ງານມະຫະກຳການຄ້າ ການບໍລິການສາກົນຈີນ ເພີ່ມຄວາມໝັ້ນໃຈ ໃຫ້ແກ່ຕະຫລາດໂລກ

09/09/2026 16:18
ຂປລ ເນື່ອງໃນໂອກາດ ງານ​​ມະ​ຫະ​ກຳ​ການ​ຄ້າ​ ການ​ບໍ​ລິ​ການ​ສາ​ກົນ​ຈີນ ​ປີ 2026 ຈະ​ຈັດ​ຂຶ້ນໃນໄວໆນີ້, ຜົນການສໍາຫລວດ ຄວາມເຫັນຂອງຊາວເນັດ ທົ່ວໂລກ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເນື່ອງໃນໂອກາດ ງານ​​ມະ​ຫະ​ກຳ​ການ​ຄ້າ​ ການ​ບໍ​ລິ​ການ​ສາ​ກົນ​ຈີນ ​ປີ 2026 ຈະ​ຈັດ​ຂຶ້ນໃນໄວໆນີ້, ຜົນການສໍາຫລວດ ຄວາມເຫັນຂອງຊາວເນັດ ທົ່ວໂລກ ທີ່ດຳເນີນໂດຍ ໂທລະພາບ ສາກົນຈີນ ຫລື CGTN ທີ່ສັງກັດວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 87.6% ຊີ້ໃຫ້ເຫັນວ່າ: ການທີ່ຈີນຈັດງານ​​ມະ​ຫະ​ກຳ​ດັ່ງກ່າວ ຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນເຖິງ ຄວາມໝັ້ນໃຈຂອງ ສປຈີນ ໃນການເປີດກວ້າງ ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ສອດຄ່ອງກັບຄວາມມຸ່ງມາດ ປາຖະໜາໂດຍທົ່ວໄປ ຂອງປະຊາ ຄົມໂລກ. ໃນຖານະເປັນເວທີລະດັບສາກົນ ແບບສັງລວມ ທີ່ສຸມໃສ່ການຄ້າ​ ການ​ບໍ​ລິ​ການ​ແຫ່ງທໍາອິດຂອງໂລກ, ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ ໄດ້ດຶງດູດນັກທຸລະກິດ 1.470.000 ຄົນ ຈາກປະມານ 200 ປະເທດ ແລະ ເຂດແຄວ້ນທົ່ວໂລກເຂົ້າຮ່ວມ. ຜູ້ຕອບແບບສອບຖາມ 83,8% ໃຫ້ຮູ້ວ່າ: ພາຍໃຕ້ສະພາບການ ທີ່ລັດທິປົກປ້ອງປາກົດຂຶ້ນແບບສວນກະແສ, ສປ ຈີນ ໄດ້ຂະຫຍາຍ ການ ສະໜອງ ທີ່ມີປະສິດທິພາບ ແລະ ແຮງຂັບເຄື່ອນການເຕີບໂຕ ໃນຂົງເຂດການຄ້າການບໍລິການຢ່າງຕໍ່ເນື່ອງ ຖືເປັນການເພີ່ມຄວາມໝັ້ນໃຈ ແລະ ສະຖຽນລະພາບອັນລໍ້າຄ່າ ໃຫ້ແກ່ການຟື້ນຕົວ ຂອງເສດ ຖະກິດໂລກ. ການສໍາຫລວດ ຄວາມເຫັນຄັ້ງນີ້ ໄດ້ເຜີຍແຜ່ຜ່ານສື່ທີ່ກ່ຽວຂ້ອງຂອງ CGTN ດ້ວຍ 5 ພາສາ ຄື: ພາສາອັງກິດ, ແອັດສະປາຍ, ຝຣັ່ງ, ອາຣັບ ແລະ ພາສາ ຣັດເຊຍ, ພາຍໃນເວລາ 24 ຊົ່ວໂມງມີຊາວເນັດ 2.406 ຄົນ ເຂົ້າຮ່ວມຕອບແບບສອບຖາມ ແລະ ສະແດງຄວາມເຫັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top