ຂປລ
ຫລັງຈາກ ມາດຕະການ ຂອງລັດຖະບານ ການາດາ ເພື່ອຕອບໂຕ້ ການຂຶ້ນພາສີຂອງ ສ.ອາເມລິກາ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ນັບແຕ່ວັນທີ 8 ກັນຍານີ້ ເປັນຕົ້ນມາ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫລັງຈາກ ມາດຕະການ ຂອງລັດຖະບານ ການາດາ ເພື່ອຕອບໂຕ້ ການຂຶ້ນພາສີຂອງ ສ.ອາເມລິກາ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ນັບແຕ່ວັນທີ 8 ກັນຍານີ້ ເປັນຕົ້ນມາ, ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ໄດ້ກ່າວປາໄສ ຜ່ານທາງວິດີໂອ ຕໍ່ປະຊາຊົນ ທົ່ວປະເທດ ໂດຍໄດ້ລະດົມໃຫ້ ປະຊາຊົນການາດາ ທຸກຖ້ວນໜ້າ ສາມັກຄີກັນຮັບມືກັບ ສົງຄາມ ການຄ້າ ລະຫວ່າງ ການາດາ ແລະ ສ.ອາເມລິກາ. ທ່ານ ມາກ ຄານີ ໄດ້ກ່າວວ່າ: ບັນຫາຂັ້ນພື້ນຖານທີ່ສຸດ ໃນປັດຈຸບັນຢູ່ທີ່: ສ.ອາເມຣິກາ ຫວັງຢາກ ໃຫ້ການາດາເພີ່ງພາອາໄສ ສະຫະລັດ ອາເມ ລິກາ ຫລາຍກວ່າເກົ່າ ຫາກບໍ່ແມ່ນໃຫ້ການາດາ ມີຄວາມເປັນເອກະລາດ ຫລາຍກວ່າເກົ່າ. ສ.ອາເມລິກາ ສະແຫວງຫາ ການພົວພັນຄູ່ຮ່ວມເສດຖະກິດ ທີ່ມີລັກສະນະ ເພີ່ງພາອາໄສ ຫາກບໍ່ແມ່ນ ສະເໝີ ພາບໃນຂົງເຂດຕ່າງໆ. ການເຈລະຈາການຄ້າ ລະຫວ່າງ ການາດາ ແລະ ສ.ອາເມລິກາ ໄດ້ແຕກສະຫລາຍ ໃນທ້າຍເດືອນສິງຫາຜ່ານມາ ເຊິ່ງ ສ.ອາເມລິກາ ໄດ້ເກັບພາສີ 50% ຕໍ່ສິນຄ້າຂອງ ການາ ດາ ທີ່ມີມູນຄ່າ 20 ຕື້ໂດລາສະຫະລັດ. ສື່ມວນຊົນການາດາ ລາຍງານວ່າ: ປັດຈຸບັນ, ສອງຝ່າຍຍັງບໍ່ທັນມີແຜນການກ່ຽວກັບ ການຈັດການເຈລະຈາອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL