2.000 ຄົນ ​ເຂົ້າ​ຮ່ວມ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ຮອບ​ຊີງ​ຊະ​ນະ​ເລີດ​ ຂອງ​ງານ​ແຂ່ງ​ຂັນ​​ ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ ​ດ້ານ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ກຸ້ຍ​ກາງ ເຂດກວາງ​ຊີ​ຈີນ. ງານ​ແຂ່ງ​ຂັນ​ດັ່ງ​ກ່າວ ​ໄດ້​ດຶ​ງ​ດູດ 605 ​ທີມ ຈາກທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ລ​ວມ​ທັງ​ໝົດ ຫລາຍກວ່າ 2.000 ຄົນ ​ເຂົ້າ​ຮ່ວມ. ທີມຈາກ​ຕ່າງ​ປະ​ເທດ ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ລວມ​ມີ ສສ ຫວຽດ​ນາມ, ໄທ, ສປປ ລາວ, ມາ​ເລ​ເຊຍ ແລະ ປະ​ເທດ​ອື່ນໆ​​ ໃນອາ​ຊ​ຽນ. ໃນງານຄັ້ງ​ນີ້​ ເປັນ​ງານ​ແຂ່ງ​ຂັນ​ສະ​ເພາະ​ສຳ​ລັບ​ປັນ​ຍາ​ປະ​ດິດ​ຄັ້ງ​ທຳ​ອິດ​ທີ່​ອ​ວ່າຍ​ໜ້າ​ໄປ​ສູ່​ ສປ ຈີ​ນ -ອາ​ຊຽນ ແລະ ກວມ​ເອົາ​ທຸກ​ຕ່ອງ​ໂສ້ ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້ ເຊິ່ງ​ລວມ​ເຖິງ​ ການ​ຜະ​ລິດ ​ຜະ​ລິດ​ຕະ​ພັນ​ປ່າ​ໄມ້​ແບບ​ອັດ​ສະ​ລິ​ຍະ, ການ​ຕິດ​ຕາມກວດ​ກາໄພ​ພິ​ບັດ ​ສິ່ງ​ແວດ​ລ້ອມ​ນິ​ເວດ, ການ​ຄ້າ​ຜະ​ລິດ​ຕະ​ພັນ​ ປ່າ​ໄມ້​ຂ້າມ​ຊາດ ແລະ​ອື່ນໆ. ເຈົ້າ​ໜ້າ​ທີ່​ ຈາກ​ພະ​ແນກ ອຸດ​ສາ​ຫະ​ກຳ​ປ່າ​ໄມ້ ​ເຂດກວາງ​ຊີ​ ຂອງ ສປ ຈີນ​ ໄດ້ກ່າວ​ວ່າ: ເຂດກວາງ​ຊີ ​ຈະ​ປັບ​ປຸງ​ລະ​ບົບ ​ການ​ຫັນ​ປ່ຽນ​ຜົນ​ ຂອ​ງ​ງານ​ແຂ່ງ​ຂັນ​ຄັ້ງ​ນີ້ ​ໄປ​ປ​ະ​ຍຸກ​ໃຊ້​ຕົວ​ຈິງ ແລະ ຊຸກ​ຍູ້​ໃຫ້​ໂຄງ​ການ​ດີ​ເດັ່ນ ນຳ​ໄປ​ທົ​ດ​ລອງ​ນຳ​ໃຊ້​ ຢູ່​ເຂດກວາງ​ຊີ ແລະ​ ​ເຜີຍແຜ່​ໄປ​ສູ່​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top