ຂປລ
ເມື່ອເຖິງປີ 2030, ສປ ຈີນ ຈະສ້າງເຄືອຂ່າຍການສື່ສານລຸ້ນໃໝ່ ທີ່ມີລະດັບເຕັກໂນໂລຊີ ນຳໜ້າໃຫ້ສຳເລັດສົມບູນ ເພື່ອສ້າງພື້ນຖານທີ່ໝັ້ນແກ່ນ ໃຫ້ແກ່ ການບັນລຸຄວາມທັນສະໄໝ ດ້ານອຸດສາຫະກຳຂໍ້ມູນຂ່າວສານ ແລະ ການສື່ສານໂດຍພື້ນຖານ ເມື່ອເຖິງປີ 2035.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, “ແຜນການ 5 ປີຄັ້ງທີ 15 ກ່ຽວກັບ ການພັດທະນາ ອຸດສາຫະກຳຂໍ້ມູນຂ່າວສານ ແລະ ການສື່ສານ” ທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ເຜີຍແຜ່ ໃນວັນທີ 7 ກັນຍານີ້ ສະເໜີວ່າ: ເມື່ອເຖິງປີ 2030, ສປ ຈີນ ຈະສ້າງເຄືອຂ່າຍການສື່ສານລຸ້ນໃໝ່ ທີ່ມີລະດັບເຕັກໂນໂລຊີ ນຳໜ້າໃຫ້ສຳເລັດສົມບູນ ເພື່ອສ້າງພື້ນຖານທີ່ໝັ້ນແກ່ນ ໃຫ້ແກ່ ການບັນລຸຄວາມທັນສະໄໝ ດ້ານອຸດສາຫະກຳຂໍ້ມູນຂ່າວສານ ແລະ ການສື່ສານໂດຍພື້ນຖານ ເມື່ອເຖິງປີ 2035. “ແຜນກນ” ດັ່ງກ່າວຍັງໄດ້ສະເໜີໜ້າທີ່ສຳຄັນ 26 ຂໍ້ໃນ 6 ດ້ານ ເຊັ່ນ: ເລີ່ມນຳໃຊ້ 6G ທາງທຸລະກິດໃນເວລາທີ່ເໝາະສົມ, ເລັ່ງການສ້າງເຄືອຂ່າຍພະລັງການປະມວນຜົນ ທີ່ເຊື່ອມໂຍງເຂົ້າກັນໃນທົ່ວປະເທດ, ຄົ້ນຄວ້າຜະລິດສະຖານີ ສົ່ງສັນຍານ 6G, ເຄືອຂ່າຍຫລັກ ແລະ ໂທລະສັບມືຖື ອັດສະລິຍະ 6G, ເພີ່ມທະວີ ຄວາມໜຽວແໜ້ນ ຂອງລະບົບຕ່ອງໂສ້ອຸດສາຫະກຳ ແລະ ລະບົບຕ່ອງໂສ້ການສະໜອງ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL