ຂປລ
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ສົນທະນາກັນ ຜ່ານທາງໂທລະສັບ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 8 ກັນຍານີ້, ທ່ານ ຢູຣີ ອຸຊາໂຄຟ ຜູ້ຊ່ວຍປະທານາທິບໍດີ ຣັດເຊຍ ແຈ້ງໃຫ້ຮູ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ສົນທະນາກັນ ຜ່ານທາງໂທລະສັບ ກ່ຽວກັບ ຜົນຂອງການໄປຢ້ຽມຢາມ ນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ ແລະ ນະຄອນຫລວງຄຽບ ປະເທດ ອູແກຣນ ຂອງ ທ່ານ ສະຕີຟ ວິດໂຄຟ ທູດພິເສດ ແລະ ທ່ານ ຈາເຣັດ ໂຄເຣ ຄຸສເນີ ລູກເຂີຍຂອງ ທ່ານ ໂດນັນ ທຣຳ ເມື່ອໍ່ດົນມານີ້ ຫລັງຈາກ ການສົນທະນາຄັ້ງນີ້ ດໍາເນີນເປັນເວລາ 1 ຊົ່ວໂມງ ເຊິ່ງມີລັກສະນະ ສ້າງສັນ ແລະ ກົງໄປກົງມາທີ່ສຸດ. ຜົນຂອງການໄປຢ້ຽມຢາມ ຂອງຄະນະຜູ້ແທນ ສະຫະລັດ ອາເມລິກາ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ເຊິ່ງວຽກງານຜ່ານຊ່ອງທາງດັ່ງກ່າວ ແລະ ຜ່ານຊ່ອງທາງອື່ນໆ ຈະສືບຕໍ່ໄດ້ ຮັບການຊຸກຍູ້ຢ່າງຕໍ່ເນື່ອງ. ທ່ານ ອຸຊາໂຄຟ ໃຫ້ຮູ້ຕື່ມວ່າ: ທ່ານ ໂດນັນ ທຣໍາ ໄດ້ສະແດງ ຄວາມປາດຖະໜາ ຢ່າງຈະແຈ້ງກ່ຽວກັບ ການສິ້ນສຸດການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ໃຫ້ໄວເທົ່າທີ່ ຈະໄວໄດ້, ພ້ອມທັງ ເຫັນວ່າ ນີ້ຈະສ້າງເງື່ອນໄຂ ໃຫ້ແກ່ການຟື້ນຟູການພົວພັນ ລະຫວ່າງ ຣັດເຊຍ-ສ.ອາເມລິກາ ຢ່າງຮອບດ້ານໃນທັນທີ, ໂດຍສະເພາະ ໃນດ້ານການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ ຮັບຜົນ ປະໂຫຍດ ທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດ, ຢ່າງໃດກໍຕາມ, ທ່ານ ໂດນັນ ທຣໍາ ຄອງຄອຍ ທີ່ຈະບັນລຸຄວາມກ້າວໜ້າດັ່ງກ່າວ ພາຍໃນວາລະການດໍາລົງຕໍາແໜ່ງຂອງຕົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL