ອາຊຽນ ຍັງຄົງເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງ ສປ ຈີນ ໃນ 8 ເດືອນຕົ້ນປີນີ້

09/09/2026 16:19
ຂປລ ອີງ​ຕາມ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ ໂດຍອົງ​ການ​ດ່ານ​ພາ​ສີ​ ແຫ່ງ​ຊາດ​ຈີນ ​​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 8 ເດືອນ​​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ ປະ​ເພດ​ຈັບ​ຕ້ອງ​ໄດ້​ ຂອງ​ ສປ ຈີນ​ ມີ​ເຖິງ 34.780 ຕື້ຢວນ ​, ເພີ່ມ​ຂຶ້ນ 17,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ ໂດຍອົງ​ການ​ດ່ານ​ພາ​ສີ​ ແຫ່ງ​ຊາດ​ຈີນ ​​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 8 ເດືອນ​​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ ປະ​ເພດ​ຈັບ​ຕ້ອງ​ໄດ້​ ຂອງ​ ສປ ຈີນ​ ມີ​ເຖິງ 34.780 ຕື້ຢວນ ​, ເພີ່ມ​ຂຶ້ນ 17,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ໃນ 8 ເດືອນຕົ້ນ​ປີ​ນີ້, ການ​ນຳ​ເຂົ້າ-ສົ່ງ​ອອກ​ລະ​ຫວ່າງ​ ສປ ຈີນ​ ກັບ 112 ປະ​ເທດ ແລະ ເຂດ​ແຄວ້ນ ຕ່າງ​ໄດ້​ບັນ​ລຸ ການ​ເພີ່ມ​ຂຶ້ນ ເຊິ່ງ​ເພີ່ມ​ຂຶ້ນ 17 ປະ​ເທດ​ ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​​ຕໍ່ ​ອາ​ຊຽນ​ມີ​ເຖິງ 5.950 ຕື້ຢວນ, ເພີ່ມ​ຂຶ້ນ 20,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ອາ​ຊຽນ ​ຍັງຄົງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ ອັນ​ດັບ​ໜຶ່ງຂອງ​ ສປ ຈີນ. ນອກ​ນີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຕໍ່ ​ອາ​ເມ​ລິ​ກາ​ລາ​ຕິນ ມີ​ເຖິງ 2.920 ຕື້ຢວນ ເພີ່ມ​ຂຶ້ນ 14,5% ແລະ ຕໍ່​ອາ​ຟ​ຣິ​ກາ ​ມີ​ເຖິງ 1.890 ຕື້ຢວນ, ​ເພີ່ມ​ຂຶ້ນ 18,5%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top